ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຄະນະຊ່ຽວຊານ ສປ ຈີນປະຈຳໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-08-02 08:19:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ວັນທີ 1 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມ ຢາມຄະນະຊ່ຽວຊານ ສປ ຈີນ ກຸ່ມທີ 5 ປະຈຳໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ, ໂດຍການໃຫ້ ກຽດຕ້ອນຮັບຂອງ ສະຫາຍ ຈ່ຽງຈາຍຕົງ ເອກອັກຄະລັດຖະ ທູດ ສປ ຈີນ ປະຈຳ ສປປ ລາວ, ມີສະຫາຍ ພັນເອກ ພິເສດ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ ພ້ອມດ້ວຍຄະນະຊ່ຽວຊານ ສປ ຈີນ ປະຈຳໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ. ໃນພິທີ ສະຫາຍ ຮອງສາດສະ ດາຈານ ດຣ ນາງ ຫວັງ ເຫວິນ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ປະຈຳໂຮງໝໍສູນກາງ 103 ກອງ ທັບ ໄດ້ລາຍງານຜົນການຈັດຕັ້ງ ປະຕິບັດໜ້າທີ່ຂອງຕົນຮ່ວມກັບ ຄະນະທີມແພດໝໍຂອງໂຮງໝໍ ສູນກາງ 103 ກອງທັບປະຊາຊົນ ລາວໃນໄລຍະຜ່ານມາ ເປັນຕົ້ນ ແມ່ນການຊ່ວຍໃນການຮັບມືກັບ ການລະບາດຂອງພະຍາດໂຄ ວິດ-19 ແລະ ການປິ່ນປົວພະ ຍາດອື່ນໆແມ່ນໄດ້ສໍາເລັດຕາມ ການມອບໝາຍຂອງຂັ້ນເທິງຕະ ຫຼອດມາ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ມີຄໍາເຫັນຫຼາຍບັນຫາທີ່ສຳຄັນ ເຊິ່ງມີບາງຕອນສະຫາຍໄດ້ກ່າວ ວ່າ: ການປະຕິບັດໜ້າທີ່ຂອງບັນ ດາສະຫາຍຢູ່ໃນໄລຍະເວລາທີ່ ພວກເຮົາກຳລັງຜະເຊີນໜ້າກັບ ພະຍາດລະບາດ ແລະ ມັນສະ ແດງເຖິງມິດຕະພາບໝົດຈິດໝົດ ໃຈທີ່ສອງພັກ, ສອງກອງທັບເຮົາ ມີຕໍ່ກັນ, ພັກ ແລະ ລັດຖະບານ ສອງປະເທດພວກເຮົາມີລະບົບທາງດ້ານການເມືອງຄືກັນ, ເຊິ່ງ ສປ ຈີນ ໄດ້ຊ່ວຍເຫຼືອພວກເຮົາ ທຸກໆໄລຍະທີ່ຜ່ານມາ, ພິເສດມື້ນີ້ເປັນວັນສ້າງຕັ້ງກອງທັບປົດ ປ່ອຍປະຊາຊົນຈີນ ຄົບຮອບ 94 ປີ ເຊິ່ງເປັນໄລຍະທີ່ພວກເຮົາກໍ ພວມສະເຫຼີມສະຫຼອງວັນປະ ຫວັດສາດສຳຄັນຂອງພັກ, ເປັນຕົ້ນວັນສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 100 ປີ ນີ້ແມ່ນການ ເຕີບໃຫຍ່ຂະຫຍາຍຕົວຂອງພັກຄອມມູນິດຈີນ ແລະ ເປັນການ ສ້າງພື້ນຖານສັງຄົມນິຍົມໃຫ້ ກອງທັບ ເຊິ່ງກໍໄດ້ມີການໂຄສະນາຜ່ານທາງສື່ຕ່າງໆຂອງກອງທັບພວກເຮົາ ໂດຍສະເພາະແມ່ນ ການປາຖະກະຖາຢູ່ບັນດາກຳລັງ ຫຼວງ-ກໍາລັງທ້ອງຖິ່ນທົ່ວກອງ ທັບປະຊາຊົນລາວ. ພ້ອມນັ້ນ ສະ ຫາຍກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະຊ່ຽວຊານ ສປ ຈີນ ທີ່ຕັ້ງໃຈປະຕິບັດໜ້າທີ່ເປັນ ແບບຢ່າງທີ່ດີໃຫ້ອ້າຍນ້ອງລາວ ແລະ ໄດ້ຈັດຕັ້ງເຝິກອົບຮົມບໍາລຸງ ໄລຍະສັ້ນໃຫ້ຝ່າຍລາວ, ມີການ ປຶກສາຫາລືກັນແບບເປັນກັນ ເອງ, ແບບຄອບຄົວຂອງຕົນເອງ ໂດຍເປັນທັງຄະນະຊ່ຽວຊານ ແລະ ທີ່ປຶກສາໃນການລົງເຝິກຫັດ ຢູ່ສະຖານທີ່ຕົວຈິງຕາມບັນດາ ໂຮງໝໍກອງພົນ ເພື່ອກວດເບິ່ງ ຄວາມຈຳເປັນຕົວຈິງທີ່ທາງຄະ ນະຊ່ຽວຊານຈະຕ້ອງໄດ້ຊ່ວຍ ເຫຼືອກອງທັບຂອງພວກເຮົາ ເປັນ ຕົ້ນການຊ່ວຍເຫຼືອທາງດ້ານວຽກ ງານຊາຍແດນ ແລະ ການຮັບມື ກັບການລະບາດຂອງພະຍາດໂຄ ວິດ-19 ໂດຍການສົ່ງວັກຊີນ ແລະ ທີມແພດມາຊ່ວຍເຫຼືອໂຮງໝໍສູນ ກາງ 103 ກອງທັບປະຊາຊົນລາວ ໃຫ້ມີໃບໜ້າອັນໃໝ່, ການພົວພັນ ມິດຕະພາບອັນຍິ່ງໃຫຍ່ຂອງສອງ ຊາດ, ສອງກອງທັບ ລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. ໃນ ຕອນທ້າຍຄະນະທັງສອງຝ່າຍ ຍັງໄດ້ພ້ອມກັນລົງຫົດນໍ້າຕົ້ນໄມ້ ມິດຕະພາບນໍາອີກ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ