
![]()
ບັນຫາສິນຄ້າປອມແປງ ແລະ ໝົດອາຍຸ ຍັງພົບຫຼາຍຢູ່ແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-09-02 08:47:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ: ![]()
ຫຼາຍຄົນໄປຊື້ເຄື່ອງມັກຈະບໍ່ສັງເກດສິນຄ້າໃນຮ້ານຄ້າຕ່າງໆ ໂດຍສະເພາະແມ່ນ ຮ້ານຂາຍທົ່ວ ໄປຕາມທ້ອງຕະຫຼາດແຕ່ທ່ານ ຮູ້ຫຼືບໍວ່າສິນຄ້າເຫຼົ່ານັ້ນອາດ ຈະນຳມາຂາຍດົນເກີນໄປຈົນ ໝົດອາຍຸ ແລະ ຜູ້ຂາຍກໍບໍ່ສົນໃຈ ຂາຍຕໍ່ໄປເລີຍ ແລະ ເຮົາກໍເປັນ ຄົນໄປຊື້ມາໃຊ້ ຫຼື ບໍລິໂພກ.
ເພື່ອກວດກາສິນຄ້າຕາມພາ ລະບົດບາດຂອງໜ່ວຍງານການ ຄ້າໃນຕົ້ນເດືອນສິງຫານີ້, ເຈົ້າໜ້າ
ທີ່ກວດກາການຄ້າ ແລະ ປົກປ້ອງ ຜູ້ຊົມໃຊ້ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ໂດຍ ສົມທົບ ຫ້ອງການ ອຸດສາຫະກຳ
ແລະ ການຄ້າເມືອງຫ້ວຍຊາຍ
ໄດ້ເຄື່ອນໄຫວກວດກາ ເຫັນວ່າ
ຍັງມີການວາງຂາຍສິນຄ້າໝົດ ອາຍຸ, ສິນຄ້າປອມແປງຮຽນແບບ ແລະ ສິນຄ້ານຳເຂົ້າບໍ່ຖືກຕ້ອງ ຢູ່ພາຍໃນເທສະບານເມືອງຫ້ວຍ
ຊາຍ ເຊິ່ງປະກອບມີຮ້ານຄ້າ ແລະ
ຕະຫຼາດເທສະບານແຂວງ ຈຳ ນວນ 116 ຫົວໜ່ວຍ ດັ່ງນັ້ນ,
ເຈົ້າໜ້າທີ່ຕ້ອງໄດ້ສ້າງບົດບັນ
ທຶກກ່າວເຕືອນ ພ້ອມທັງ ຍຶດສິນ ຄ້າ ຈຳນວນ 25 ຫົວໜ່ວຍ ລວມມີ ສິນຄ້າທັງໝົດ 40 ລາຍການ ເປັນມູນຄ່າ 11.549.800 ກີບ ເຊິ່ງຮັກສາໄວ້ຢູ່ສາງພະແນກ ອຸດສາຫະກຳ ແລະ ການຄ້າ
ແຂວງ.
ຕໍ່ກັບເຫດການດັ່ງກ່າວ, ສະ
ແດງໃຫ້ເຫັນເຖິງຄວາມບໍ່ຮັບ
ຜິດຊອບຂອງຜູ້ຂາຍຕໍ່ສັງຄົມ ແນ່ນອນເມື່ອນຳໄປໃຊ້ ຫຼື ບໍລິ
ໂພກຈະບໍ່ປອດໄພ ເຊິ່ງສິ່ງນີ້ສື່ ໃຫ້ເຫັນເຖິງຈັນຍາບັນຂອງການ ເຮັດທຸລະກິດ ດີແຕ່ເຈົ້າໜ້າທີ່ໄປ ກວດເຫັນກ່ອນບໍ່ ດັ່ງນັ້ນ, ຈະມີ ປະຊາຊົນຫຼາຍຄົນຈົກເງິນຊື້ສິນ ຄ້າຂາດຄຸນນະພາບ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















