ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໃນປີຜ່ານມາການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງລາວ-ຫວຽດນາມ ບັນລຸຜົນສຳເລັດຫຼາຍດ້ານ
ເວລາອອກຂ່າວ: 2019-01-07 09:10:18 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 399297322 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 6 ມັງ ກອນ 2019, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຊວນ ຟຸກ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມເປັນປະ ທານຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມສອງຝ່າຍໄດ້ຮ່ວມກັນຕີ ລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງ ປະຊຸມ ຄັ້ງທີ 40 ກໍຄືຂໍ້ຕົກລົງວ່າດ້ວຍແຜນການ ຮ່ວມມືປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລືກ່ຽວ ກັບທິດທາງການຮ່ວມມືໃນປີ 2019. ສອງຝ່າຍໄດ້ຕີລາຄາສູງຕໍ່ບັນ ດາຜົນສຳເລັດຂອງການຈັດຕັ້ງ ປະຕິບັດຂໍ້ຕົກລົງວ່າດ້ວຍແຜນ ການຮ່ວມມືໃນປີ 2018 ຜ່ານ ມາ, ເຊິ່ງບັນລຸຜົນສຳເລັດໃນ ຫຼາຍດ້ານເປັນຕົ້ນ: ການແລກ ປ່ຽນຄະນະຜູ້ແທນຂັ້ນສູງຂອງ ສອງພັກ, ສອງລັດ ໄດ້ດຳເນີນ ເປັນປົກກະຕິ; ການຮ່ວມມືດ້ານ ການພັດທະນາຊັບພະຍາກອນ ມະນຸດ ກໍໄດ້ຮັບການປັບປຸງດ້ານ ຄຸນະພາບ ແລະ ເປີດກວ້າງດ້ວຍ ຫລາຍຮູບການ, ປັດຈຸບັນຈໍາ ນວນນັກສຶກສາລາວທີ່ກໍາລັງ ຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີ ທັງໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ; ດ້ານການລົງທຶນ, ມາຮອດປັດຈຸ ບັນ, ການລົງທຶນຂອງບັນດາວິ ສາຫະກິດຫວຽດນາມ ຢູ່ລາວ ມີທັງໝົດ 409 ໂຄງການ, ມູນ ຄ່າ 4,1 ຕື້ໂດລາສະຫະລັດ, ຈັດ ຢູ່ໃນອັນດັບ 3 ໃນຈໍານວນບັນ ດາປະເທດ ແລະ ເຂດແຄວ້ນທີ່ ມີວິສາຫະກິດມາລົງທຶນຢູ່ລາວ; ມູນຄ່າການຄ້າລະຫວ່າງສອງ ປະເທດ ໃນປີ 2018 ບັນລຸໄດ້ 1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13% ທຽບໃສ່ໄລຍະດຽວຂອງ ປີ 2017; ການຈັດຕັ້ງປະຕິບັດ ບັນດາໂຄງການທີ່ນໍາໃຊ້ທຶນ ຊ່ວຍເຫລືອກໍໄດ້ມີຄວາມຄືບ ໜ້າດີສົມຄວນ, ມີ 12 ໂຄງການ ໄດ້ສໍາເລັດ, ມອບ-ຮັບ ແລະ ໄດ້ ນໍາໃຊ້ໃນປີ 2018; ບັນດາກະ ຊວງ, ຂະແໜງການ, ອົງການ ຈັດຕັ້ງ, ທ້ອງຖິ່ນຕ່າງໆຂອງ ສອງຝ່າຍໄດ້ເພີ້ມທະວີການພົບ ປະແລກປ່ຽນບົດຮຽນ ແລະ ເປີດ ກວ້າງການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງແທດ ເໝາະກັບຕົວຈິງ ແລະ ມີປະສິດ ທິຜົນ; ບັນດາກົນໄກ, ນະໂຍບາຍ ການຮ່ວມມື ໄດ້ຮັບການພິຈາ ລະນາ, ປັບປຸງດັດແກ້ຢ່າງທັນ ການ, ສອດຄ່ອງກັບສະພາບຕົວ ຈິງຂອງແຕ່ລະປະເທດກໍຄືລະ ບຽບການສາກົນ. ສຳລັບທິດທາງແຜນການ ຮ່ວມມືໃນປີ 2019, ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງປະຕິບັດຕາມທິດຊີ້ ນຳຂອງສອງກົມການເມືອງ ແລະ ຂໍ້ຕົກລົງວ່າດ້ວຍແຜນການ ຮ່ວມມືລະຫວ່າງສອງລັດຖະ ບານໃຫ້ປາກົດຜົນເປັນຈິງ ໃນ ນັ້ນເອົາໃຈໃສ່ປະຕິບັດໂຄງການ ຍົກສູງຄຸນນະພາບ ແລະ ປະສິດ ທິຜົນການຮ່ວມມື ໃນຂົງເຂດ ການສຶກສາ ແລະ ພັດທະນາຊັບ ພະຍາກອນມະນຸດ, ຊອກຫາວິ ທີການ ແລະ ມາດຕະການເພື່ອ ເພີ່ມມູນຄ່າການຄ້າລະຫວ່າງ ສອງປະເທດໃຫ້ບັນລຸຕາມເປົ້າ ໝາຍທີ່ວາງອອກ; ມີມາດຕະ ການຊ່ວຍເຫລືອ ແລະ ແກ້ໄຂຂໍ້ ຫຍຸ້ງຍາກ, ຂ້ອງຄາໃຫ້ແກ່ບັນ ດາວິສາຫະກິດຫວຽດນາມ ທີ່ມາ ລົງທຶນຢູ່ລາວກໍຄືການແກ້ໄຂ ຢ່າງຂາດຕົວຕໍ່ບັນດາວິສາຫະ ກິດທີ່ບໍ່ປະຕິບັດຕາມລະບຽບ ກົດໝາຍຂອງ ສປປ ລາວ. ສອງ ຝ່າຍເຫັນດີເພີ່ມທະວີການຮ່ວມ ມືໃນຂະແໜງທີ່ສອງຝ່າຍມີທ່າ ແຮງ ແລະ ມີຄວາມຕ້ອງການ ສູງ ເຊັ່ນ: ການຊື້-ຂາຍໄຟຟ້າ ແລະ ຂົງເຂດກະສິກຳເຕັກໂນໂລ ຊີສູງ. ໃນໂອກາດກອງປະຊຸມຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງ ຂ່າວຮ່ວມຜົນສຳເລັດ ແລະ ຮ່ວມ ເປັນສັກຂີພະຍານໃນການລົງ ນາມ 6 ເອກະສານສໍາຄັນ ແລະ ມອບໃບຢັ້ງຢືນ 1 ເອກະສານ ຄື: 1. ບົດບັນທຶກກອງປະຊຸມຄັ້ງ ທີ 41; 2. ຂໍ້ຕົກລົງວ່າດ້ວຍແຜນ ການຮ່ວມມື ປະຈຳປີ 2019 ຂອງຄະນະກຳມະການຮ່ວມມື ທະວິພາຄີລະຫວ່າງສອງລັດ ຖະບານ; 3. ແຜນການຮ່ວມມື ປະຈຳປີ 2019 ລະຫວ່າງສອງ ກະຊວງສຶກສາທິການ-ກີລາ ລາວ ແລະ ກະຊວງສຶກສາ-ກໍ່ ສ້າງຫວຽດນາມ; 4. ການ ມອບ-ຮັບໂຄງການສຳເລັດໃນ ການກໍ່ສ້າງໂຮງຮຽນ 3 ແຫ່ງ ຄື: ໂຮງຮຽນມັດທະຍົມສົມບູນ ມິດຕະພາບເຈົ້າອານຸວົງ ຢູ່ ແຂວງໄຊສົມບູນ, ຫໍພັກນັກສຶກ ສາຕ່າງປະເທດ ຢູ່ດົງໂດກ, ໂຮງ ຮຽນມັດທະຍົມສົມບູນມິດຕະ ພາບໄລຍະ 2 (ຫລັກ 5) ແລະ ສູນພາສາຫວຽດ ຢູ່ມະຫາວິທະ ຍາໄລ ສຸພານຸວົງ ແລະ ມະຫາວິ ທະຍາໄລຈຳປາສັກ; 5. ການ ມອບ-ຮັບໂຄງການກໍ່ສ້າງສຳ ເລັດໃນການກໍ່ສ້າງສະຖານີວິທະ ຍຸ-ໂທລະພາບແຂວງສະຫວັນ ນະເຂດ; 6. ຂໍ້ຕົກລົງວ່າດ້ວຍ ການຊ່ວຍເຫລືອແນວພັນເຂົ້າ ຈໍານວນ 300 ໂຕນ ຂອງລັດຖະ ບານຫວຽດນາມ ໃຫ້ແກ່ລັດຖະ ບານລາວ ແລະ 7. ມອບໃບຢັ້ງ ຢືນຮັບຊື້ໄຟຟ້າຈາກໂຄງການ ໄຟຟ້ານໍ້າຊໍາ (ລາວ). ສອງຝ່າຍເຊື່ອໝັ້ນວ່າຜົນສຳ ເລັດກອງປະຊຸມຄັ້ງນີ້ລວມທັງ ບັນດາເອກະສານທັງ ໝົດທີ່ໄດ້ ລົງນາມໃນໂອກາດນີ້ຈະປະ ກອບສ່ວນສຳຄັນໃນການເສີມ ຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ທີ່ຢູ່ໃນ ລະດັບສູງສຸດຢູ່ແລ້ວ, ຂຶ້ນສູ່ລະ ດົບສູງເປັນຂີດໝາຍອັນໃໝ່ໃນ ປີ 2019. ໃນໂອກາດເຂົ້າຮ່ວມກອງປະ ຊຸມຄັ້ງນີ້, ສະຫາຍນາຍົກລັດຖະ ມົນຕີ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຟູ ຈ້ອງ, ເລ ຂາທິການໃຫຍ່ ຄະນະບໍລິຫານ ງານສູນ ກາງພັກກອມມຸນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ນາງ ຫງວຽນ ທິກິມເງິນ, ປະ ທານສະພາແຫ່ງຊາດຫວຽດ ນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ