ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໂຄງການກໍ່ສ້າງຢູ່ວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2021-08-06 08:24:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 305 | ຄວາມນິຍົມ:



ພິທີມອບ-ຮັບໂຄງການກໍ່ ສ້າງເຮືອນຄົວລວມ ຂອງວິທະ ຍາຄານການແພດກອງທັບ (ວພທ) ຈັດຂຶ້ນໃນວັນທີ 5 ສິງ ຫາ 2021 ນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພັນເອກ ປອ ຈັນສະ ໝອນ ມະຫາວົງ ຫົວໜ້າການທະ ຫານ ວພທ, ທ່ານ ສີທາດ ແສງ ພະຈັນ ປະທານບໍລິສັດ ແກ້ວທະ ວີຊັບ ກໍ່ສ້າງຄົບວົງຈອນ ຈໍາກັດ ຜູ້ດຽວ, ມີຄະນະພັກ-ຄະນະອໍາ ນວຍການ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ສີທາດ ແສງພະຈັນ ໄດ້ລາຍງານສະພາບການຈັດຕັ້ງ ປະຕິບັດໂຄງການກໍ່ສ້າງເຮືອນ ຄົວລວມຂອງ ວພທ ໃນໄລຍະ ການກໍ່ສ້າງ 3 ປີ 9 ເດືອນ, ເຖິງ ຈະພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກວິກິດທາງດ້ານພະ ຍາດລະບາດ ແລະ ວິກິດທາງ ດ້ານເສດຖະກິດ ທີ່ສົ່ງຜົນກະທົບ ໂດຍກົງ ເຮັດໃຫ້ການປະຕິບັດ ໂຄງການຫຼ້າຊ້າ, ແຕ່ຍ້ອນໄດ້ຮັບ ການເອົາໃຈໃສ່ລົງຕິດຕາມຢ່າງ ໃກ້ສິດຈາກເຈົ້າຂອງໂຄງການ ກໍຄື ຄະນະພັກ-ຄະນະບັນຊາວິທະ ຍາຄານ, ພ້ອມກັນປຶກສາຫາລື ຊອກຫາທາງອອກທີ່ດີໃຫ້ແກ່ຜູ້ຮັບເໝົາ ຈຶ່ງເຮັດໃຫ້ໂຄງການ ດັ່ງກ່າວສໍາເລັດໄປດ້ວຍດີ. ໂຄງ ການກໍ່ສ້າງເຮືອນ ຄົວລວມຂອງ ວພທ ເປັນອາຄານ 2 ຊັ້ນ ໂດຍ ແມ່ນວິທະຍາຄານການແພດ ກອງທັບ ເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດ ແກ້ວທະວີຊັບກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ດ້ວຍຮູບການລົງ ທຶນກໍ່ສ້າງກ່ອນ 100%, ໃນມູນ ຄ່າການກໍ່ສ້າງທັງໝົດ 3.938 ລ້ານກວ່າກີບ (ທຶນກະຊວງປ້ອງ ກັນປະເທດສະໜອງໃຫ້), ໂຄງ ການໄດ້ເລີ່ມລົງມືກໍ່ສ້າງນັບແຕ່ ເດືອນມັງກອນປີ 2018 ເປັນຕົ້ນ ມາ ແລະ ກໍ່ສ້າງສໍາເລັດ 100% ໃນເດືອນ ກໍລະກົດ 2021, ປະ ກອບມີ 6 ໜ້າວຽກຫຼັກຄື: ກໍ່ສ້າງ ອາຄານ 2 ຊັ້ນ ຂະໜາດ 13,50x 37,50 ແມັດ, ກໍ່ສາງກຳແພງ ພ້ອມປະຕູມີຄວາມຍາວ 198 ແມັດ, ກໍ່ສ້າງອ່າງເກັບນໍ້າໃຊ້ຂະ ໜາດກວ້າງ 2 ແມັດ, ຍາວ 12 ແມັດ, ເລິກ 2 ແມັດ, ກໍ່ສ້າງອ່າງ ເກັບນໍ້າເສຍຂະໜາດກວ້າງ 2 ແມັດ, ຍາວ 3 ແມັດ, ເລິກ 2 ແມັດ, ຕິດຕັ້ງຕາຂ່າຍໄຟຟ້າ 220 KW ແລະ ໝໍ້ແປງ 250 KVA ແລະ ເທເບຕົງເສີມເຫຼັກເດີ່ນໜ້າ ອາຄານ. ຈາກນັ້ນ, ກໍໄດ້ເຊັນມອບ-ຮັບເຊິ່ງກັນ ແລະ ກັນລະຫວ່າງ ສະຫາຍ ພັນເອກ ປອ ຈັນສະ ໝອນ ມະຫາວົງ ຫົວໜ້າການທະຫານ ວພທ ໃນນາມເຈົ້າຂອງໂຄງການ ແລະ ທ່ານ ສີທາດ ແສງພະຈັນ ປະທານບໍລິສັດ ແກ້ວທະວີຊັບກໍ່ ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ