ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມທາງໄກ ໜ່ວຍປະສານງານປະຈຳພື້ນທີ່ຊາຍແດນ ລາວ-ໄທ
ເວລາອອກຂ່າວ: 2021-08-05 08:59:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ກອງປະຊຸມທາງໄກ ຄັ້ງທີ IV ປະຈໍາປີ 2021 ຂອງຄະນະ ໜ່ວຍປະສານງານ ແລະ ແກ້ໄຂ ບັນຫາຢາເສບຕິດຕາມຊາຍ ແດນລາວ-ໄທ (ແຂວງວຽງຈັນ, ແຂວງໄຊຍະບູລີ ແລະ ຈັງຫວັດ ເລີຍ ຣາຊະອານາຈັກໄທ) ຈັດຂຶ້ນ ໃນ ທ້າຍເດືອນກໍລະກົດຜ່ານມາ, ແຂວງວຽງຈັນ ນໍາໂດຍ ສະຫາຍ ພັນໂທ ຄຳຟອງ ວົງດາລາ ແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງຫົວໜ້າຄະນະ ໜ່ວຍປະສານງານປະຈໍາພື້ນທີ່ ຊາຍແດນ ລາວ-ໄທ ແຂວງວຽງ ຈັນ-ຈັງຫວັດເລີຍ; ແຂວງໄຊ ຍະບູລີ ນຳໂດຍ ສະຫາຍ ພັນເອກ ສົມເພັດ ປັນແກ້ວ ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ຫົວໜ້າຄະນະປະສານງານປະ ຈຳພື້ນທີ່ຊາຍແດນ ລາວ-ໄທ ແຂວງໄຊຍະບູລີ-ຈັງຫວັດເລີຍ ແລະ ຈັງຫວັດເລີຍ ນໍາໂດຍ ສະ ຫາຍ ພັນເອກ ເລວັດ ທໍາຈິລະເດດ ຜູ້ບັງຄັບໜ່ວຍສະເພາະກິດ ກົມ ທະຫານພານທີ 21, ຮອງຫົວໜ້າ ຊຸດປະສານງານປະຈໍາພື້ນທີ່ຊາຍ ແດນໄທ-ລາວ (ແຂວງວຽງຈັນ ແລະ ໄຊຍະບູ ລີ), ມີພາກສ່ວນທີ່ກ່ຽວຂ້ອງແຕ່ລະຝ່າຍເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນ ຄືນຜົນຂອງການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ, ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາຢາ ເສບຕິດຮ່ວມກັນລະຫວ່າງ 3 ຝ່າຍ ເຫັນວ່າແຕ່ລະຝ່າຍໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າ, ຮ່ວມມືຊ່ວຍ ເຫຼືອກັນຕະຫຼອດມາ, ເຊິ່ງສາມາດ ສະກັດກັ້ນ, ແກ້ໄຂຈັບກຸມຜູ້ຄ້າ-ຂາຍຢາເສບຕິດໄດ້ຢ່າງຕໍ່ເນື່ອງ, ໃນນັ້ນ, ກັກຕົວຜູ້ຕ້ອງຫາເປົ້າ ໝາຍຄ້າຂາຍຢາເສບຕິດ ໄດ້ທັງ ໝົດ 13 ລາຍ, ຢຶດຂອງກາງປະ ເພດຢາບ້າໄດ້ 37.577 ເມັດ, ເງິນກີບ 285.000 ກີບ, ເງິນບາດ 5.420 ບາດ (ສະກຸນເງິນໄທ ), ອາວຸດປະເພດປະດິດ 5 ກະບອກ, ລົດຈັກ 2 ຄັນ. ນອກຈາກນີ້, ຍັງໄດ້ພ້ອມກັນສະກັດກັ້ນ ແລະ ແກ້ໄຂການແພ່ລະບາດຂອງພະ ຍາດ ໂຄວິດ -19 ໂດຍໄດ້ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ດ່ານຕິດຕາມການ ລັກລອບເຂົ້າ-ອອກເມືອງທີ່ຜິດ ກົດໝາຍ ແລະ ການ ກະທໍາຜິດ ອື່ນໆ ຕາມແນວຊາຍແດນ. ເພື່ອ ເຮັດໃຫ້ສະພາບບໍລິເວນຊາຍແດນ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍດີ. ກອງປະຊຸມຍັງໄດ້ປຶກສາຫາ ລືເປັນເອກະພາບກັນຫຼາຍບັນ ຫາສໍາຄັນ ເຕັມໄປດ້ວຍຄວາມ ເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມ ທັງໄດ້ວາງທິດທາງແຜນການ ໃນຕໍ່ໜ້າ ໂດຍຈະສືບຕໍ່ເພີ່ມທະ ວີການພົວພັນຮ່ວມມືກັບຄະນະ ໜ່ວຍປະສານງານປະຈຳພື້ນ ທີ່ຝ່າຍຈັງຫວັດເລີຍ, ແລກປ່ຽນຂໍ້ ມູນຂ່າວສານ, ປຶກສາຫາ ລື, ສະ ໜອງຂໍ້ມູນກຸ່ມເປົ້າໝາຍຄ້າຂາຍ ຢາເສບຕິດເຊິ່ງກັນ ແລະ ກັນ ເພື່ອ ຮ່ວມກັນແກ້ໄຂບັນຫາຢາເສບຕິດ ຕາມແນວຊາຍແດນແຂວງວຽງ ຈັນ-ຈັງຫວັດເລີຍ, ໄຊຍະບູລີ- ຈັງຫວັດເລີຍ ໃຫ້ຫຼຸດໜ້ອຍລົງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ