ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖະແຫຼງຂ່າວ ວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 11 ປີ
ເວລາອອກຂ່າວ: 2021-08-03 08:49:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ທ້າຍເດືອນກໍລະກົດ 2021 ນີ້, ທີ່ກະຊວງແຮງງານ ແລະ ສະ ຫວັດ ດີ ການ-ສັງຄົມໄດ້ມີພິທີຖະ ແຫຼງຂ່າວ ວັນມີຜົນບັງຄັບໃຊ້ສົນ ທິສັນຍາ ວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຄົບຮອບ 11 ປີ(1 ສິງຫາ 2010-1 ສິງ ຫາ 2021),ໂດຍການຖະແຫຼງ ຂອງ ທ່ານ ປະເດີມພອນ ສົນ ທະນີ ຮອງລັດຖະມົນຕີກະ ຊວງ ແຮງງານ ແລະ ສະຫວັດ ດີ ການສັງຄົມ, ຮອງປະທານຜູ້ ປະຈໍາການ ຄະນະກໍາມະການຄຸ້ມ ຄອງແຫ່ງຊາດ ເພື່ອແກ້ໄຂບັນ ຫາລະເບີດບໍ່ທັນແຕກ ( ລບຕ ) ທີ່ຕົກຄ້າງ ຢູ່ ສປປ ລາວ . ສຳລັບ ສປປ ລາວ ໃນການ ເຂົ້າຮ່ວມເປັນພາຄີ ສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດ ລູກຫວ່ານສະບັບນີ້ ເຊິ່ງມີເປົ້າ ໝາຍຕົ້ນຕໍເພື່ອຮ່ວມມືກັບບັນ ດາລັດພາຄີໃນການແລກປ່ຽນ ບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໂດຍແນໃສ່ເຮັດໃຫ້ ການເຄື່ອນໄຫວດໍາລົງຊີວິດ ແລະ ທຳການຜະລິດ ຂອງປະຊາຊົນ ໃຫ້ມີຄວາມປອດໄພຈາກລະເບີດ ຕົກຄ້າງ ນັບມື້ດີຂຶ້ນ. ສະນັ້ນ, ລັດ ຖະບານແຫ່ງ ສປປ ລາວ ມີຄວາມ ຕັ້ງໜ້າ ແລະ ສະແດງບົດບາດນໍາ ໜ້າໃນຂະບວນການປະກອບ ສ່ວນອັນສໍາຄັນໃນການສະໜັບ ສະໜູນ ສົນທິສັນຍາ ວ່າດ້ວຍ ການ ເກືອດຫ້າມລະເບີດລູກ ຫວ່ານ, ສປປ ລາວ ໃນຖານະເປັນ ປະເທດທີ່ໄດ້ຮັບຜົນກະທົບຈາກ ລະເບີດລູກຫວ່ານຫຼາຍກວ່າປະ ເທດອື່ນ ໂດຍໄດ້ສືບຕໍ່ສະແດງ ຄວາມຮັບຜິດຊອບຂອງຕົນດ້ວຍ ການລົງນາມໃນສົນທິສັນຍາສະ ບັບດັ່ງກ່າວ ໃນວັນທີ 18 ມີນາ 2009 ເຊິ່ງເປັນປະເທດທີ 2 ຖັດຈາກປະເທດ ນັອກແວ ແລະ ກໍໄດ້ໃຫ້ສັດຕະຍາບັນ ໃນວັນທີ 16 ກຸມພາ 2010, ເຊິ່ງມີຜົນ ບັງຄັບໃຊ້ໃນວັນທີ 1 ສິງຫາ 2010 ແລະ ສປປ ລາວ ກໍໄດ້ສະ ໝັກເປັນເຈົ້າພາບຈັດກອງປະ ຊຸມແຫ່ງລັດພາຄີ ສົນທິສັນຍາ ຄັ້ງທີ I ຂຶ້ນໃນວັນທີ 9-12 ພະຈິກ 2010 ທີ່ນະຄອນຫຼວງວຽງຈັນ ແລະ ກອງປະຊຸມລັດພາຄີສົນ ທິສັນຍາ ວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຄັ້ງທີ IX, ປີ 2019 ໄດ້ຮັບຮອງໃຫ້ລັດຖະ ບານແຫ່ງ ສປປ ລາວ ຕໍ່ອາຍຸ ສັນຍາ ຂອງ ສປປ ລາວ ໄປຕື່ມອີກ 5 ປີ ແຕ່ປີ 2020 - 2025. ສໍາ ລັບການຈັດຕັ້ງປະຕິບັດວຽກ ງານຂອງບັນດາອົງການປະຕິ ບັດງານແກ້ ໄຂບັນ ລບຕ ຢູ່ ສປປ ລາວ ແຕ່ 1996 ເຖິງ 31 ທັນວາ 2020 ໄດ້ທໍາລາຍລະເບີດບໍ່ ທັນແຕກທີ່ຕົກຄ້າງ ຈໍານວນ 1.636.590 ໜ່ວຍ. ໃນນີ້, ລະເບີດລູກຫວ່ານ (ບົມບີ) ຈໍາ ນວນ 923.895 ໜ່ວຍ; ບົມ ໃຫຍ່ ຈໍານວນ 4.209 ໜ່ວຍ; ລະເບີດຝັງດິນ(ມິນ) ຈໍານວນ 2.337 ໜ່ວຍ ແລະ ທໍາລາຍ ສໍາ ພາວຸດອື່ນໆ ຈໍານວນ 706.149 ລູກ; ກວດກູ້ເນື້ອທີ່ດິນ ທັງໝົດ 70.348,82 ເຮັກຕາ; ໂຄສະ ນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 3.865 ບ້ານ; ຊ່ວຍ ເຫຼືອຜູ້ຖືກເຄາະຮ້າຍຈາກລະ ເບີດບໍ່ທັນແຕກທີ່ຕົກຄ້າງ ແຕ່ປີ 2015 - 2020 ຈໍານວນ 296 ຄົນ;ການສຳຫຼວດບໍ່ແມ່ນວິຊາ ການ ແຕ່ປີ 2011-2020 ຈໍານວນ 2.264 ບ້ານ; ການສຳຫຼວດ ທາງດ້ານວິຊາການ ແຕ່ປີ 2010- 2020 ຈໍານວນ 1.601 ບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະ ທົບຈາກລະເບີດລູກຫວ່ານ ແຕ່ປີ 2010-2020 ຈໍານວນ 129.932,84 ເຮັກຕາ. ຜົນສຳເລັດດັ່ງກ່າວ, ຍ້ອນ ຄວາມເອົາໃຈໃສ່ ແລະ ການຊ່ວຍ ເຫຼືອສະໜັບສະໜູນຈາກທຸກພາກ ສ່ວນທີ່ກ່ຽວຂ້ອງ ທັງພາກລັດຖະ ບານ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ບັນດາປະ ເທດເພື່ອນມິດ, ອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງສາກົນ ບໍ່ສັງກັດລັດຖະບານ ແລະ ອື່ນໆ ທີ່ໄດ້ລະດົມທຶນ, ປະກອບສ່ວນ ດ້ານເຕັກນິກວິຊາການຂອງວົງ ຄະນະຍາດສາກົນ, ການປະກອບ ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາອົງການປະຕິບັດງານ ຂອງ ລາວ ແລະ ຕ່າງປະເທດ ເປັນແຮງຂັບເຄື່ອນໃນການວຽກ ງານການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ເຊິ່ງເຫັນວ່າສອດຄ່ອງກັບການ ຜັນຂະຫຍາຍສົນທິສັນຍາ ວ່າ ດ້ວຍ ການເກືອດຫ້າມລະເບີດລູກ ຫວ່ານ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ