
![]()
ກທອ ເຜີຍແຜ່ເອກະສານກ່ຽວກັບ ຄົນພິການ ແລະ ປະກາດການຈັດຕັ້ງບັນຊາ
ເວລາອອກຂ່າວ: 2021-09-03 19:53:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1712 | ຄວາມນິຍົມ: ![]()
ໃນວັນທີ 3 ສິງຫາ 2021, ກອງບັນຊາການທະຫານອາ ກາດ ໄດ້ຈັດຕັ້ງເຜີຍແຜ່ດຳລັດ ວ່າດ້ວຍການຮັບຮອງ ແລະ ປະ ກາດໃຊ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອຄົນພິການ ແລະ ຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ປະກາດການຈັດຕັ້ງຂັ້ນຫົວໜ້າ ພະແນກ-ຮອງຫົວໜ້າພະແນກ, ວິຊາການຊ່ວຍວຽກພະແນກ ການ ແລະ ກອງຮ້ອຍທີ່ຂຶ້ນກັບ ຫ້ອງພະລາ, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄໍາ ຫຼ້າ ສິມມະວົງ ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ອາກາດ, ມີ ຄະນະ 6 ຫ້ອງ, ຫົວໜ້າພະແນກ, ຮອງພະແນກການ ຕະຫຼອດຮອດ ພະ ກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ແພງສີ ເສັງ ວິໄຊ ຮອງຫົວໜ້າຫ້ອງການ ເມືອງ ກອງບັນຊາການທະຫານ ອາກາດ ໄດ້ຂຶ້ນເຜີຍແຜ່ເອກະສານ ຂອງລັດຖະບານອອກດຳລັດ ວ່າ ດ້ວຍການຮັບຮອງ ແລະ ປະກາດ ໃຊ້ນະໂຍບາຍ, ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດ ເພື່ອ ຄົນພິການ ແລະ ຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການຄຸ້ມຄອງນາຍ ແລະ ພົນທະ ຫານ ທີ່ໄດ້ຮັບນະໂຍບາຍອຸດໜູນ ບຳນານ, ເສຍອົງຄະຍ້ອນການສູ້ ຮົບ ແລະ ຮັບໃຊ້ການສູ້ຮົບ, ເພື່ອ ຜັນຂະຫຍາຍແນວທາງນະໂຍ ບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດຖະ ບານໃນແຕ່ລະໄລຍະພ້ອມທັງ ເຜີຍແຜ່ເອກະສານ ສົນທິສັນຍາ ສາກົນວ່າດ້ວຍສິດທິຂອງຄົນພິ ການ ແລະ ກົດໝາຍວ່າດ້ວຍຄົນ ພິການແນ່ໃສ່ເຮັດໃຫ້ຄົນພິການ, ມີສິດ ເສລີພາບເທົ່າທຽມກັບຄົນ ອື່ນ ໃນດ້ານຕ່າງໆ, ມີຊີວິດການ ເປັນຢູ່ທີ່ດີຂຶ້ນ ແລະ ມີສ່ວນຮ່ວມ ຢ່າງເຕັມສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.
ໂອກາດ ດັ່ງກ່າວ, ສະຫາຍ ພັນໂທ ວົງພອນ ອິນທໍາມູນ ຮອງ ຫົວໜ້າພະແນກພະນັກງານຫ້ອງ ການເມືອງ ກອງບັນຊາການທະ ຫານອາກາດກໍໄດ້ຂຶ້ນຜ່ານຂໍ້ຕົກ ລົງວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ພະແນກ, ຮອງພະແນກຂອງກອງ ບັນຊາການທະຫານ ອາກາດ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານໃນການປັບປຸງບູລະນະ ກົງຈັກການຈັດຕັ້ງນໍາພາ-ບັນຊາ ໃນກໍາລັງປະກອບອາວຸດໃຫ້ເຂັ້ມ ແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກົມ ໃຫຍ່ການເມືອງກອງທັບຕົກລົງ: ແຕ່ງຕັ້ງ ສະຫາຍ ພັນຕີ ພອນສະ ຫວັດ ສຸລິຍະແສງ ເປັນຫົວໜ້າ ພະ ແນກບໍລິຫານ-ສັງລວມຫ້ອງ ເສນາທິການ, ສະຫາຍ ພັນໂທ ຈັນທະວີ ພະສຸວັນ ເປັນຮອງຫົວ ໜ້າພະແນກພົວພັນຮ່ວມມື ແລະ ພິທີການ, ສະຫາຍ ພັນຕີ ນາງ ຄໍາສຸກ ເຮືອງພະຈິກ ເປັນຮອງ ຫົວໜ້າພະແນກບໍລິຫານ-ສັງ ລວມຫ້ອງອົບຮົມການບິນ, ສະ ຫາຍ ຮ້ອຍເອກ ສອນທະນູ ພົມ ມະວົງສີ ເປັນຮອງຫົວໜ້າພະ ແນກບໍລິຫານ-ສັງລວມຫ້ອງ ການເມືອງ, ສະຫາຍ ຮ້ອຍເອກ ບຸນກອງ ສີວົງໄຊ ເປັນຮອງຫົວ ໜ້າພະແນກກວດກາ ຫ້ອງການ ເມືອງ, ສະຫາຍ ຮ້ອຍເອກ ສົມ ພູວຽງ ມິດໄຊສີ ເປັນຮອງຫົວ ໜ້າພະແນກກໍ່ສ້າງຮາກຖານ ຫ້ອງການເມືອງ ແລະ ສະຫາຍ ຮ້ອຍເອກ ສັນຕິສຸກ ພັດສະດາ ເປັນຮອງຫົວໜ້າພະແນກກົດລະ ບຽບການບິນ ຫ້ອງອົບຮົມການ ບິນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງພະນັກງານຊ່ວຍວຽກພະແນກການຂອງຫ້ອງ ແລະ ກອງຮ້ອຍ, ໝວດຂຶ້ນກັບ ກອງບັນຊາການທະຫານອາກາດ ຕື່ມອີກ.
ໂດຍ: ສີທາ ພາບ: ເພັດສະໝອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















