ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 23 ຕຸລາ 2021



ຄະນະກອງບັນຊາການທະຫານແຂວງຫຼວງພະບາງ ອວຍພອນຄະນະກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອ
ເວລາອອກຂ່າວ: 2021-09-03 19:26:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



ວັນທີ 1 ກັນຍາ ນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງຫຼວງພະ ບາງ ພ້ອມດ້ວຍຄະນະ ໄດ້ນໍາ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ຫງວຽນດັງຮຸງ ຫົວໜ້າ ກົງສູນໃຫຍ່ ສສ ຫວຽດນາມ ແລະ ສະຫາຍ ຫງວຽນ ຫວຽດ ເກືອງ ຫົວໜ້າຫ້ອງການສູນອຸດ ສາຫະກໍາ-ການຄ້າດຽນບຽນ ປະຈໍາພາກເໜືອ ທີ່ມີສໍານັກງານ ຕັ້ງຢູ່ແຂວງຫຼວງພະບາງ ໃນໂອ ກາດວັນຊາດສາທາລະນະລັດ ສັງ ຄົມນິຍົມຫວຽດນາມ ຄົບຮອບ 76 ປີ ( 2 ກັນຍາ1945- 2 ກັນຍາ 2021 ) ແລະ ວັນ ສ້າງ ຕັ້ງສາຍພົວພັນການທູດລາວ- ຫວຽດນາມ ຄົບຮອບ 59 ປີ ( 5 ກັນຍາ 1959 -5 ກັນຍາ 2021) ເພື່ອຮັດແໜ້ນຄວາມສາມັກຄີ ລະ ຫວ່າງກອງບັນຊາການທະຫານ ແຂວງຫຼວງພະບາງ ກັບກົງສູນ ໃຫຍ່ ສສ ຫວຽດນາມ ແລະ ຫ້ອງ ການສູນອຸດສາຫະກໍາ-ການຄ້າ ດຽນບຽນ ປະຈໍາພາກເໜືອ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ, ທັງສອງ ຝ່າຍໄດ້ຝາກຄວາມຢື້ຢາມຖາມ ຂ່າວເຖິງຄວາມສຸກ ແລະ ຄວາມ ທຸກຂອງພະນັກງານ-ນັກຮົບ ແລະ ປະຊາຊົນທັງສອງປະເທດ ເຊິ່ງ ສະແດງເຖິງຄວາມເປັນຫ່ວງເປັນ ໃຍຮັກແພງສາມັກຄີຖານອ້າຍ ນ້ອງ ແລະ ໄດ້ທົບທວນຫວນຄືນ ຄຸນງາມຄວາມດີຂອງບັນພະບູ ລຸດຮຸ່ນກ່ອນສ້າງມາ, ຍ້ອນມີພວກ ເພິ່ນໃນວັນນັ້ນຈຶ່ງມີພວກເຮົາໃນ ວັນນີ້. ໂອກາດນີ້, ສະຫາຍ ຫງວຽນ ດັງ ຮຸງ ແລະ ສະຫາຍ ຫງວຽນ ຫວຽດ ເກືອງ ໄດ້ສະແດງຄວາມ ຂອບໃຈມາຍັງຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງຫຼວງພະບາງ ແລະ ພະ ນັກງານ-ນັກຮົບທຸກທົ່ວໜ້າທີ່ມີ ຄວາມ ເປັນຫວງເປັນໃຍ ແລະ ເຫັນ ໄດ້ຄວາມໝາຍສໍາຄັນຂອງວັນ ຊາດ ສສ ຫວຽດນາມ ແລະ ມີຄໍາ ອວຍພອນອັນປະເສີດມາສູ່ພວກ ເຮົາຄັ້ງນີ້, ອວຍພອນຄວາມສາ ມັກຄີມິດຕະພາບ ລາວ-ຫວຽດ ນາມ ຈົ່ງໝັ້ນຄົງທະນົງແກ່ນຊົ່ວ ກາລະນານ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ