ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳກະຊວງປ້ອງກັນປະເທດເຂົ້າອວຍພອນເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ
ເວລາອອກຂ່າວ: 2021-08-03 08:28:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 286 | ຄວາມນິຍົມ:



ໃນວັນທີ 2 ສິງຫາ 2021 ນີ້, ຄະນະນໍາກະຊວງປ້ອງກັນປະ ເທດ ນໍາໂດຍ ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ພ້ອມດ້ວຍຄະນະ ໄດ້ນໍາເອົາ ກະຕ່າດອກໄມ້ ແລະ ກະຕ່າຂອງ ຂວັນເຂົ້າອວຍພອນ ສະຫາຍ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ ແລະ ວັນສ້າງຕັ້ງພັກກອມ ມູນິດຈີນ ຄົບຮອບ 100 ປີ ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປົດປ່ອຍປະຊາຊົນຈີນ ຕະຫຼອດໄລຍະຜ່ານມາ, ເຫັນ ໄດ້ວ່າກອງທັບປົດປ່ອຍປະຊາ ຊົນຈີນ ໄດ້ຮັບການປັບປຸງກໍ່ສ້າງ ເຕີບໃຫຍ່ຂະຫຍາຍຕົວ, ມີຄວາມ ເຂັ້ມແຂງ ແລະ ພັດທະນາໄປ ຕາມທິດກໍ່ສ້າງສັງຄົມນິຍົມ, ສົມ ເປັນກໍາລັງແຮງອັນແຂງແກ່ນ ໃນການປົກປັກຮັກສາຄວາມສະ ຫງົບໝັ້ນຄົງຂອງ ສປ ຈີນ, ພ້ອມ ກັນນັ້ນ ກໍໄດ້ຍົກໃຫ້ເຫັນການພົວ ພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໂດຍສະເພາະສອງກອງ ທັບ ລາວ-ຈີນ ຕະຫຼອດໄລຍະທີ່ ຜ່ານມາໄດ້ມີການພັດທະນາເຂົ້າ ສູ່ລວງເລິກ, ກອງທັບປະຊາຊົນ ລາວ ຂໍສະແດງຄວາມຂອບໃຈ ຢ່າງສູງຕໍ່ພັກ-ລັດ ແລະ ການນໍາ ກະຊວງປ້ອງກັນປະເທດຈີນ ທີ່ ໃຫ້ການຊ່ວຍເຫຼືອຫຼາຍດ້ານແກ່ ກອງທັບປະຊາຊົນລາວ ແລະ ປະ ຊາຊົນລາວບັນດາເຜົ່າຕະຫຼອດ ໄລຍະຜ່ານມາ, ຫວັງວ່າໄລຍະຕໍ່ ໄປຈະໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອຈາກພັກ-ລັດ ກໍຄື ກອງ ທັບປົດປ່ອຍປະຊາຊົນຈີນ ຕື່ມ ອີກ. ໂອກາດນີ້, ສະຫາຍ ຈ່ຽງຈ້າຍ ຕົງ ເອກອັດຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ສະແດງ ຄວາມຂອບອົກຂອບໃຈ ແລະ ຕີ ລາຄາສູງຕໍ່ ສະຫາຍ ພົນໂທ ທອງ ລອຍ ສິລິວົງ ພ້ອມດ້ວຍຄະນະນໍາ ກະຊວງປ້ອງກັນປະເທດ ທີ່ເຫັນ ໄດ້ຄວາມໝາຍສໍາຄັນຂອງສອງວັນດັ່ງກ່າວ ພ້ອມທັງໃຫ້ສັນຍາ ວ່າຈະສືບຕໍ່ຮັດແໜ້ນຄວາມສາ ມັກຄີ, ການພົວພັນຮ່ວມມື ລະ ຫວ່າງສອງຊາດ ກໍຄື ສອງກອງທັບໃຫ້ນັບມື້ຫັນເຂົ້າສູ່ລວງເລິກ. ໂດຍ: ນາງ ຈ່ອຍ ເພັດດາວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ