ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຮງງານໃນສູນກັກກັນຕ້ອງຮ່ວມກັນເປັນເຈົ້າການປ້ອງກັນຕົນເອງ ເພື່ອບໍ່ໃຫ້ຕິດເຊື້ອພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-09-02 08:50:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ຄືດັ່ງທີ່ເຮົາຮູ້ນໍາກັນ ກ່ຽວກັບມາດຕະການ ສໍາຄັນໃນການປ້ອງ ກັນການຕິດເຊື້ອພະຍາດໂຄ ວິດ-19 ນັ້ນ ຍັງແມ່ນການຮັກສາມາລະຍາດໄອ ຈາມ, ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ໝັ່ນ ລ້າງມືດ້ວຍສະບູ ຫຼື ເຈວ ເຊິ່ງບໍ່ສະເພາະແຕ່ຄົນ ທົ່ວໄປ ແຮງງານຢູ່ໃນສູນກັກກັນຕ້ອງເອົາໃຈໃສ່ປະຕິບັດເຊັ່ນດຽວກັນ ເພື່ອບໍ່ໃຫ້ມີການຕິດເຊື້ອໃນເວລາ ກັກກັນ. ທ່ານ ດຣ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວ ໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາ ທາລະນະສຸກ ໄດ້ກ່າວວ່າ: ເນື່ອງຈາກວ່າໃນໄລຍະ ຜ່ານມາໄດ້ມີແຮງງານລາວເດີນທາງກັບຄືນມາ ປະເທດຈຳນວນຫຼາຍ ເຮັດໃຫ້ລັດຖະບານບໍ່ສາ ມາດຈະຂະຫຍາຍສະຖານທີ່ຈໍາກັດບໍລິເວນໃຫ້ໄດ້ ດີເທົ່າທີ່ຄວນ ສະນັ້ນ, ເວລາທີ່ແຮງງານລາວກັບ ຄືນມາປະເທດແລ້ວລັດຖະບານຍິນດີຮ່ວມມືຮັບ ເອົາແຮງງານລາວ ທີ່ພົບຄວາມຫຍຸ້ງຍາກບໍ່ມີວຽກ ເຮັດງານທໍາຢູ່ປະເທດໃກ້ຄຽງ ເຫັນວ່າ ເຂົາເຈົ້າ ຈໍາເປັນຕ້ອງໄດ້ປະຕິບັດຕາມຫຼັກການເຈົ້າໜ້າທີ່ສູນ ກັກກັນແນະນຳ ເຊັ່ນ: ໃຫ້ພະຍາຍາມຮັກສາໄລຍະ ຫ່າງເທົ່າທີ່ຈະເຮັດໄດ້ ແນ່ນອນວ່າສູນກັກກັນ ບໍ່ສາມາດຮັກສາໄລຍະຫ່າງໄດ້ຕາມມາດຕະຖານ ສາກົນ ແຕ່ຢ່າງໜ້ອຍຖ້າເຮັດບໍ່ໄດ້ແທ້ ກໍໃຫ້ພະຍາ ຍາມຢູ່ຫ່າງກັນບໍ່ໃຫ້ກິນຮ່ວມກັນ, ບໍ່ໃຫ້ໃຊ້ບ່ວງ ຮ່ວມກັນບໍ່ໃຫ້ກິນຖ້ວຍແກງດຽວກັນ ແລະ ຄວນ ໃສ່ຜາອັດປາກ-ດັງເປັນປະຈໍາ ເພາະການໃສ່ຜ້າ ອັດປາກ-ດັງ ແມ່ນມີຄວາມຈາໍເປັນຢູ່ຮ່ວມກັນ ຫຼາຍຄົນ ແລະ ບັນຫາອີກຢ່າງໜຶ່ງແມ່ນຖ້າກວດ ພົບມີອາການແລ້ວ ຈຶ່ງຈຳເປັນຕ້ອງໄດ້ແຍກກຸ່ມ ເຊິ່ງເປັນສິ່ງໜຶ່ງທີ່ເປັນສິ່ງທ້າທາຍຂອງພະນັກ ງານແພດ-ໝໍ ແລະ ແຮງງານເພາະມີຄວາມສ່ຽງ ຕໍ່ການຕິດເຊື້ອ ແຕ່ຖ້າພວກເຂົາເຫຼົ່ານັ້ນ ເອົາໃຈໃສ່ປະຕິບັດ ຕາມຄໍາແນະນໍາ ການອະນາໄມ 3 ສະອາດ ຈະຊ່ວຍ ຜ່ອນການຕິດເຊື້ອໃນສູນກັກກັນໄດ້ຈາໍນວນໜຶ່ງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ