ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 584 ປາຖະກະຖາ ວັນສ້າງຕັ້ງພັກກອມມຸຍນິດຈີນ
ເວລາອອກຂ່າວ: 2021-08-02 08:41:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 65 | ຄວາມນິຍົມ:



ໃນວັນທີ 27 ກໍລະກົດ 2021, ກອງພັນໃຫຍ່ 584 ໄດ້ຈັດຕັ້ງ ປາຖະກະຖາວັນສ້າງຕັ້ງພັກ ກອມມຸຍນິດຈີນ ຄົບຮອບ 100 ປີ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ມອນໄທ ສະລິດ ໄຊ ຮອງເລຂາຄະນະພັກ ຫົວໜ້າ ການທະຫານ ກອງພັນໃຫຍ່ 584, ມີຄະນະພັກ-ຄະນະ ບັນຊາ ກອງພັນ, ພະແນກການຕະຫຼອດຮອດພະນັກງານເຂົ້າຮ່ວມ. ສະຫາຍ ພັນເອກ ມອນໄທ ສະລິດໄຊ ໄດ້ຍົກໃຫ້ເຫັນການກໍາເນີດຂອງພັກກອມມຸຍນິດຈີນ ໃນຫຼາຍເຫດການສໍາຄັນທີ່ເກີດ ຂຶ້ນ ນັບແຕ່ໄດ້ຮັບການສ້າງຕັ້ງ ຈົນຮອດປັດຈຸບັນທີ່ພັກນໍາພາ ປະຊາຊົນຈີນ ໃນການພັດທະນາ ປະເທດຊາດ: ພັກກອມມຸຍນິດ ຈີນແມ່ນພັກການເມືອງໜຶ່ງທີ່ຍິ່ງ ໃຫຍ່ ແລະ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ໃນເຮືອນ້ອຍລໍາໜຶ່ງ ໃນເວລາ ນັ້ນ, ມີສະມາຊິກພຽງແຕ່ 58 ສະຫາຍ, ພັກໄດ້ເດີນຕາມຫຼັກ ການຂອງລັດທິມາກ-ເລນິນ, ພັກກອມມຸຍນິດຈີນໄດ້ກາຍເປັນ ພັກນໍາພາ, ເປັນກໍາລັງແຮງຊຸກ ດັນ, ທັງເປັນຊີວິດຈິດໃຈ ແລະ ເປັນຄວາມຫວັງອັນແຮງກ້າ ຕໍ່ອະນາຄົດຂອງປະເທດຈີນ ຕະຫຼອດໄລຍະ 100 ປີ ພັກກອມມຸຍນິດຈີນໄດ້ນໍາພາຂະບວນພັດທະນາປະເທດຊາດ ມີຜົນສໍາເລັດອັນຍິ່ງໃຫຍ່, ພັກ ໄດ້ນໍາພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກ, ໄດ້ນໍາພາປະ ເທດຊາດສ້າງສັງຄົມນິຍົມທັນ ສະໄໝຮອບດ້ານ ບັນລຸໃນການ ຟື້ນຟູຄວາມສີວິໄລຮຸ່ງເຮືອງອັນ ຍິ່ງໃຫຍ່ຂອງປະເທດຊາດ ພັກ ກອມມຸຍນິດຈີນໄດ້ຢືດໝັ້ນໃນອຸ ດົມການຂອງພັກ ການສ້າງພາ ລະກິດອັນຍິ່ງໃຫຍ່ຂອງປະຊາ ຊົນ ຈີນ ແລະ ເປັນພັກທີ່ນໍາພາປະ ຊາຊົນທົ່ວປະເທດຢຶດໝັ້ນໄລຍະ ການພັດທະນາໃໝ່, ປະຕິບັດ ແນວຄິດ ແລະ ສ້າງສະພາບການ ພັດທະນາໃໝ່, ຊຸກຍູ້ການ ພັດທະ ນາທີ່ມີຄຸນນະພາບ, ບຸກບືນຕົວ ເພື່ອສ້າງພາລະ ກິດໃໝ່ ແລະ ມີຜົນສໍາເລັດອັນຍິ່ງໃຫຍ່ໃນ ການສ້າງປະເທດສັງຄົມນິ ຍົມທັນສະໄໝຮອບດ້ານ. ໂດຍ: ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ