ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 10 ກັນຍາ 2021



ນັກກີລາ ເຫຼົ່າຮົບຊ່າງແສງກອງທັບ ໄດ້ປະສົບການສູງ ໃນການເຂົ້າຮ່ວມກີລາການທະຫານສາກົນ
ເວລາອອກຂ່າວ: 2021-09-03 19:50:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1915 | ຄວາມນິຍົມ:



ພາຍຫຼັງຈັດການແຂ່ງຂັນກີ ລາການທະຫານສາກົນ ປະເພດ ກີລາເຫຼົ່າຮົບຊ່າງແສງ (ເສັ້ນ ທາງປອດໄພ ) ສຳເລັດລົງດ້ວຍ ບັນຍາກາດຟົດຟື້ນ ເຖິງແມ່ນວ່າ ທັບນັກກີລາເຫຼົ່າຮົບຊ່າງແສງ ກອງທັບລາວເຮົາ ຈະບໍ່ສາມາດ ເຂົ້າໄປເຖິງຮອບເລິກໆໄດ້ ແຕ່ກໍໄດ້ປະສົບການຢ່າງຫຼວງຫຼາຍ ໃນການເຂົ້າຮ່ວມແຂ່ງຂັນໃນ ຄັ້ງນີ້. ການເຂົ້າຮ່ວມກີລາການທະ ຫານສາກົນຂອງເຫຼົ່າຮົບຊ່າງແສງກອງທັບເຮົາຄັ້ງນີ້ ຍັງໄດ້ ເຂົ້າແຂ່ງຂັນກີລາມວນຊົນທີ່ຈັດຂຶ້ນ ໂດຍຄະນະກຳມະການຈັດ ການແຂ່ງຂັນກີລາການທະຫານ ສາກົນເຫຼົ່າຮົບຊ່າງແສງ ຢູ່ສູນ ເຝິກອາເດວເຢຍສະກີ ເມືອງຈູ ເມັນ ສະຫະພັນຣັດເຊຍ ເຊິ່ງປະ ກອບ ມີ 4 ປະເພດກີລາ ແລະ ມີ 8 ປະເທດເຂົ້າຮ່ວມສຳລັບກີລາ ທີ່ນຳມາ ແຂ່ງມີ ຄື: ບານສົ່ງ, ບານເຕະ, ດຶງເຊືອກ ແລະ ຍົກ ນ້ຳໜັກ ເຊິ່ງການແຂ່ງຂັນໄດ້ດຳ ເນີນເປັນເວລາ 03 ວັນ ແຕ່ວັນທີ 31 ສິງຫາ-2 ກັນຍາ 2021. ຜົນການແຂ່ງຂັນປະກົດວ່າ: ປະ ເພດກີລາບານສົ່ງ ອັນດັບທີ 1 ໄດ້ ແກ່ ຫວຽດນາມ, ທີ 2 ອຸສະເບ ກິດສະຖານ ແລະ ທີ3 ສປປ ລາວ, ປະເພດກີລາບານເຕະທີ 1 ໄດ້ແກ່ ເອຢິບ, ທີ 2 ຣັດເຊຍ, ທີ 3 ເບລາລຸດ, ປະເພດຍົກນ້ຳໜັກທີ 1 ໄດ້ແກ່ ອຸສະເບກິດສະຖານ, ທີ 2 ຣັດ ເຊຍ, ທີ 3 ເບລາລຸດ ສຳລັບກີລາ ດຶງເຊືອກທີ 1 ໄດ້ ແກ່ອຸສະເບກິດ ສະຖານ, ທີ 2 ຣັດ ເຊຍ ແລະ ທີ 3 ເບລາລຸດ. ການ ຈັດການແຂ່ງຂັນກີລາມວນໃນ ຄັ້ງນີ້ ກໍເພື່ອເຮັດໃຫ້ບັນຍາກາດ ໃນງານແຂ່ງຂັນກີລາການທະ ຫານສາກົນ (ARMY GAMEs 2021) ມີຄວາມຟົດ ຟື້ນມ່ວນຊື່ນ ແລະ ຮັດແໜ້ນຄວາມສາມັກ ຄີບັນດາປະເທດທີ່ເຂົ້າຮ່ວມແຂ່ງ ຂັນທັງ ເປັນການເຝິກຝົນກຳລັງ ແຮງກາຍຂອງພະນັກງານ-ນັກ ຮົບ ແຕ່ລະຫາຍໃຫ້ມີຄວາມແຂງ ແຮງໃນການປະຕິບັດໜ້າທີ່ວຽກ ງານຂອງຕົນໃຫ້ມີຜົນສຳເລັດ ຕາມການຈັດຕັ້ງກໍຄືກົມກອງ ມອບໝາຍ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ