ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳ ວປກ ອວຍພອນຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ສ ຫວຽດນາມ ປະຈຳລາວ
ເວລາອອກຂ່າວ: 2021-09-03 19:57:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1506 | ຄວາມນິຍົມ:



ໃນອາທິດທີ່ຜ່ານມາ, ຄະ ນະນຳ ວປກ ເຊິ່ງນຳໂດຍ ສະ ຫາຍ ພົນຈັດຕະວາ ບຸນເກີມ ສະ ເຫຼີມສຸກ ຫົວໜ້າກົມພະລາ-ເຕັກ ນິກວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ ພ້ອມຄະນະ, ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນຫ້ອງການທີ່ປຶກສາ ທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ເນື່ອງໃນ ໂອກາດວັນຊາດ ສສ ຫວຽດ ນາມ ຄົບຮອບ 76 ປີ (2/9/ 1945- 2/9/2021), ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພັນໂທ ຟາມ ແອັງ ຢຸງ ຮອງຫົວໜ້າຫ້ອງການ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈຳ ລາວ. ໂອກາດນີ້, ສະຫາຍ ພົນ ຈັດຕະ ວາ ບຸນເກີມ ສະເຫຼີມສຸກ ໄດ້ກ່າວ ສະແດງຄວາມປິຕິຍິນດີ, ຊົມເຊີຍ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຕະ ຫຼອດໄລຍະ 76 ປີ ແຫ່ງການສະ ຖາປະນາ ສສ ຫວຽດນາມ, ເຊິ່ງ ມີການພັດທະນາໃນຫຼາຍດ້ານ ຢ່າງກ້າວກະໂດດ ບໍ່ວ່າຈະເປັນ ທາງດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ, ເທັກໂນໂລຊີ, ການ ພົວພັນຕ່າງປະເທດ ແລະ ວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເຮັດໃຫ້ ສສ ຫວຽດນາມ ມີບົດບາດພົ້ນເດັ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງອວຍພອນໄຊໄປເຖິງ ພັກ, ລັດຖະບານ ແລະ ຫ້ອງການ ທີ່ປຶກສາ ທູດຝ່າຍປ້ອງກັນຊາດ ສສ ຫວຽດນາມປະຈຳລາວ ທຸກ ສະຫາຍ ຈົ່ງມີສຸຂະພາບເຂັ້ມ ແຂງ, ເຮັດສຳເລັດທຸກໜ້າທີ່ການເມືອງ ອັນມີກຽດສະຫງ່າຂອງຕົນ, ສືບ ຕໍ່ເສີມຂະຫຍາຍສາຍພົວພັນການ ຮ່ວມມືແບບພິເສດລະຫວ່າງສອງ ຊາດ, ສອງກອງທັບລາວ - ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວ ນັ້ນ ໃຫ້ໝັ້ນຄົງທະນົງແກ່ນຕະ ຫຼອດໄປ. ໂອກາດດຽວກັນນີ້, ຄະນະ ນຳ ວປກ ພ້ອມຄະນະຍັງໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະວິຊາຄູສອນພາສາ ຫວຽດນາມ ປະຈຳ ວປກ, ເຊິ່ງ ໃຫ້ການຕ້ອນຮັບໂດຍ ສະຫາຍ ພັນຕີ ດວານ ຮີ້ວ ຢຸງ ຫົວໜ້າຄະ ນະວິຊາຄູສອນພາສາຫວຽດ ນາມ ປະຈຳ ວປກ ເຊິ່ງບັນຍາກາດ ເຕັມໄປດ້ວຍຄວາມອົບອຸ່ນ ແລະ ມີຄວາມໝາຍຄວາມສຳຄັນ. ໂດຍ: ອານຸພົງ ຈັນທະພີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ