ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກຊາວໜຸ່ມຫ້ອງວ່າການກະຊວງປ້ອງກັນປະເທດ ເຜີຍແຜ່ກົດໝາຍ
ເວລາອອກຂ່າວ: 2021-08-02 08:44:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ໍໍໍໍໃນວັນທີ 30 ກໍລະກົດ 2021 ນີ້,ພະແນກຊາວໜຸ່ມ ຫ້ອງວ່າການ ກະຊວງປ້ອງກັນປະເທດໄດ້ຈັດ ຕັ້ງເຜີຍແຜ່ກົດໝາຍໃຫ້ສະມາຊິກ ຂອງຕົນ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າຫ້ອງ ການເມືອງ ຫ້ອງວ່າການກະຊວງ ປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຄະນະນຳຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມ ແຕ່ລະກົມກອງທີ່ຂຶ້ນກັບເຂົ້າ ຮ່ວມ. ກົດໝາຍທີີ່ນຳມາເຜີຍແຜ່ໃນ ຄັ້ງນີ້ ປະກອບມີ: ຂໍ້ກຳນົດ ວ່າດ້ວຍ ການຈັດຕັ້ງປະຕິບັດພື້ນຖານ ລະບຽບບຸກຄົນ ແລະ ການເຄື່ອນ ໄຫວກິດຈະກຳພາຍໃນກອງທັບ ປະຊາຊົນລາວ ແລະ ຜ່ານຄຳສັ່ງ ເພີ່ມເຕີມ ວ່າດ້ວຍ ການເພີ່ມທະ ວີການຄຸ້ມຄອງ-ນຳໃຊ້ຂໍ້ມູນຂ່າວ ສານທີ່ເປັນຄວາມລັບຂອງຊາດ, ຂອງກອງທັບ ທາງດ້ານສື່ອອນ ລາຍ, ອິນເຕີເນັດ, ເຟດບຸກ, ປະ ມວນກົດໝາຍອາຍາ ແລະ ປະ ມວນກົດໝາຍແພ່ງ ທັງນີ້ ກໍເພື່ອ ເຮັດໃຫ້ພະນັກງານ-ສະມາຊິກ ຊາວໜຸ່ມໃນທົ່ວຫ້ອງວ່າການ ກະ ຊວງປ້ອງກັນປະເທດ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈເປັນເອ ກະພາບ ຕໍ່ກົດໝາຍດັ່ງກ່າວ ເພື່ອ ເປັນພື້ນຖານບ່ອນອີງໃຫ້ແກ່ການ ເຄື່ອນໄຫວ ແລະ ການດໍາລົງ ຊີວິດຂອງພະນັກງານ-ນັກຮົບໃນ ທົ່ວກອງທັບ ທັງນໍາເອົາກົດ ໝາຍດັ່ງກ່າວ ມາຈັດຕັ້ງປະຕິ ບັດເຂົ້າສູ່ຊີວິດຕົວຈິງຢ່າງເຂັ້ມ ງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ