ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກົມໃຫຍ່ການເມືອງກອງທັບເຜີຍແຜ່ເຊື່ອມຊຶມ ມະຕິຂອງກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-07-30 08:36:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 301 | ຄວາມນິຍົມ:



ວັນທີ 29 ກໍລະກົດ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ ເຜີຍແຜ່ເຊື່ອມຊຶມບັນດາມະຕິ ຂອງກົມການເມືອງສູນກາງພັກ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະ ການຄະນະປະຈໍາພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະນໍາກົມໃຫຍ່ການເມືອງ ກອງທັບ, ຄະນະພັກ-ຄະນະບັນ ຊາ, ກົມກອງ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ກ່າວວ່າ: ມະຕິທີ່ ນໍາມາເຜີຍແຜ່ໃນຄັ້ງນີ້ ມີ 2 ມະຕິຄື: ມະຕິ ວ່າດ້ວຍການຍົກ ສູງຄຸນນະພາບວຽກງານການ ເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ມະຕິ ວ່າດ້ວຍການເພີ່ມ ທະວີການນໍາພາຂອງພັກຕໍ່ວຽກ ງານວັດທະນະທໍາໃນໄລຍະໃໝ່. ໃນນີ້, ວຽກງານການເມືອງ-ແນວ ຄິດ ຍາມໃດພັກເຮົາກໍໄດ້ຖືເປັນ ວຽກງານທີ່ສໍາຄັນ ເຊິ່ງກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ລ້ວນແຕ່ໄດ້ກໍານົດທິດທາງອັນ ສໍາຄັນ ແລະ ຊີ້ນໍາຢ່າງໃກ້ຊິດຕໍ່ການເຄື່ອນໄຫວໃນຂົງເຂດ ວຽກງານການເມືອງ-ແນວຄິດ ພ້ອມນັ້ນ, ກົມການເມືອງສູນ ກາງພັກ ຍັງໄດ້ອອກມະຕິກ່ຽວ ກັບທິດທາງ, ໜ້າທີ່ຕົ້ນຕໍ ແລະ ມາດຕະການລວມຂອງວຽກງານ ການເມືອງ-ແນວຄິດ ໃນສະພາບ ການໃໝ່ ເພາະວຽກງານການ ເມືອງ-ແນວຄິດ ເປັນໜ້າທີ່ສໍາ ຄັນພື້ນຖານ, ເປັນວຽກກົກ, ເປັນ ວຽກງານທີ່ຕ້ອງເຮັດ, ເຮັດເປັນ ປະຈໍາ ແລະ ສອດຫ້ອຍໄປທຸກ ຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊ ຊະນະຂອງການປະຕິວັດລາວ. ສ່ວນມະຕິ ວ່າດ້ວຍ ການເພີ່ມ ທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາ ໃນໄລຍະໃໝ່ ບົນພື້ນຖານການຈັດຕັ້ງຜັນຂະ ຫຍາຍເນື້ອໃນຈິດໃຈຊີ້ນໍາ ທີ່ກໍາ ນົດອອກໃນມະຕິຂອງພັກ ໂດຍ ສະເພາະແມ່ນມະຕິ 9 ສະໄໝທີ V (ປີ 1994) ກ່ຽວກັບວັດທະ ນະທໍາໃນໄລຍະໃໝ່ພື້ນຖານວັດ ທະນະທໍາຈໍານວນໜຶ່ງ ໄດ້ຮັບ ການຟື້ນຟູ, ປົກປັກຮັກສາ, ບູລະ ນະປະຕິສັງຂອນ ເປັນຕົ້ນ ວັດວາ ອາຮາມ ໄດ້ສໍາຫຼວດ, ກອບກູ້ວັດ ຖຸບູຮານ, ສະຖານບູຮານ, ທີ່ເປັນ ມໍລະດົກທາງດ້ານວັດທະນະທໍາ ແລະ ປະຫວັດສາດຂອງຊາດ ໄດ້ປັບປຸງ, ກໍ່ສ້າງຫໍພິພິທະພັນ, ຫໍສະໝຸດ, ຫໍຫຼັກເມືອງແຫ່ງ ຕ່າງໆ, ບັນດາອະນຸສອນສະຖານ, ຮູບປັ້ນຫຼໍ່ ແລະ ປະດິດສະຖານ ອະນຸສາວະລີບັນພະບຸລຸດ ແລະ ຜູ້ນໍາການປະຕິວັດແຕ່ລະຮຸ່ນ; ວຽກງານສິລິປະ-ຫັດຖະກໍາ, ສີໄມ້ລາຍມື, ພອນສະຫວັນ ແລະ ຄວາມສາມາດດ້ານການປະດິດ ຄິດແຕ່ງທາງດ້ານສິລະປະ-ວັນ ນະຄະດີ, ການສະແດງ, ວັນນະ ກໍາ ໄດ້ຮັບການສົ່ງເສີມໃຫ້ນັບ ມື້ອຸດົມຮັ່ງມີຂຶ້ນເລື່ອຍໆ. ອັນພົ້ນ ເດັ່ນ ແມ່ນມໍລະດົກທາງດ້ານວັດທະນະທໍາຂອງຊາດເຮົາ ເຊັ່ນ: ນະຄອນຫຼວງພະບາງ, ວັດພູຈໍາປາສັກ, ໄຫຫີນຊຽງ ຂວາງ, ສຽງແຄນລາວໄດ້ຖືກ ອົງການ UNESCO ຮອງຮັບ ແລະ ຂຶ້ນຖະບຽນເປັນມໍລະດົກ ໂລກ, ນອກນັ້ນ ວັດຖຸບູຮານ, ປູສະນິຍະສະຖານອື່ນໆ ກໍຄື ຄຸນ ຄ່າທີ່ເປັນເອກະລັກດ້ານວັດທະ ນະທໍາ ໄດ້ຖືກປົກປັກຮັກສາ ແລະ ເສີມຂະຫຍາຍເປັນຢ່າງດີ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ