ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄອບຄົວການນຳ ແລະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ກອງພົນທີ 1
ເວລາອອກຂ່າວ: 2019-01-04 09:12:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ເນື່ອງໃນໂອກາດກະກຽມສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງພົນທີ1 ຄົບຮອບ 35 ປີ ( 12 ກຸມພາ 2020) ທີ່ຈະມາເຖິງນີ້ຄະນະ ຄອບຄົວການນໍາກະຊວງປ້ອງ ກັນປະເທດ ແລະ ສະຫະພັນແມ່ ຍິງກະຊວງປ້ອງກັນປະເທດ ເຊິ່ງ ນໍາໂດຍ ທ່ານນາງ ຄໍາສອນ ຈັນ ຍາລາດ ພັນລະຍາ ລັດຖະມົນ ຕີກະຊວງປ້ອງກັນປະເທດ ໄດ້ ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 21 ລ້ານກວ່າກີບ. ມາມອບໃຫ້ຄະນະກອງພົນທີ 1 ໂດຍຕາງໜ້າກ່າວຮັບເຄື່ອງຂອງ ພັນເອກ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພົນທີ 1 ເຊິ່ງ ສະຫາຍໄດ້ສະແດງຄວາມ ຂອບອົກຂອບໃຈ ແລະ ຄວາມ ຮູ້ບຸນຄຸນຕໍ່ຄະນະຄອບຄົວການ ນໍາກະຊວງປ້ອງກັນປະເທດ ແລະ ສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດທີ່ມີຄວາມເປັນ ຫວ່ງເປັນໃຍກຳລັງປະກອບ ອາວຸດຂອງພວກເຮົາ ເຊິ່ງເຄື່ອງ ທີ່ມອບໃນຄັ້ງນີ້ຈະນຳໄປແຈກ ຢາຍໃຫ້ອ້າຍນ້ອງຢ່າງທົ່ວເຖິງ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນດຽວກັນນີ້ ກອງພົນທີ 1 ໄດ້ ຈັດພິທີສະຫຼຸບຕີລາຄາການຈັດ ຕັ້ງອົບຮົມ-ຫັດແອບ ກີລາມວນ ຊົນ ແລະ ກີລາການທະຫານໂດຍ ການເປັນປະທານຂອງພັນເອກ ສາຍໃຈ ກົມມະສິດ ຮອງເລ ຂາຄະນະພັກ ຫົວໜ້າການທະ ຫານກອງພົນທີ 1 ເຊິ່ງການຈັດ ຕັ້ງປະຕິບັດອົບຮົມ-ຫັດແອບກີ ລາມວນຊົນບັນລຸໄດ້ 80-90% ສ່ວນກີລາການທະຫານບັນລຸໄດ້ 90-95% ເຊິ່ງການເຝິກແອບ ກີລາດັ່ງກ່າວແມ່ນກະກຽມຄວາມ ພ້ອມເຂົ້າຮ່ວມແຂ່ງຂັນກີລາທົ່ວ ກອງທັບທີ່ນະຄອນຫຼວງວຽງ ຈັນຈະຈັດຂຶ້ນໃນມໍ່ໆນີ້. ຂ່າວ: ແພງທອງ ສີດາເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ