ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງພະບາງ ຕ້ອນຮັບຄະນະຜູ້ແທນສິລະປະກອນສູນກາງກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2019-01-07 09:45:38 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ໃນວັນທີ 28 ທັນວາ 2018 ຜ່ານມານີ້, ຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຕ້ອນຮັບ ຄະນະສິລະປະກອນສູນກາງ ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ພັນເອກ ພິເສດ ເຊິນ ຕານ ຮອງຫົວໜ້າກອງສິລະປະ ກອນສູນກາງ ກອງທັບປົດປ່ອຍ ປະຊາຊົນຈີນ ພ້ອມດ້ວຍຄະນະ. ໂອກາດນີ້ສະຫາຍພົນຈັດຕະວາ ຄໍາຫຼ້າ ວົງວິໄລ ກໍາມະການພັກ ແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫຼວງພະບາງ ຕາງໜ້າຄະນະໄດ້ ກ່າວຕ້ອນຮັບກ່ອນອື່ນທ່ານໄດ້ ລາຍງານສະພາບຈຸດພິເສດທີ່ ຕັ້ງ, ພູມສັນຖານ, ການພົວພັນ ຮ່ວມມືທາງດ້ານເສດຖະກິດ- ສັງຄົມ ແລະ ວັດທະນະທໍາ ທີ່ ເຄີຍມີມາແຕ່ດົນນານ ໃຫ້ຄະນະ ໄດ້ຮັບຊາບ. ພ້ອມທັງສະແດງ ຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດທີ່ໄດ້ຕ້ອນຮັບຄະນະສິ ລະປະກອນສູນກາງກອງທັບ ປົດປ່ອຍປະຊາຊົນຈີນ ທີ່ໄດ້ເດີນ ທາງເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ແຂວງ ຫຼວງພະບາງ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍເລືອກເອົາແຂວງ ຫຼວງພະບາງ ເປັນຈຸດການມາ ຢ້ຽມຢາມ ແລະ ສະແດງມິດຕະ ພາບຂອງຄະນະໃນຄັ້ງນີ້ ໃຫ້ ການນໍາພັກ-ລັດແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ກໍຄືພໍ່ແມ່ປະຊາຊົນ ຊາວນະຄອນຫຼວງພະບາງໄດ້ ຮັບຊົມເພື່ອເປັນການສ້າງບັນຍາ ກາດຟົດຟື້ນມ່ວນຊື່ນໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ຮັດແຫນ້ນສາຍພົວ ພັນມິດຕະພາບລະຫວ່າງ 2 ຊາດ ສອງກອງທັບລາວ-ຈີນ ທີ່ມີມາ ແຕ່ດົນນານໃຫ້ຈະເລີນງອກງາມ ຍິ່ງຂຶ້ນ. ພັນເອກ ພິເສດ ເຊິນຕານ ກໍໄດ້ສະແດງຄວາມຂອບອົກ ຂອບໃຈຕໍ່ການນໍາແຂວງ ກໍຄືຄະ ນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງຫຼວງພະ ບາງ ທີ່ໄດ້ໃຫ້ການຕ້ອນຮັບອັນ ອົບອຸ່ນ ແລະ ຮັກແພງ ທີ່ມີ ຄວາມຮູ້ສຶກເໝືອນເປັນຄົນໃນ ຄອບຄົວດຽວກັນ ໄດ້ຈັດພິທີບາ ສີສູ່ຂວັນຜູກຄ່ໍຕໍ່ແຂນຕາມຮີດ ຄອງປະເພນີຂອງຊາດລາວ ແລະ ປະຊາຊົນສອງຊາດລາວ ພ້ອມນີ້ສະຫາຍຍັງໄດ້ລາຍງານ ການກໍາເນີດເຕີບໃຫຍ່ຂະຫຍາຍ ຕົວ ແລະ ຜົນສໍາເລັດຂອງການ ຈັດຕັ້ງເຄື່ອນໄຫວຮັບໃຊ້ສັງຄົມ ໃນ ສປ ຈີນ ແລະ ການເຄື່ອນ ໄຫວສະແດງມິດຕະພາບໃນ ສປປ ລາວ ໃນໄລຍະຜ່ານມາ ໂດຍຫຍໍ້. ຕອນທ້າຍທັງສອງ ຝ່າຍໄດ້ມອບຂອງຂວັນທີ່ລະນຶກ ໃຫ້ເຊິ່ງກັນ ແລະ ກັນຕື່ມອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ