ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວສູນທອນພົດໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2021-08-06 08:27:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ:



ຮຽນ: - ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະ ທານ ປະເທດ ທີ່ເຄົາລົບ ແລະ ນັບຖື ຢ່າງສູງ! - ບັນດາທ່ານ ການນໍາ, ອະດີດການນໍາຂັ້ນສູງ ຂອງພັກ-ລັດ ທີ່ນັບຖື. - ບັນດາທ່ານສະມາ ຊິກລັດຖະບານ ທີ່ນັບຖື. - ບັນດາທ່ານສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດ ທີ່ນັບຖື ແລະ ຮັກແພງ. ປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 61 ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງ ຊາດ ແລະ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ. ມື້ ນີ້, ສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງຕົນ ຂຶ້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງ ຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະ ສະໄໝວິສາມັນຂອງບໍລິຫານງານສູນກາງພັກ ສະໄໝທີ XI ເຂົ້າໃນ ທຸກຂົງເຂດວຽກງານດ້ວຍຄວາມຫ້າວຫັນ ແລະ ເປັນຂະບວນການ; ພ້ອມກັນກະກຽມໃຫ້ແກ່ການ ສະເຫຼີມສະຫຼອງວັນລັດຖະທໍາມະນູນ ຄົບຮອບ 30 ປີ ຢ່າງເປັນຂະບວນຟົດຟື້ນ. ໃນໂອກາດ ທີ່ມີຄວາມໝາຍສໍາຄັນນີ້, ກອງປະຊຸມຂໍສະແດງ ຄວາມປິຕິຍິນດີ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ທີ່ໄດ້ຕ້ອນຮັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ (ຂໍຊົມເຊີຍ). ຂໍສະແດງຄວາມຂໍ່ານັບຊົມເຊີຍບັນດາທ່ານການນໍາ, ອະດີດ ການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາ ທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດໃຈ (ຂໍຊົມເຊີຍ). ບັນດາທ່ານ ທີ່ນັບຖື ແລະ ຮັກແພງ ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຊຸດທີ IX ນັບແຕ່ກອງປະຊຸມຄັ້ງປະຖົມມະລືກ ມາຮອດປັດຈຸບັນ ກໍເປັນເວລາ 4 ເດືອນກວ່າ ເຊິ່ງຢູ່ໃນສະພາບການ ພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງສະຫຼັບຊັບຊ້ອນ, ມີການ ແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຕໍ່ບັນດາ ປະເທດຕ່າງໆໃນໂລກ; ໃນນັ້ນ, ລວມມີ ສປປ ລາວ. ສໍາລັບ ປະເທດ ພວກເຮົາ ໃນ 4 ເດືອນຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະ ນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ໄດ້ປະສານສົມທົບ ກັບລັດຖະບານ ປຶກສາຫາລືວຽກງານຕ່າງໆຮ່ວມກັນ ເຊິ່ງມີຄວາມ ເປັນເອກະພາບ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ; ຄະນະລັດຖະບານ ໄດ້ເປັນເຈົ້າການນໍາພາ ຈັດຕັ້ງປະຕິ ບັດມາດຕະການປ້ອງກັນການແຜ່ລະບາດລະບາດ ຂອງພະຍາດໂຄວິດ-19, ໄພພິບັດທໍາມະຊາດ ແລະ ວຽກງານອື່ນໆ ໄດ້ຮັບຜົນສໍາເລັດຫລາຍດ້ານ; ບັນດາອົງການຈັດຕັ້ງຂອງພັກ-ລັດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະ ຈໍາປີ 2021 ບັນລຸໄດ້ຄາດໝາຍທາງດ້ານເສດຖະກິດມະຫາພາກໃນ ລະດັບໜຶ່ງ, ເຮັດໃຫ້ປະເທດຊາດ ສືບຕໍ່ມີສະ ຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດສືບ ຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ. ບັນດາທ່ານການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ແຂກ ທີ່ນັບຖື ແລະ ຮັກແພງ. ປີ 2021 ເປັນປີທໍາອິດ ຂອງການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືການຈັດຕັ້ງຜັນຂະຫຍາຍ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບ ປະມານແຫ່ງລັດ 5 ປີ (2021-2025) ເຊິ່ງສູນກາງພັກ ໄດ້ວາງ ແນວທາງທີ່ເປັນວຽກງານຈໍາເປັນ ແລະ ຮີບດ່ວນ ໃນການຈັດຕັ້ງປະ ຕິບັດ. ສະນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ຕົກລົງດໍາເນີນ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ ບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້: 1. ພິຈາລະນາ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. 2. ພິຈາລະນາ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາ ຢາເສບຕິດ. 3. ພິຈາລະນາ ຮັບຮອງເອົາການປັບປຸງກົດໝາຍ ຈໍານວນ 5 ສະບັບ ຄື: (1) ກົດໝາຍ ວ່າດ້ວຍການຄຸ້ມຄອງສວຍສາອາກອນ. (2) ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ. (3) ກົດໝາຍ ວ່າດ້ວຍອາກອນລາຍໄດ້. (4) ກົດໝາຍ ວ່າດ້ວຍອາກອນຊົມໃຊ້. (5) ກົດໝາຍ ວ່າດ້ວຍຢາເສບຕິດ. 4. ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການ ແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກບັນດາວຽກງານດັ່ງກ່າວມາຂ້າງເທິງນັ້ນ, ສະພາແຫ່ງ ຊາດ ຈະໄດ້ຈັດຕັ້ງພິທີມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ ຢ່າງ ເປັນທາງການ. ບັນດາທ່ານທີ່ນັບຖື ແລະ ຮັກແພງ ເພື່ອພິຈາລະນາຮັບຮອງບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນ ຂອງປະເທດຊາດ, ຄະນະປະຈໍາສະພາແຫ່ງຊດ ຈຶ່ງໄດ້ຮຽກໂຮມບັນ ດາທ່ານ ສະມາຊິກສະພາແຫ່ງຊາດ ດໍາເນີນກອງປະຊຸມສະໄໝວິສາ ມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX. ຕາງໜ້າຄະນະປະ ຈໍາສະພາແຫ່ງຊາດ, ໃນນາມປະທານກອງປະຊຸມ ຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກ ຮ້ອງມາຍັງສະມາຊິກສະພາແຫ່ງຊາດ ຈົ່ງເຊີດຊູຄວາມຮັບຜິດຊອບ ການເມືອງ, ໃນການຄົ້ນຄວ້າ, ປະກອບຄໍາເຫັນ, ພິຈາລະນາຕໍ່ທຸກບັນ ຫາຢ່າງຖີ່ຖ້ວນ, ພາວະວິໄສ ບົນພື້ນຖານແນວທາງນະໂຍບາຍຂອງ ພັກ, ກົດໝາຍ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງຊາດ ເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນ ນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ. ນະໂອກາດນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າ ຂໍປະກາດ ໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ