ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປຶກສາຫາລືວຽກງານປົກປັກຮັກສາເຂດປ່າສະຫງວນແຫ່ງຊາດ ນໍ້າກະດິງ ແລະ ເຂດອະນຸລັກພູສີທົນ
ເວລາອອກຂ່າວ: 2021-09-02 08:49:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ແຫຼ່ງຂ່າວຈາກ ແຂວງບໍລິ ຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເມືອງວຽງທອງ ຈັດກອງປະຊຸມ ລາຍງານຜົນການຈັດຕັ້ງປະຕິບັດ ແລະ ປຶກສາຫາລືກ່ຽວກັບວຽກ ງານປົກປັກຮັກສາເຂດປ່າສະ ຫງວນແຫ່ງຊາດ ນໍ້າກະດິງ ແລະ ເຂດອະນຸລັກພູສີທົນ ພາຍໃຕ້ ການເປັນປະທານຂອງ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ-ປ່າ ໄມ້ແຂວງ, ມີຫົວໜ້າອົງການອະ ນຸລັກສັດປ່າ ປະຈໍາ ສປປ ລາວ, ມີຮອງເຈົ້າເມືອງ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງຈາກ 5 ເມືອງ ຄື: ເມືອງວຽງທອງ, ຄໍາ ເກີດ, ໄຊຈໍາພອນ, ປາກກະດິງ ແລະ ເມືອງບໍລິຄັນ ເຂົ້າຮ່ວມ. ກອງປະຊຸມໄດ້ຜ່ານບົດສະ ຫຼຸບ 6 ເດືອນຕົ້ນປີ 2021, ຜົນ ການຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາປ່າສະຫງວນແຫ່ງ ຊາດນໍ້າກະດິງ, ການກວດກາ ລາດຕະເວນ ແລະ ການປະຕິບັດ ກົດໝາຍຕໍ່ຜູ້ກະທໍາຜິດ ຢູ່ເຂດ ອະນຸລັກພູສີທົນ ເຊິ່ງໄລຍະຜ່ານ ມາທີມງານກວດກາລາດຕະເວນ ພົບປະຊາຊົນຈໍານວນໜຶ່ງເຂົ້າ ລ່າສັດປ່າ, ລັກລອບຕັດໄມ້, ລັກ ລອບດູດຄໍາ, ຖາງປ່າເຮັດໄຮ່ ແລະ ລ້ຽງສັດໃນເຂດຫວງຫ້າມ. ພ້ອມນີ້, ກອງປະຊຸມໄດ້ນໍາ ສະເໜີຄວາມຄິດເຫັນການທົດ ລອງເຮັດສັນຍາອະນຸລັກປ່າສະ ຫງວນໃຫ້ 18 ບ້ານທີ່ຕິດກັບ ເຂດປ່າສະຫງວນແຫ່ງຊາດນໍ້າ ກະດິງ ເພື່ອໃຫ້ບ້ານມີສ່ວນຮ່ວມ ເປັນເຈົ້າຕົນເອງ ສາມາດປົກປັກ ຮັກສາ, ມອບສິດ ແລະ ໜ້າທີ່ໃຫ້ ຂັ້ນບ້ານຄຸ້ມຄອງ. ສ່ວນເບື້ອງ ງົບປະມານແມ່ນອົງການອະນຸ ລັກສັດປ່າ (wcs) ເປັນຜູ້ສະໜັບ ສະໜູນ ເປັນຕົ້ນເງິນກອງທຶນ ພັດທະນາບ້ານ ເພື່ອປັບປຸງຊິວິດ ການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ ເພື່ອໃຫ້ປະຊາຊົນເປັນເຈົ້າ ການບໍ່ຊື້ ບໍ່ຂາຍສັດປ່າ ແລະ ບໍ່ ເຂົ້າໄປທໍາລາຍເຂດຫວງຫ້າມ ດັ່ງກ່າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ