ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 27 ກັນຍາ 2021



ຄະນະຊີ້ນຳບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ກະກຽມຄວາມພ້ອມປະຕິບັດວຽກງານຕົວຈິງ
ເວລາອອກຂ່າວ: 2021-09-03 20:05:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 137 | ຄວາມນິຍົມ:



ວັນທີ 3 ກັນຍາ 2021 ນີ້, ຄະນະຊີ້ນຳລວມ ແລະ ບັນດາອະ ນຸກໍາມະການ ໄດ້ຈັດກອງປະຊຸມ ແຜນການເຄື່ອນໄຫວວຽກງານ ພັກ-ວຽກງານການເມືອງ ໃນ ບັ້ນເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບລາວ-ຫວຽດນາມ- ກຳປູເຈຍ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີບັນດາສະຫາຍຄະນະຮັບຜິດຊອບແຕ່ລະ ວຽກງານເຂົ້າຮ່ວມ. ສະຫາຍ ພັນໂທ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມ ໂຄສະນາ-ອົບຮົມກົມໃຫຍ່ການ ເມືອງກອງທັບ, ຮອງຫົວໜ້າຄະ ນະຊີ້ນໍາລວມວຽກງານພັກ-ວຽກ ງານການເມືອງ ຂອງບັ້ນເຝິກ ຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໄດ້ລາຍງານແຜນການເຄື່ອນໄຫວໄລຍະກະກຽມ ແລະ ເຝິກຊ້ອມ ຕໍ່ຄະນະຮັບຜິດຊອບວຽກງານ ພັກ-ວຽກງານການເມືອງ, ເຊິ່ງ ພາກສ່ວນທີ່ກ່ຽວຂ້ອງໄດ້ປະ ສານສົມທົບປຶກສາຫາລື ແລະ ເຊື່ອມຊຶມແຜນການເຄື່ອນໄຫວ ວຽກງານຂອງຕົນ, ພ້ອມທັງຮ່າງ ບັນດາເນື້ອໃນເອກະສານຕ່າງໆ ກ່ຽວກັບວຽກງານພັກ-ວຽກງານ ການເມືອງ, ຈັດຕັ້ງພະນັກງານຄະນະວຽກງານການເມືອງລົງປະສານສົມທົບກັບອຳນາດການປົກຄອງບ້ານໃກ້ຄຽງສະຖານທີ່ເຝິກຊ້ອມ (ບ້ານອ່າງນໍ້າຫຸມ1, ບ້ານອ່າງນໍ້າຫຸມ 2, ບ້ານນາ ທອນ ) ກ່ຽວກັບການປະຕິບັດຮີດ ຄອງປະເພນີ ແລະ ໃຫ້ການຮ່ວມມືກັບບັນດາກົມກອງທີ່ເຂົ້າຮ່ວມ ເຝິກຊ້ອມ, ປະສານສົມທົບກັບວິທະຍາຄານພະລາທິການກອງທັບ ກ່ຽວກັບວຽກງານຂະບວນການ, ຮາກຖານ, ຄວາມປອດໄພ ແລະ ອື່ນໆ ຈັດຕັ້ງກອງປະຊຸມມອບ ໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນ ( ກອງເລຂາ, ປ້ອງກັນ, ກອງແກ ວົງ, ສິລະປະກອນກອງທັບ, ນັກ ຂ່າວ, ໜ່ວຍງານສາຍຮູບເງົາ-ເຄື່ອງສຽງ, ປະດັບປະດາ ແລະ ວຽກງານຮັບປະກັນ ) ເພື່ອກຽມ ພ້ອມເຮັດສໍາເລັດໜ້າທີ່. ການເຝິກຊ້ອມດັ່ງກ່າວນີ້ ແມ່ນ ການສຶກສາອົບຮົມການເມືອງ-ນໍາພາແນວຄິດພະນັກງານ-ນັກ ຮົບ ທີ່ເຂົ້າຮ່ວມບັ້ນເຝິກຊ້ອມກອບ ກູ້ໄພພິບັດໃຫ້ ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ໜ້າທີ່ຄວາມຮັບຜິດຊອບ ຂອງຕົນ ແລະ ກໍາແໜ້ນຄວາມສໍາ ຄັນ, ຈຸດປະສົງ-ຄາດໝາຍຂອງ ການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍຄັ້ງປະຫວັດສາດນີ້, ເຮັດ ໃຫ້ການເຝິກຊ້ອມກອບກູ້ໄພພິບັດ ຄັ້ງນີ້ມີຜົນສໍາເລັດ ແລະ ມີຄວາມ ປອດໄພ 100 % ທັງເປັນການຍົກ ລະດັບຄວາມຮູ້ຄວາມສາມາດ, ຄວາມຊໍານິຊໍານານຂອງພະນັກ ງານນໍາພາ-ບັນຊາແຕ່ລະຂັ້ນ ແລະ ຂະແໜງການເຫຼົ່າຮົບວິຊາ ສະເພາະຕ່າງໆ ຂອງກອງທັບເຮົາ ໃຫ້ມີຄວາມພ້ອມຕະຫຼອດເວລາ ໃນການຮ່ວມມືກັບບັນດາກອງ ທັບປະເທດເພື່ອນມິດໃນວຽກ ງານກອບກູ້ໄພພິບັດ, ກອບກູ້ ເອົາ ຊີວິດ ແລະ ຊັບສິນຂອງປະຊາຊົນ ຜູ້ປະສົບໄພພິບັດ ແລະ ການເຝິກ ຊ້ອມກອບກູ້ໄພພິບັດ 3 ກອງທັບ ຄັ້ງນີ້ ເປັນກິດຈະກໍາອັນສໍາຄັນໃນ ການເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ, ນໍ້າໃຈມິດຕະ ພາບ ແລະ ການຮ່ວມມືລະຫວ່າງ ກອງທັບເຮົາກັບກອງທັບບັນດາ ປະເທດເພື່ອນມິດ ໂດຍສະເພາະ ແມ່ນກອງທັບ 3 ຊາດອິນດູຈີນໃຫ້ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືເອົາໂອກາດນີ້ເປັນການຍົກ ລະດັບພະນັກງານທີ່ເຮັດວຽກ ງານພັກ-ວຽກງານການເມືອງ ໃນການເຄື່ອນໄຫວວຽກງານ ຮ່ວມກັບກອງທັບບັນດາປະເທດ ເພື່ອນມິດ. ໂອກາດດັ່ງກ່າວ, ສະຫາຍປະ ທານ ໄດ້ສະແດງຄວາມຊົມເຊີຍ ຕໍ່ພາກສ່ວນທີ່ກ່ຽວຂ້ອງກໍຄືພາກ ສ່ວນເຮັດວຽກງານພັກ-ວຽກ ງານການເມືອງໃນບັ້ນຮົບເຝິກ ຊ້ອມກອບກູ້ໄພພິບັດ 3 ກອງ ທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ບັນ ດາສະຫາຍທີ່ຖືກແຕ່ງຕັ້ງແຕ່ລະ ໜ້າວຽກປະຕິບັດໜ້າທີ່ວຽກງານ ຂອງຕົນ ກະກຽມຄວາມພ້ອມ ເພື່ອຮັບປະກັນບັ້ນເຝິກຊ້ອມກອບ ກູ້ໄພພິບັດ 3 ກອງທັບ ປະສົບຜົນ ສຳເລັດ ແລະ ຮັບປະກັນໄດ້ຄວາມ ປອດໄພ 100%. ໂດຍ: ອານຸສອນ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ