ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກະຊວງປ້ອງກັນປະເທດ ອົດສະຕຣາລີ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດລາວ
ເວລາອອກຂ່າວ: 2021-08-03 08:30:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ວັນທີ 2 ສິງຫາ 2021 ນີ້, ທ່ານ ໂພລ ແຄລີ ເອກອັກຄະລັດ ຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້ກະຊວງ ປ້ອງກັນປະເທດ ອົດສະຕຣາລີ ນຳເອົາອຸປະກອນການແພດ ເພື່ອ ປ້ອງກັນ ແລະ ຕ້ານການແຜ່ລະ ບາດຂອງພະຍາດໂຄວິດ-19 ມາ ມອບໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໂດຍການກ່າວ ຮັບຂອງ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະ ນະ ເຂົ້າຮ່ວມ. ສໍາລັບອຸປະກອນການແພດທີ່ ນຳມາມອບໃນຄັ້ງນີ້ປະກອບມີ: ເຄື່ອງຖ່າຍລັງສີ (X-Ray)ແບບເຄື່ອນທີ່ ຈຳນວນ 2 ເຄື່ອງ, ເຄື່ອງດູດຂີ້ກະເທີ່ (7A-23D) ຈໍານວນ 5 ຊຸດ, ເຄື່ອງຕິດຕາມ ຄົນເຈັບໜັກ (Trismed Vitapia 7000K) ຈໍານວນ 5 ຊຸດ, ເຄື່ອງ ວັດແທກຫົວໃຈ (Suzuken kenz Czrdico 306) ຈໍາ ນວນ 5 ຊຸດ, ເຄື່ອງວັດແທກອົກຊີ ຈໍານວນ 5 ຊຸດ, ເຄື່ອງວັດແທກ ຄວາມດັນເລືອດແບບອັດຕະໂນ ມັດ (TM-2657P) ຈໍານວນ 5 ຊຸດ, ເຄື່ອງວັດແທກຄວາມດັນ ເລືອດແບບຮັດແຂນ (BP-1307) ຈໍານວນ 20 ເຄື່ອງ, ລວມ ມູນຄ່າທັງໝົດ 245.000 ໂດ ລາອົດສະຕາລີ. ໂອກາດດັ່ງກ່າວ, ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ທ່ານ ໂພລ ແຄລີ ກໍຄື ກະຊວງປ້ອງກັນປະ ເທດອົດສະຕຣາລີ ທີ່ໃຫ້ການ ຊ່ວຍເຫຼືອອຸປະກອນການແພດ ແກ່ກະຊວງປ້ອງກັນປະເທດ ລາວ ໃນໄລຍະທີ່ຜ່ານມາ ກໍຄື ຄັ້ງ ນີ້, ພ້ອມທັງກ່າວວ່າຈະນໍາເອົາ ອຸປະກອນການແພດດັ່ງກ່າວນີ້ ໄປມອບຕໍ່ໃຫ້ບັນດາໂຮງໝໍຂອງ ກອງທັບ ເພື່ອໝູນໃຊ້ເຂົ້າໃນການ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດໂຄວິດ-19 ທີ່ກໍາລັງ ລະບາດໃນປັດຈຸບັນໃຫ້ເກີດປະ ໂຫຍດສູງສຸດ. ຈາກນັ້ນ, ກະຊວງ ປ້ອງກັນປະເທດລາວ ກໍໄດ້ມອບ ໃບກຽດຕິຄຸນໃຫ້ແກ່ກະຊວງ ປ້ອງກັນປະເທດອົດສະຕຣາລີ ອີກດ້ວຍ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ