ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 01 ຕຸລາ 2021



ປະກາດການແຕ່ງຕັ້ງຮອງຫົົວໜ້າຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2021-09-03 19:59:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1624 | ຄວາມນິຍົມ:



ວັນທີ 2 ກັນຍາ 2021 ນີ້, ກົມໃຫຍ່ພະລາທິການກອງ ທັບ, ໄດ້ຈັດພິທີປະກາດການແຕ່ງ ຕັ້ງຮອງຫົວໜ້າຫ້ອງການບໍລິ ຫານ ແລະ ຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກນໍ້າມັນເຊື້ອ ໄຟ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ, ມີຄະນະຫ້ອງ ການເມືອງກົມໃຫຍ່ພະລາທິການ, ພະແນກພະນັກງານ, ຄະນະພັກ- ຄະນະບັນຊາ ແລະ ພະນັກງານ ຫຼັກແຫຼ່ງພາຍໃນຫ້ອງການບໍລິ ຫານເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ສີສຸ ດາ ວໍລະສິງ ຫົວໜ້າພະແນກພະນັກງານຫ້ອງການເມືອງກົມໃຫຍ່ ພະລາທິການກອງທັບ, ໄດ້ຂຶ້ນ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ ຕັ້ງຮອງຫົວໜ້າຫ້ອງການບໍລິ ຫານກົມໃຫຍ່ພະລາທິການກອງ ທັບ, ອີງຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ ແລະ ທິດທາງກ່ຽວ ກັບການປັບປຸງບູລະນະກົງຈັກ ການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາ ເລັດໜ້າທີ່ປົກປັກຮັກສາ ແລະ ພັດ ທະນາປະເທດຊາດ, ອີງຕາມໜັງ ສືສະເໜີຂອງກົມໃຫຍ່ພະລາທິ ການກອງທັບ ແລະ ຕາມການສະ ເໜີຂອງກົມໃຫຍ່ການເມືອງກອງ ທັບ, ກະຊວງປ້ອງກັນປະເທດຕົກ ລົງ, ແຕ່ງຕັ້ງ: ສະຫາຍ ພັນໂທ ບຸນຈັນ ສົມວິຈິດ ເປັນຮອງຫົວໜ້າຫ້ອງການບໍລິຫານກົມໃຫຍ່ ພະລາທິການກອງທັບ ແລະ ຂໍ້ຕົກ ລົງຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການແຕ່ງຕັ້ງຂັ້ນ ຫົວໜ້າພະແນກ-ຮອງຫົວໜ້າພະ ແນກນໍ້າມັນເຊື້ອໄຟຫ້ອງການບໍລິ ຫານກົມໃຫຍ່ພະລາທິການກອງ ທັບ, ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ບຸນໂຮມ ວົງພານຄໍາ ເປັນ ຫົວໜ້າພະແນກ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ມາລິນ ວັນ ນະສຸກ ເປັນຮອງຫົວໜ້າພະແນກ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ບຸນສູງ ຢາທໍ່ຕູ້ ໄດ້ສະແດງ ຄວາມຊົມເຊີຍ ແລະ ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີເຂົ້າໃນ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ, ມີຄຸນສົມບັດສິນທໍາປະຕິວັດ, ຄຸນ ທາດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ, ປະຕິບັັດມະຕິ, ຄໍາສັ່ງ, ຂໍ້ກໍາ ນົດ, ກົດລະບຽບຕ່າງໆຂອງຂັ້ນ ເທິງວາງອອກຢ່າງເຂັ້ມງວດ, ຕັ້ງ ໜ້າຊອກຮູ້ຮໍ່າຮຽນ,ເຝິກຝົນຫຼໍ່ ຫຼອມຕົນເອງໃນທຸກດ້ານ, ມີ ຄວາມສາມັກຄີເປັນເອກະພາບ ພາຍໃນໝູ່ຄະນະ, ຢືດໝັ້ນຫຼັກ ການລວມສູນປະຊາທິປະໄຕ, ເຮັດ ວຽກງານເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ, ເສີມຂະ ຫຍາຍຫົວຄິດປະດິດສ້າງ, ມີແບບ ແຜນວິທະຍາສາດທັນສະໄໝ, ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກ ສາພາຫະນະເຕັກນິກ ແລະ ວັດຖຸ ຊັບສິນເຄື່ອງຂອງສ່ວນລວມທີ່ ມີຄ່າຂອງຂັ້ນເທິງໄວ້ເປັນຢ່າງດີ, ພ້ອມດຽວກັນນີ້, ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາ, ພະນັກ ງານຫຼັກແຫຼ່ງທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ຕັ້ງໜ້າປະ ກອບ ສ່ວນເຂົ້າໃນວຽກງານຂະ ບວນການຂອງກົມກອງ ແລະ ເປັນເສນາທິການ ໃຫ້ແກ່ອົງຄະນະພັກກົມໃຫຍ່ພະລາທິການກອງ ທັບ ເພື່ອເຮັດສໍາເລັດໜ້າທີ່ວຽກ ງານໃນໄລຍະໃໝ່. ໂດຍ: ຄໍາປະສົງ ລາດຊະວົງ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ