ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 09 ຕຸລາ 2021



ບາງມາດຕະການຜ່ອນຜັນຂອງຄະນະສະເພາະກິດ ເລີ່ມແຕ່ວັນທີ 1-15 ກັນຍາ 2021
ເວລາອອກຂ່າວ: 2021-09-02 08:37:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ທ່ານ ນາງ ທິບພະ ກອນ ຈັນທະວົງສາ, ຮອງ ລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ, ຮອງ ຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງ ເລຂາ ໄດ້ຖະແຫຼງຂ່າວກ່ຽວ ກັບການສືບຕໍ່ປະຕິບັດມາດ ຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງ ພະຍາດໂຄວິດ-19 ໃນໄລຍະ ແຕ່ວັນທີ 01-15 ກັນຍາ 2021 ເຊິ່ງມີລາຍລະອຽດ ດັ່ງນີ້: ຍ້ອນມີກໍລະນີແຮງງານລາວ ກັບຄືນປະເທດ ເປັນຈໍານວນ ຫຼວງຫຼາຍ, ສະຖານທີ່ຈໍາກັດບໍລິເວນບໍ່ພຽງພໍ, ມີຄວາມແອອັດ, ການພົບສາຍພັນເດວຕ້າ ເຊິ່ງ ເຮັດໃຫ້ມີຄວາມສ່ຽງໃນການ ຕິດເຊື້ອພາຍໃນສູນ ແລະ ແຜ່ ລະບາດໄປໃນຊຸມຊົນ. ປັດຈຸບັນ ນີ້ ພົບການຕິດເຊື້ອໃນຖັນແຖວ ພະນັກງານແພດ ແລະ ພະນັກງານ ເຮັດວຽກດ່ານ ໜ້າຈຳນວນໜຶ່ງ ລວມທັງຢູ່ບາງສຳນັກງານ, ອົງ ການ, ລັດວິສາຫະກິດ, ບໍລິສັດ ເອກະຊົນ ແລະ ຄອບຄົວ ໃນນະ ຄອນຫຼວງວຽງຈັນ ແລະ ບັນດາ ແຂວງ. ສະນັ້ນ, ຢູ່ ສປປ ລາວ ພວກເຮົາ ແມ່ນມີທ່າອ່ຽງຂອງ ການແຜ່ລະບາດໃນຊຸມຊົນເປັນ ວົງກ້ວາງຂຶ້ນ ຖ້າສັງຄົມຫາກບໍ່ ປະຕິບັດມາດຕະການຕ່າງໆ ທີ່ ການຈັດຕັ້ງແຕ່ລະຂັ້ນ ວາງອອກ ຢ່າງດ້ວຍຄວາມຕື່ນຕົວ ແລະ ເຂັ້ມງວດ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມຄວາມເຂັ້ມ ງວດ ໃນການປະຕິບັດບັນດາມາດ ຕະການ ທີ່ໄດ້ລະບຸໄວ້ໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະ ບັບເລກທີ 1036/ຫສນຍ, ລົງວັນ ທີ 19 ສິງຫາ 2021 ສໍາລັບໄລ ຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວ ລາ 00:00 ໂມງ ຂອງວັນທີ 01 ກັນຍາຫາ ເວລາ 24:00 ໂມງ ຂອງວັນທີ 15 ກັນຍາ 2021 ດັ່ງນີ້: ມາດຕະການເພີ່ມທະວີການ ປະຕິບັດ, ການຫ້າມ ແລະ ການ ຈໍາກັດ: ສຶບຕໍ່ປິດ ແລະ ຫ້າມ. 1. ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບ ຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາ ປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ ຊິດມາກວດຫາເຊື້ອ ແລະ ຈຳກັດ ບໍລິເວນ ໃຫ້ຖືກຕ້ອງຕາມຫຼັກວິ ຊາການກ່ຽວຂ້ອງ. 2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບ ບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບ ອະນຸຍາດຈາກຄະນະສະເພາະ ກິດຂັ້ນສູນກາງ. ສ່ວນລົດຂົນສົ່ງ ສິນຄ້າ ໃຫ້ປະຕິບັດຕາມມາດ ຕະການ ໃນຂໍ້ 2.9 ຂອງແຈ້ງການ ສະບັບນີ້. 3. ສືບຕໍ່ໂຈະການອອກວີຊາ ທ່ອງທ່ຽວ ແລະ ການມາຢ້ຽມ ຢາມຕ່າງໆຢູ່ ສປປ ລາວ ໃຫ້ ແກ່ຄົນຕ່າງປະເທດ. ສໍາລັບນັກ ການທູດ, ພະນັກງານອົງການຈັດ ຕັ້ງສາກົນ, ຊ່ຽວຊານ, ນັກລົງ ທຶນ ທີ່ມີຄວາມຈຳເປັນເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງ ການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກ ຄະນະສະເພາະກິດ ແລະ ປະຕິ ບັດຕາມມາດຕະການປ້ອງກັນ ການຕິດເຊື້ອ ແລະ ແຜ່ເຊື້ອຢ່າງ ເຂັ້ມງວດ. ສ່ວນການຈຳກັດບໍລິ ເວນແມ່ນອະນຸຍາດ ໃຫ້ຂັ້ນເອກ ອັກຄະລັດຖະທູດ ແລະ ຫົວໜ້າ ອົງການຈັດຕັ້ງສາກົນນຳໃຊ້ທີ່ ພັກຂອງຕົນເອງໄດ້, ສ່ວນຂັ້ນ ຖັດລົງມາແມ່ນຕ້ອງໄດ້ຈຳກັດບໍ ລິເວນຢູ່ໂຮງແຮມ ທີ່ຄະນະສະ ເພາະກິດ ກຳນົດໄວ້ເທົ່ານັ້ນ. 4. ສືບຕໍ່ປິດກິດຈະການຮ້ານ ບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດ ຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວ ປະເທດ. 5. ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫຼາດ ກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວຢູ່ເຂດທີ່ມີ ການລະບາດໃນຊຸມຊົນ. 6. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະ ສະເພາະກິດ ແລະ ການຂົນສົ່ງ ສິນຄ້າ. 7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກ ປະເພດ ແລະ ຫ້າມອອກກຳລັງ ກາຍຕາມສວນສາທາລະນະ ຕ່າງໆ ຢູ່ເຂດທີ່ມີການລະບາດ ໃນຊຸມຊົນ. 8. ຫ້າມຈັດປະຊຸມ, ໂຮມຊຸມ ນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີ ຜູ້ເຂົ້າຮ່ວມຫຼາຍກວ່າ 20 ຄົນ ເປັນຕົ້ນກິດຈະກຳທາງສາສະ ໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະ ຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະ ສະເພາະກິດຂັ້ນສູນກາງ ຫຼື ຂັ້ນ ແຂວງ. ສໍາລັບການຄົບງັນງານ ສົບ, ງານສົ່ງສະການ ແລະ ເຮັດ ບຸນແຈກທານແມ່ນໃຫ້ປະຕິບັດ ມາດຕະການຂອງຄະນະສະເພາະ ກິດວາງອອກຢ່າງເຂັ້ມງວດເຊັ່ນ: ແທກອຸນຫະພູມ, ຮັກສາໄລຍະ ຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງ ມືໃສ່ສະບູ ຫຼື ນໍ້າຢາຂ້າເຊື້ອ. 9. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບຢູ່ທຸກສະ ຖານທີ່. 10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການ ແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນ ຕໍ່ການດໍາລົງຊີວິດປະຈໍາວັນ. 11. ປິດການສັນຈອນຂອງພາ ຫະນະຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ເວລາ 22:00 ໂມງ - 05:00 ໂມງເຊົ້າ, ຍົກເວັ້ນລົດ ຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນ ສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດ ຂອງເຈົ້າໜ້າທີ່ປະຕິບັດງານ. 12. ໃຫ້ເລື່ອນການເປີດສົກ ຮຽນສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ການເສັງເຂົ້າຮຽນ ສາຍອາຊີວະສຶກສາ, ສ້າງຄູ ແລະ ການສຶກສາຊັ້ນສູງຢູ່ເຂດທີ່ມີການ ລະບາດໃນຊຸມຊົນ. 13. ໃຫ້ບັນດາກະຊວງ, ອົງ ການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພິຈາລະນາໃຫ້ ພະນັກງານ, ລັດຖະກອນ, ກຳມະ ກອນຂອງຕົນ ມາປະຈຳການ ປົກກະຕິ ຖ້າເຫັນວ່າຫ້ອງເຮັດ ວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາ ໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກ ວັກຊີນຄົບໂດສ, ແຕ່ຖ້າຢູ່ສຳນັກ ງານ-ອົງການໃດບໍ່ສາມາດຮັກ ສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນ ກັນມາປະຈຳການ ຫຼື ເຮັດວຽກ ຢູ່ເຮືອນ ຜ່ານລະບົບເອເລັກໂຕຣ ນິກ. ສຳລັບຜູ້ຍິງຖືພາທີ່ບໍ່ສາ ມາດສັກວັກຊີນໄດ້ ແມ່ນໃຫ້ ເຮັດວຽກຢູ່ເຮືອນ. ມາດຕະການສືບຕໍ່ຜ່ອນຜັນ: (ອະນຸຍາດ) 1. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານ ຊຸບເປີມາເກັດ, ຮ້ານມິນິມາກ, ຕະຫຼາດສົດ, ຕະຫຼາດຂາຍອາ ຫານ ໂດຍໃຫ້ປະຕິບັດມາດຕະ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອດ້ວຍການວັດແທກອຸນ ຫະພູມ, ຮັກສາໄລຍະຫ່າງຢ່າງ ໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ ສະບູ ຫຼື ເຈວລ້າງມື. ໃຫ້ເປີດບໍ່ ເກີນເວລາ 20:00 ໂມງ. 2. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານ ຕັ ດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ ລູກຄ້າແອອັດຢູ່ໃນຮ້ານ. ສຳລັບ ເຈົ້າຂອງຮ້ານ, ພະນັກງານບໍລິ ການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ ກ່ອນ ແລະ ໃຫ້ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ ເຊື້ອຢ່າງເຂັ້ມງວດ. ໃຫ້ປິດບໍລິ ການບໍ່ເກີນ 19:00 ໂມງຢ່າງ ເດັດຂາດ. 3. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມ ຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງ ກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີ ໄລຍະຫ່າງ 01 ແມັດ ຂຶ້ນໄປທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ແລະ ແຜ່ ເຊື້ອຢ່າງເຂັ້ມງວດ. 4. ອະນຸຍາດໃຫ້ເປີດໂຮງ ຈັກໂຮງງານ ເພື່ອດຳເນີນກິດ ຈະການໄດ້ ໂດຍພະນັກງານ, ກໍາມະກອນຕ້ອງໄດ້ ຮັບວັກຊີນ ຄົບໂດສກ່ອນ ແລະ ບໍ່ໄດ້ພັກພາ ອາໄສຢູ່ພື້ນທີ່ທີ່ມີການຕິດເຊື້ອ (ເຂດແດງ). ສຳລັບໂຮງງານໃດ ທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. 5. ສືບຕໍ່ອະນຸຍາດໃຫ້ຈັດ ກອງປະຊຸມ ຢູ່ສະຖານທີ່ນອກເຂດ ແດງແຕ່ຕ້ອງປະຕິບັດຕາມມາດ ຕະການຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລ ຍະຫ່າງຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍ ນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບໂດສ ໂດຍບໍ່ ກວດຫາເຊື້ອພະຍາດ ໂຄວິດ-19. ກໍລະນີ ການຈັດປະຊຸມຢູ່ ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດ ໃຫ້ຄະນະສະເພາະກິດແຂວງ ດັ່ງ ກ່າວຊາບລ່ວງໜ້າ. 6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ ເຮືອຫາປາ ເພື່ອຫາປາຕາມລຳ ນໍ້າເຂດຊາຍແດນລະຫວ່າງປະ ເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງ ການປົກຄອງທ້ອງ ຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳ ນົດຈຳນວນເຮືອຫາປາກ່ອນ ອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມກວດກາ ການຈັດຕັ້ງປະຕິບັດຢ່າງໃກ້ຊິດ ແລະ ເຂັ້ມງວດ. 7. ສືບຕໍ່ອະນຸຍາດໃຫ້ເດີນ ທາງເຂົ້າ-ອອກຢູ່ພາຍໃນທ້ອງ ຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ. 8. ສືບຕໍ່ອະນຸຍາດໃຫ້ດຳເນີນ ການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດລະ ຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການ ລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີ ການຈຳກັດບໍລິເວນ; ສຳລັບຄົນ ຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງ ໄປແຂວງອື່ນ ຕ້ອງແຈ້ງໜັງສື ເດີນທາງ, ໃບຢັ້ງຢືນການຈຳກັດ ບໍລິເວນ ຄົບ 14 ວັນ ແລະ ໜັງສື ອະນຸຍາດຈາກຄະນະສະເພາະກິດ ຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວ ຂ້ອງ ໂດຍບໍ່ໃຫ້ມີການຈຳກັດ ບໍລິເວນຢູ່ແຂວງປາຍທາງ. ຍົກ ເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ. - ສຳລັບຜູ້ໂດຍສານ ແລະ ຜູ້ ຂັບຂີ່ລົດເຂົ້າ-ອອກແຂວງທີ່ມີ ການລະບາດໃນຊຸມຊົນຕ້ອງແມ່ນ ຜູ້ທີ່ໄດ້ຮັບວັກຊີນຄົບໂດສ ຍົກ ເວັ້ນ ເດັກອາຍຸຕໍ່າກວ່າ 18 ປີ ໂດຍບໍ່ຕ້ອງຂໍອະນຸຍາດແຂວງຕົ້ນ ທາງ ແລະ ປາຍທາງ, ບໍ່ໃຫ້ມີ ການຈຳກັດບໍລິເວນ, ບໍ່ກວດຫາ ເຊື້ອພະຍາດໂຄວິດ-19 ແລະ ຕ້ອງປະຕິບັດຕາມມາດຕະການ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເປັນຕົ້ນແທກອຸນ ຫະພູມ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍ ນໍ້າສະອາດໃສ່ສະບູ ຫຼື ເຈວລ້າງ ມື. ສະເພາະບາງແຂວງ ທີ່ພວມ ມີການລະບາດໃນຊຸມຊົນ ທັງມີ ແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດຕໍ່ ການເດີນທາງໄປ-ມາ ພາຍໃນ ແຂວງ ແລະ ການເຂົ້າ-ອອກ ລະຫວ່າງພາຍໃນແຂວງຕົນ ກັບ ແຂວງອື່ນ. 9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບ ລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງແຂວງຫາແຂວງ ແລະ ນະຄອນຫຼວງວຽງຈັນ ຫາແຂວງ ປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງ ຄ່ຽນຖ່າຍສິນຄ້າໃນໄລ ຍະເດີນ ທາງຢູ່, ບໍ່ຕ້ອງກວດຫາເຊື້ອພະ ຍາດໂຄວິດ-19 ແລະ ບໍ່ຈຳກັດບໍ ລິເວນຢູ່ແຂວງປາຍທາງ, ແຕ່ ຕ້ອງປະຕິບັດມາດຕະການປ້ອງ ກັນການຕິດເຊື້ອ ແລະ ແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນ ສົ່ງສິນຄ້າລະຫວ່າງປະເທດໃຫ້ ຜູ້ຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມທີ່ໄດ້ ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກ ພາກສ່ວນກ່ຽວຂ້ອງ ປະຕິບັດເປັນ ເອກະພາບ ຕາມຄຳແນະນຳຂອງ ຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບ ເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021. 10. ສືບຕໍ່ອະນຸຍາດໃຫ້ເປີດ ການຮຽນ-ການສອນ ສຳລັບການ ສຶກສາກ່ອນໄວຮຽນ, ສາມັນ ສຶກສາ, ອາຊີວະສຶກສາ, ວິທະ ຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນ ຊຸມຊົນ ໂດຍໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນ ແຂວງ ແຕ່ຕ້ອງຈັດຫ້ອງຮຽນ ແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະການ ປ້ອງກັນ ແລະ ຄວບຄຸມການແຜ່ ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. 11. ສືບຕໍ່ອະນຸຍາດໃຫ້ເປີດ ບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງຢູ່ແຂວງທີ່ບໍ່ມີການລະ ບາດໃນຊຸມຊົນ. ແຕ່ຕ້ອງແມ່ນ ສູນກິລາທີ່ໄດ້ຮັບອະນຸຍາດຖືກ ຕ້ອງຕາມກົດໝາຍ ແລະ ລະບຽບ ການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການ ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການ ປ້ອງກັນ ແລະ ຄວບຄຸມການ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. 12. ສືບຕໍ່ອະນຸຍາດໃຫ້ເປີດ ຮ້ານນວດຢູ່ເຂດທີ່ບໍ່ມີການລະ ບາດ ໃນຊຸມ ຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການຕ້ອງໄດ້ ຮັບວັກຊີນຄົບໂດສ, ທັງໃຫ້ປະຕິ ບັດມາດຕະການປ້ອງກັນການ ຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມ ງວດ ແລະ ໃຫ້ປິດບໍລິການເວລາ 20:00 ໂມງ. ຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ປະ ເທດເຮົາໃນປັດຈຸບັນ, ຂ້າພະ ເຈົ້າຂໍຮຽກຮ້ອງມາຍັງທຸກອົງ ການຂອງພັກ, ລັດ, ທຸກການຈັດ ຕັ້ງ ແລະ ທຸກຄົນໃນສັງຄົມ ເປັນ ກຳລັງແຮງ ແລະ ສາມັກຄີເປັນ ຈິດໜຶ່ງໃຈດຽວກັນ, ຍົກສູງສະ ຕິຄວາມຮັບຜິດຊອບ ແລະ ເປັນ ເຈົ້າການຮ່ວມກັນ ໃນການປະຕິ ບັດບັນດາມາດຕະການທີ່ລັດ ຖະບານ ວາງອອກຢ່າງເປັນເອ ກະພາບ, ເອົາຈິງເອົາຈັງ ແລະ ເຂັ້ມງວດ ໂດຍສະເພາະ ມາດຕະ ການຫ້າມ ແລະ ຈໍາກັດ ທີ່ກ່າວມາ ຂ້າງເທິງ. ພ້ອມກັນນີ້, ຂໍຮຽກຮ້ອງມາຍັງ ແຮງງານລາວທີ່ຢູ່ສູນຈຳກັດ ບໍ ລິເວນ ແລະ ສູນປິ່ນປົວ ຕ່າງໆ ໃຫ້ອົດທົນ, ເອົາໃຈໃສ່ ແລະ ໃຫ້ ການຮ່ວມມືກັບລັດຖະບານ, ປະ ຕິບັດຕາມຄຳແນະນຳຂອງແພດ ໝໍ ແລະ ລະບຽບຂອງສູນຈຳກັດ ບໍລິເວນ ແລະ ສູນປິ່ນປົວຢ່າງ ເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງ ແຍງຮັກສາສຸຂະພາບຂອງຕົນ. ສິ່ງສຳຄັນ, ຂໍໃຫ້ທຸກຄົນ ມີສະ ຕິໃນການບໍລິໂພກຂໍ້ມູນຂ່າວ ສານ, ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມ ຈິງ ຫຼື ບິດເບືອນຄວາມຈິງ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ. ພ້ອມກັນນີ້ ຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ຕໍ່ການປ້ອງກັນຕົນເອງ ແລະ ຄອບ ຄົວຂອງຕົນ ຕະຫຼອດຮອດຊຸມ ຊົນທີ່ຕົນເອງດຳລົງຊີວິດຢູ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ