ປິດຊຸດອົບຮົມວຽກງານພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-08-05 08:56:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:
ພິທີປິດຊຸດອົບຮົມ-ຫັດແອບ ວຽກງານພະລາທິການ-ເຕັກນິກ ໄລຍະສັ້ນ ປະຈໍາປີ 2021 ຂອງ
ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ຈັດຂຶ້ນໃນວັນທີ 2
ສິງຫາ 2021 ນີ້, ພາຍຫຼັງທີ່ໄດ້ ດໍາເນີນມາເປັນເວລາ 7 ວັນ, ໂດຍ
ການເປັນປະທານຂອງ ສະຫາຍ ພັນເອກ ຄໍາພູ ເພັດສັງຄາ ຄະນະ
ພັກ-ຄະນະອໍານວຍການ ຫົວໜ້າ ຫ້ອງພະລາທິການ-ເຕັກນິກໂຮງ
ຮຽນທິດສະດີການເມືອງກອງ ທັບ, ມີຄະນະຫ້ອງ, ຄະນະວິຊາ
ຄູ, ຄະນະຮັບຜິດຊອບຊີ້ນໍາຊຸດອົບ
ຮົມ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມ 100 ກວ່າສະຫາຍ.
ພັນໂທ ບຸນທະນົງໄຊ ວໍລະ ສານ ຮອງຫົວໜ້າຫ້ອງພະລາທິ ການ-ເຕັກນິກ ໂຮງຮຽນທິດສະ ດີການເມືອງກອງທັບ ໄດ້ສະຫຼຸບ ຕີລາຄາຜົນໄດ້ຮັບຜ່ານການຈັດ ຕັ້ງອົບຮົມ-ຫັດແອບຕົວຈິງ ເຊິ່ງ
ລວມມີ 8 ວິຊາຮຽນ, ມີຈໍານວນ ພົນເຂົ້າຮ່ວມອົບຮົມ 649 ເທື່ອ
ຄົນ ເທົ່າກັບ 56 ຊົ່ວໂມງ, ໃນນັ້ນ,
ວຽກງານເສນາ-ພະລາຂັ້ນເກັ່ງ
ມີ 79 ສະຫາຍ ເທົ່າກັບ 91,86%,
ກາງ 7 ສະຫາຍ ເທົ່າກັບ 8,13%;
ວຽກງານອຸປະ ໂພກ- ບໍລິໂພກ
ຂັ້ນເກັ່ງ 75 ສະຫາຍ ເທົ່າກັບ
89,28%, ກາງ 9 ສະຫາຍ ເທົ່າ
ກັບ 10,71%; ວຽກງານເສນາ
ຮັກຂັ້ນເກັ່ງ 76 ສະຫາຍເທົ່າ ກັບ 91,56%, ກາງ 7 ສະຫາຍ ເທົ່າກັບ 8,43%; ວຽກງານ ຂົນສົ່ງ ຂັ້ນເກັ່ງ 71 ສະຫາຍ ເທົ່າກັບ 89,87%, ກາງ 8 ສະຫາຍ ເທົ່າກັບ 10,12%; ວຽກງານເຊື້ອໄຟ ຂັ້ນເກັ່ງ 80 ສະຫາຍ ເທົ່າກັບ 91,95%, ກາງ 7 ສະຫາຍ ເທົ່າກັບ 8,04%;
ວຽກງານເຕັກນິກ-ຄຸ້ມຄອງພາ ຫະນະ ຂັ້ນເກັ່ງ 74 ສະຫາຍເທົ່າ ກັບ 90,24%, ກາງ 8 ສະຫາຍ
ເທົ່າກັບ 9,75 %; ວຽກງານກໍ່ ສ້າງ-ຄຸ້ມຄອງຊັບສິນຂັ້ນເກັ່ງ 66 ສະຫາຍ ເທົ່າກັບ 89,18%, ກາງ 8 ສະຫາຍ ເທົ່າກັບ 10,81% ແລະ ວຽກງານຜະລິດກະສິກໍາ ຂັ້ນເກັ່ງ 66 ສະຫາຍ ເທົ່າກັບ 89,18%, ກາງ 8 ສະຫາຍເທົ່າ ກັບ 10,81%.
ໃນໂອກາດດັ່ງກ່າວ, ສະຫາຍ
ພັນເອກ ຄໍາພູ ເພັດສັງຄາໄດ້ ມີຄໍາເຫັນໂອ້ລົມຍ້ອງຍໍຊົມເຊີຍ
ຕໍ່ຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກສໍາມະນາກອນທຸກ
ສະຫາຍທີ່ໄດ້ພ້ອມກັນເຮັດສໍາ ເລັດໜ້າທີ່ຕາມການແຕ່ງຕັ້ງ ມອບໝາຍດ້ວຍຄວາມຮັບຜິດ ຊອບສູງ ພ້ອມທັງເນັ້ນໜັກໃຫ້
ນັກສໍາມະນາກອນແຕ່ລະສະຫາຍ
ຈົ່ງພ້ອມກັນນໍາເອົາຄວາມຮູ້ ຈາກເນື້ອໃນທິດສະດີຫຼັກການ ທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າ
ໃນວຽກງານວິຊາສະເພາະຕົວ ຈິງຖືກຕ້ອງສອດຄ່ອງ ແລະ
ແທດເໝາະກັບສະພາບຂອງ
ກົມກອງຮັບປະກັນທາງດ້ານ ວຽກງານພະລາທິການ-ເຕັກນິກ ໃຫ້ກົມກອງສືບຕໍ່ເຮັດສໍາເລັດ ໜ້າທີ່ເປັນກ້າວໆ.
ໂດຍ: ຄໍາພັດ ມິ່ງມູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ