ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະມາຄົມອຸດໜູນການສຶກສາຊາວບ້ານແກ້ງກອກລະດົມທຶນສ້າງທາງບ້ານເກີດ
ເວລາອອກຂ່າວ: 2021-09-02 08:47:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ທີ່ສວນ-ນາ-ໜອງປາ-ປ່າຍາງ ບ້ານບໍ່ນາ ງົວ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ໄດ້ມີກອງປະຊຸມ ພົບປະຂອງສະມາຊິກຂອງຄະ ນະສະມາຄົມອຸດໜູນການສຶກ ສາຊາວບ້ານແກ້ງກອກ ທີ່ຢູ່ນະ ຄອນຫຼວງວຽງຈັນ, ໂດຍມີບັນດາ ຄະນະປະທານ ພ້ອມດ້ວຍສະ ມາຊິກ ເຂົ້າຮ່ວມ. ທ່ານ ສົມບູນ ສົນທິກຸມມານ ປະທານສະມາຄົມອຸດໜູນການ ສຶກສາຊາວບ້ານແກ້ງກອກທີ່ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມພົບ ປະຄັ້ງນີ້ ເພື່ອລາຍງານຄືນການ ເຄື່ອນໄຫວຂອງສະມາຄົມໃນ ໄລຍະຜ່ານມາ ແລະ ເພື່ອເປັນການ ລະດົມທຶນຮອນ ເພື່ອສົມທົບ ການກໍ່ສ້າງເສັ້ນທາງເບຕົງ ຢູ່ ເທສະບານບ້ານແກ້ງກອກ ເມືອງຈຳພອນ ແຂວງສະຫວັນ ນະເຂດ ເຊິ່ງເມືອງໄດ້ມີແຜນ ກໍ່ສ້າງ ແລະ ສ້າງສຳເລັດແລ້ວ ສ່ວນໜຶ່ງ, ແຕ່ຍັງຂາດທຶນຮອນ ຈຳນວນໜຶ່ງ ສະນັ້ນ, ທາງສະມາ ຄົມຈຶ່ງໄດ້ເຕົ້າໂຮມສະມາຊິກ ເພື່ອປຸກລະດົມທຶນຮອນຊຸກຍູ້ ການສ້າງເສັ້ນທາງດັ່ງກ່າວ, ເຊິ່ງສະມາຄົມໄດ້ມີຄວາມຕັ້ງ ໃຈຢາກຕອບແທນບຸນຄຸນແຜ່ນ ດິນແມ່ ກໍຄືປະກອບສ່ວນໃນ ການປົກປັກຮັກສາ ແລະ ພັດທະ ນາບ້ານເກີດເມືອງນອນໃຫ້ມີ ໃບໜ້າໃໝ່. ທ່ານ ສົມບູນ ສົນທິກຸມມານ ກ່າວຕື່ມອີກວ່າ: ການສ້າງຕັ້ງ ສະມາຄົມຂຶ້ນແມ່ນເພື່ອເຕົ້າ ໂຮມຄວາມສາມັກຄີຂອງພີ່ນ້ອງ ຊາວບ້ານແກ້ງກອກ ເມືອງຈຳ ພອນ ແຂວງສະຫວັນນະເຂດ ທີ່ຢູ່ນະຄອນຫຼວງວຽງຈັນ, ເພື່ອ ເປັນການປຸກລະດົມຄວາມຄິດຄວາມເຫັນໃນການຊຸກຍູ້ການ ສ້າງສາພັດທະນາຢູ່ເມືອງຈຳ ພອນ, ໂດຍສະເພາະແມ່ນການ ຊ່ວຍເຫຼືອໂຮງຮຽນທີ່ມີຄວາມ ຂາດເຂີນທາງດ້ານອຸປະກອນ ການສຶກສາ ສ້າງໃຫ້ລູກຫຼານ ໄດ້ມີເງື່ອນໄຂໃນການເຂົ້າເຖິງ ການສຶກສາຮໍ່າຮຽນໃນໄລຍະ ຜ່ານມາ, ສະມາຄົມໄດ້ປະກອບ ສ່ວນຊ່ວຍຫຼາຍຢ່າງ ເປັນຕົ້ນ ແມ່ນສ້າງໂຮງຮຽນສົງ, ເຮັດປະ ຕູໂຂງວັດ, ສ້າງຫໍແຈກ, ຊ່ວຍ ເຫຼືອໄພນໍ້າຖ້ວມ ແລະ ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ