ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເມືອງຊານໄຊ ປູກພືດລະດູຝົນ ໄດ້ລື່ນຄາດໝາຍ
ເວລາອອກຂ່າວ: 2021-09-02 08:48:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 8051 | ຄວາມນິຍົມ:



ປັດຈຸບັນຂະບວນການປູກ ພຶດລະດູຝົນຂອງປະຊາຊົນ ທົ່ວ ເມືອງຊານໄຊ ແຂວງອັດຕະປື ເຊິ່ງມີພືດລະດູຝົນຫຼາຍຊະນິດ ກວມເອົາຈໍານວນເນື້ອທີ່ໄດ້ລື່ນ ແຜນການຫຼາຍເຮັກຕາ, ຍ້ອນໄດ້ ຮັບການຊຸກຍູ້ ແລະ ສົ່ງເສີມທາງ ດ້ານປັດໄຈຕ່າງໆຈາກອໍານາດ ການປົກຄອງເມືອງ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ . ທ່ານ ສົມປະສິດ ຢັບຖາວອນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊານໄຊ ໃຫ້ຮູ້ວ່າ: ການປູກພືດໃນລະດູຝົນຂອງປະ ຊາຊົນພາຍໃນເມືອງຊານໄຊ ປີນີ້ ເປັນຂະບວນຟົດຟື້ນ ໂດຍ ສະເພາະການປູກພືດສະບຽງ ອາຫານ ແລະ ພືດເປັນສິນຄ້າ ມີພືດຫຼາຍຊະນິດຈໍານວນເນື້ອ ທີ່ເພີ່ມຂຶ້ນຈາກປີຜ່ານມາຫຼາຍ ເຮັກຕາ ເປັນຕົ້ນ ການຜະລິດເຂົ້າ ນາປີ ແຜນການເບື້ອງຕົ້ນມີ 1.400 ເຮັກຕາ, ປະຕິບັດຕົວຈິງ ໄດ້ 1.511 ເຮັກຕາ, ລື່ນແຜນການ 111 ເຮັກຕາ. ມາຮອດປັດຈຸບັນ ການປັກດໍາ ສໍາເລັດ 100%, ຄາດວ່າ ຜົນລະຜິດຈະບັນລຸ 3 ກວ່າໂຕນຕໍ່ເຮັກຕາ; ສ່ວນການ ປູກພືດຜັກເປັນສະບຽງອາຫານມີ 440 ເຮັກຕາ, ເຊິ່ງສາມາດຄໍ້າ ປະກັນດ້ານສະບຽງອາຫານພາຍ ໃນເມືອງໄດ້ໃນໄລຍະຂອງການ ລະບາດຂອງພະຍາດ ໂຄວິດ-19, ສ່ວນການປູກພືດເປັນສິນຄ້າ ມີພືດຫຼາຍຊະນິດ ແລະ ເນື້ອທີ່ ເພີ່ມຂຶ້ນ ເຊັ່ນ: ມັນຕົ້ນ ແຜນການ ເບື້ອງຕົ້ນມີ 223 ເຮັກຕາ, ປະ ຕິບັດຕົວຈິງໄດ້ 1.034 ເຮັກ ຕາ, ມີ 1.360 ຄອບຄົວປູກ; ສາລີແຂງ ແຜນການເບື້ອງຕົ້ນ ມີ 48 ເຮັກຕາ, ປະຕິບັດຕົວຈິງ ໄດ້ 120 ເຮັກຕາ, ມີ 223 ຄອບ ຄົວ; ການປູກອ້ອຍ ໂຄງການ 2 + 3 ແຜນການເບື້ອງຕົ້ນ ມີ 89 ເຮັກຕາ, ປະຕິບັດຕົວຈິງໄດ້ 89,1 ເຮັກຕາ, ມີ 8 ຄອບຄົວ; ປູກກ້ວຍ ແຜນການເບື້ອງຕົ້ນ ມີ 3,1 ເຮັກຕາ, ປະຕິບັດຕົວຈິງ ໄດ້ 43 ເຮັກຕາ ໃນນັ້ນ, ບໍລິສັດ ປູກ ມີ 40 ເຮັກຕາ ແລະ ປະຊາ ຊົນປູກ ມີ 3 ເຮັກຕາ; ປູກກາເຟ ແຜນການເບື້ອງຕົ້ນມີ 14 ເຮັກຕາ, ປະຕິບັດຕົວຈິງໄດ້ 92 ເຮັກຕາ; ສ່ວນໝາກແໜ່ງແມ່ນຫຼຸດແຜນ ການຈາກ 30 ເຮັກຕາ ປູກໄດ້ ພຽງ 9 ເຮັກຕາ. ທ່ານ ສົມປະສິດ ຢັບຖາວອນ ໄດ້ກ່າວຕື່ມວ່າ: ປັດຈຸບັນຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ສົ່ງພະນັກງານວິຊາການ ເຄື່ອນໄຫວຕິດຕາມໃຫ້ຄໍາແນະ ນໍາປະຊາຊົນໃນການບົວລະບັດ ຮັກສາພືດຕ່າງໆ ທີ່ໄດ້ປູກ ແລ້ວ ເພື່ອຍົກສະມັດຕະພາບຜົນຜະ ລິດໃຫ້ໄດ້ຫຼາຍຫຼີກລ່ຽງຜົນເສຍ ຫາຍຈາກການທໍາລາຍຂອງສັດ ຕູພືດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ