ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບເຮືອນນອນ ກອງຮ້ອຍ 156
ເວລາອອກຂ່າວ: 2021-08-05 08:57:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນວັນທີ 30 ກໍລະກົດ ຜ່ານມານີ້, ໄດ້ມີພິທີມອບ-ຮັບ ອາຄານເຮືອນນອນຫຼັງໃໝ່ ຂອງ ກອງຮ້ອຍ 156 (ຂົນສົ່ງ) ກອງ ພົນທີ 1 ລະຫວ່າງພະແນກກໍ່ ສ້າງ-ຄຸ້ມຄອງຊັບສິນ ແລະ ກອງ ຮ້ອຍ 156, ໂດຍມີ ສະຫາຍ ພັນ ໂທ ປອ ພູວຽງ ດາວັນນະຮັກ ຫົວໜ້າຫ້ອງພະລາທິການ ກອງ ພົນທີ1, ມີຜູ້ຕາງໜ້າພະແນກ ການທີ່ກ່ຽວ ຂ້ອງ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ ເປັນສັກຂີພະຍານ. ສະຫາຍ ພັນຕີ ສາຍພິນ ສຸລິ ວົງຄຳ ຮອງຫົວໜ້າກອງຮ້ອຍກໍ່ ສ້າງໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ອາຄານເຮືອນນອນຫຼັງໃໝ່ເລີ່ມ ກໍ່ສ້າງແຕ່ ວັນທີ 4 ມິຖຸນາ 2020 ມາຮອດ ວັນທີ 30 ກໍລະກົດ 2021 ຈຶ່ງສຳເລັດ, ເຊິ່ງຈຸດພິເສດຂອງ ອາຄານເຮືອນນອນຫຼັງໃໝ່ ນີ້ມີ 1 ຊັ້ນຖາວອນ, ມີຂະໜາດ 7 x 20 ແມັດ, ມີຄວາມສູງ 3,5 ແມັດ, ເປັນ ອາຄານຍາວສາມາດບັນຈຸໄດ້ ປະມານ 28 ສະຫາຍ. ໂດຍແບ່ງ ອອກເປັນ 2 ຫ້ອງ: ຫ້ອງທີ1 ເປັນຫ້ອງນອນລວມຂອງພະນັກ ງານ-ນັກຮົບທົ່ວໄປ, ຫ້ອງທີ 2 ເປັນຫ້ອງນອນຂອງພະນັກງານ ໝວດ ແຕ່ລະຫ້ອງປະກອບມີ ໄຟຟ້າ, ພັດລົມ, ດ້ານໜ້າມີລະ ບຽງ. ໂຄງສ້າງສ່ວນໃຫຍ່ປະ ກອບດ້ວຍເບຕົງເສີມເຫຼັກທີ່ແໜ້ນ ໜາສາມາດຮັບນໍ້າໜັກໄດ້ຢ່າງ ທົນທານ, ຝາກໍ່ດ້ວຍດິນບ໋ອກ, ພື້ນປູດ້ວຍກະໂລ, ມຸງດ້ວຍກະ ເບື້ອງໄຕລອນ, ເພດານໂຄງເຫຼັກ ຊີລາຍຢິບຊໍາ ແລະ ແຜ່ນລຽບ ລວມມູນຄ່າໃນການ ກໍ່ສ້າງທັງ ໝົດ 100.000.000 ກີບ ເຊິ່ງ ແມ່ນທຶນຂອງກອງພົນທີ 1, 100% ແລະ ແຮງງານ ວິຊາ ການແມ່ນນໍາໃຊ້ພາຍໃນກົມກອງ ທັງໝົດ. ຈາກນັ້ນ, ກໍໄດ້ມີພິທີເຊັນ ມອບ-ຮັບອາຄານເຮືອນນອນຫຼັງ ໃໝ່ຢ່າງເປັນທາງການ. ໂດຍ : ອຸດອນ ອິນທິສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ