ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນທະຫານແຂວງວຽງຈັນ ລົງເຄື່ອນໄຫວສະແດງຮັບໃຊ້ກົມກອງຮາກຖານຂອງຕົນ
ເວລາອອກຂ່າວ: 2019-01-07 09:15:49 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ເພື່ອສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດເວົ້າລວມ, ເວົ້າສະ ເພາະແມ່ນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນ ຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ, ໃນຕົ້ນເດືອນທັນວາ 2018 ຜ່ານ ມານີ້, ໜ່ວຍສິລະປະ-ວັນນະ ຄະດີສະໝັກຫຼິ້ນຂອງກອງ ບັນຊາການທະຫານແຂວງວຽງ ຈັນ, ໄດ້ລົງເຄື່ອນໄຫວສະແດງ ຮັບໃຊ້ກົມກອງຮາກຖານ, ໃນ ນັ້ນມີກອງບັນຊາການທະຫານ ເມືອງຊະນະຄາມ, ກອງຮ້ອຍທະ ຫານຊາຍແດນ 231, ກອງພັນ 103, ກອງຮ້ອຍທະຫານຊາຍ ແດນ 232, ກອງບັນຊາການທະ ຫານເມືອງໝື່ນ, ກອງພັນ 614, ກອງບັນຊາການທະຫານເມືອງ ເຟືອງ, ກອງພັນ 432, ກອງບັນ ຊາການທະຫານເມືອງແມດ, ກອງພັນ 102, ກອງບັນຊາການ ທະຫານເມືອງກາສີ, ກອງບັນ ຊາການທະຫານເມືອງວັງວຽງ, ເຊິ່ງນໍາໂດຍ ພັນໂທ ສົມພັນ ເຮືອງ ພະຈັນ ຄະນະພັກກອງບັນຊາ ການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ. ການລົງເຄື່ອນໄຫວສະແດງ ຮັບໃຊ້ໃນຄັ້ງນີ້ແມ່ນໄດ້ຮັບການ ຕ້ອນຮັບຈາກຄະນະພັກ-ຄະ ນະບັນຊາແຕ່ລະກົມກອງ, ຕະ ຫຼອດຮອດພະນັກງານ-ນັກຮົບ ແຕ່ລະກົມກອງໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການລົງເຄື່ອນໄຫວ ສະແດງຂອງໜ່ວຍສິລະປະ-ວັນ ນະຄະດີສະໝັກຫຼິ້ນຂອງກອງ ບັນຊາການທະຫານແຂວງໃນຄັ້ງ ນີ້ແມ່ນຈະໄດ້ເຄື່ອນໄຫວສະ ແດງຈົນເຖິງກາງເດືອນມັງກອນ 2019 ຈຶ່ງຈະສິ້ນສຸດລົງ, ເຊິ່ງມີ ລາຍການສະແດງທັງໝົດ 10 ລາຍການຄື: ຮ້ອງເພງລວມໝູ່ ຍິງ- ຊາຍ ປະສານຟ້ອນເຕີບໃຫຍ່ ໃຕ້ຮົ່ມທຸງພັກ, ນັດພົບ 20 ມັງ ກອນ, ບົດຟ້ອນເຜົ່າມົ້ງມ່ວນຊື່ນ ບຸນກິນຈຽງ, ຮ້ອງເພງລວມໝູ່ຍິງ ຢາມຄ້າຍທະຫານ, ຄໍ່າຄືນມະຫັດ ສະຈັນ, ຮ້ອງເພງລວມໝູ່ຊາຍ, ຟ້ອນເກັບກາເຟເຜົ່າກຶມມຸ, ສຽງ ຂຸ່ຍຈາກນັກຮົບ, ຮ້ອງເພງລວມ ໝູ່ຊາຍທະຫານປະຊາຊົນ ແລະ ເພງຍິນດີຕ້ອນຮັບສູ່ແຂວງວຽງ ຈັນ, ທັງນີ້ກໍເພື່ອສ້າງຄວາມສາ ມັກຄີພາຍໃນໝູ່ ຄະນະ ແລະ ສ້າງ ໄມຕີຈິດມິດຕະພາບກັບບັນດາກົມ ກອງຮາກຖານ, ອຳນາດການ ປົກຄອງ ທ້ອງຖິ່ນ, ພໍ່ແມ່ປະຊາຊົນ ເຊິ່ງໄດ້ຮັບການຊົມເຊີຍເປັນຢ່າງ ດີ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ