ເປີດຊຸດອົບຮົມບໍາລຸງ-ກໍ່ສ້າງເລັ່ງລັດນາຍທະຫານການເມືອງ
ເວລາອອກຂ່າວ: 2021-09-02 08:40:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ: ![]()
ວັນທີ 1 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ເປີດຊຸດອົບຮົມບໍາ ລຸງ-ກໍ່ສ້າງເລັ່ງລັດນາຍທະຫານ ການເມືອງປະຈໍາສົກຮຽນ 2021
-2022. ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສອນທອງ
ພົມລາວົງ ຄະນະປະຈໍາພັກກະ ຊວງປ້ອງກັນປະເທດ, ຮອງຫົວ
ໜ້າກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍ ການ, ພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກສາຕະຫຼອດ ຮອດແຂກທີ່ຖືກເຊີນເຊົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ ຈັນ ທະລີມາ ຮອງຫົວໜ້າການທະ ຫານ, ຫົວໜ້າຫ້ອງອົບຮົມກໍ່ສ້າງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງ ປ້ອງກັນປະເທດ ວ່າດ້ວຍການ
ເປີດຊຸດອົບຮົມບໍາລຸງ-ກໍ່ສ້າງ
ນາຍທະຫານກອງທັບ ປະຊາ
ຊົນລາວ ປະຈໍາສົກຮຽນ 2021-
2022 ຢູ່ໂຮງຮຽນທິດສະດີ ການເມືອງກອງທັບ, ເຊິ່ງໃນການ ເປີດຊຸດອົບຮົມບຳລຸງ-ກໍ່ສ້າງ ໃນຄັ້ງນີ້ ປະກອບມີທັງໝົດ 8
ລະບົບການຮຽນຄື: ກໍ່ສ້າງເລັ່ງ
ລັດທິດສະດີມາກ-ເລນິນ ລະ
ບົບຊັ້ນສູງ 1 ປີ ມີນັກຮຽນ ຈໍານວນ 30 ສະຫາຍ, ບໍາລຸງທິດ
ສະດີມາກ-ເລນິນ ລະບົບຊັ້ນ
ສູງ 5 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານ ປ້ອງກັນພາຍໃນ ລະບົບຊັ້ນສູງ
5 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານ ກວດກາພັກ-ລັດ ລະບົບ 3 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານອົງການໄອຍະ ການທະຫານ ລະບົບ 3 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກຖານ ການເມືອງ ລະບົບ 3 ເດືອນ ມີນັກຮຽນຈໍານວນ 30 ສະຫາຍ, ບໍາລຸງວຽກງານຄູລະບົບ 3 ເດືອນ ຈໍານວນ 30 ສະຫາຍ, ບໍາ ລຸງວຽກງານຈັດຕັ້ງພັກລະບົບ 35 ວັນ ຈໍານວນ 62 ສະຫາຍ. ທັງນີ້ກໍເພື່ອເປັນການຍົກລະດັບ ຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ ທັດສະນະ, ແນວຄິດ ແລະ ບັນ
ຫາພື້ນຖານທິດສະດີ, ຫຼັກມູນ ວິທະຍາສາດດ້ານຕ່າງໆ ຂອງ
ລັດທິມາກ-ເລນິນ, ແນວທາງ ແຜນນະໂຍບາຍຂອງພັກ, ໃຫ້ ບັນດາພະນັກງານຂັ້ນນໍາພາ-ບັນຊາທາງດ້ານການເມືອງ ແລະ ທັງເປັນການຍົກສູງລະດັບທິດ ສະດີ, ຫຼັກການພື້ນຖານການ ເຄື່ອນໄຫວວຽກງານພັກ ວຽກ
ງານການເມືອງ, ທີ່ຕັ້ງ, ພາລະ ບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວ ຂອງພະ ນັກງານການເມືອງ, ສ້າງຄວາມ ເປັນເອກະພາບທາງດ້ານເນື້ອ ໃນ, ຮູບການ, ບາດກ້າວ ແລະ ວິທີການເຄື່ອນໄຫວວຽກງານ ການເມືອງ ຢູ່ໃນທົ່ວກອງທັບ.ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນດໍາລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ, ສິນ
ທໍາປະຕິວັດ, ສະຕິຕື່ນຕົວປະ ຕິບັດຂໍ້ກໍານົດ, ກົດລະບຽບ ແລະ ກົດໝາຍໃຫ້ສູງຂຶ້ນ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















