ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 4 ສະໄໝທີ VI
ເວລາອອກຂ່າວ: 2021-08-02 08:12:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງວຽງຈັນ ຄັ້ງທີ 4 ສະໄໝທີ VI ໄດ້ໄຂຂຶ້ນ ໃນວັນທີ 28 ກໍລະກົດ 2021, ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າ ການແຂວງ, ໂດຍການເປັນປະ ທານຂອງ ສະຫາຍ ຄຳພັນ ສິດ ທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ວຽງຈັນ, ມີບັນດາສະຫາຍໃນ ຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ. ສະຫາຍ ຄຳພັນ ສິດທິດຳ ໄດ້ກ່າວວ່າ: ກອງປະຊຸມຄົບຄະ ນະບໍລິຫານງານພັກແຂວງ ຄັ້ງ ນີ້ ຈະໄດ້ດໍາເນີນເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 28 - 30ກໍລະກົດ 2021 ແລະ ຈະໄດ້ພ້ອມ ກັນສຸມໃສ່ ເຊື່ອມຊຶມ ແລະ ຄົ້ນ ຄວ້າບາງບັນຫາທີ່ສຳຄັນໂດຍສະ ເພາະແມ່ນຈະໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກສະໄໝວິສາມັນ, ສະຫຼຸບຕີລາຄາຄືນການຈັດຕັ້ງ ເຊື່ອມຊຶມມະຕິ XI ຂອງພັກ ແລະ ມະຕິ VI ຂອງອົງຄະນະພັກ ແຂວງວຽງຈັນ, ການຈັດຕັ້ງແຜນ ພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2021, ສະຫຼຸບ ວຽກງານກໍ່ສ້າງຮາກຖານການ ເມືອງ ປີ 2020, ວາງທິດທາງ ແຜນການປີ 2021 ແລະ ຜ່ານຮ່າງ ມະຕິຕົກລົງຂອງຄະນະປະຈຳ ພັກແຂວງກ່ຽວກັບມາດຖານ, ເງື່ອນໄຂພະນັກງານທີ່ລົງກໍ່ສ້າງ ຮາກຖານການເມືອງ, ຜ່ານມະຕິ ຕົກລົງຂອງຄະນະປະຈຳພັກ ແຂວງ ວ່າດ້ວຍ ການຖອນ ແລະ ເອົາພະນັກງານລົງຮາກຖານ ການເມືອງ. ໃນວາລະດໍາເນີນ ກອງປະຊຸມ ສະຫາຍ ຄຳພັນ ສິດ ທິດຳພາ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນການຄົ້ນ ຄວ້າ, ປະກອບຄໍາຄິດຄຳເຫັນໃຫ້ ມີເນື້ອໃນກະທັດຮັດ, ໜັກແໜ້ນ ແລະ ໃຊ້ເວລາໃຫ້ເກີດປະໂຫຍດ ສູງສຸດ ເພື່ອກ້າວໄປເຖິງຄວາມ ເປັນເອກະພາບໃນລະດັບສູງ, ກຳນົດທິດທາງແຜນການໃຫ້ຖືກ ຕ້ອງ, ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງໃນ ແຕ່ລະໄລຍະ, ແນໃສ່ເຮັດໃຫ້ການ ຊີ້ນຳ-ນຳພາທຸກຂົງເຂດວຽກ ງານເກີດໝາກຜົນຕົວຈິງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ