ທ່ານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມຊົມເຊີຍຕໍ່ຜົນງານການແຂ່ງຂັນກີລາຂອງກອງທັບລາວ
ເວລາອອກຂ່າວ: 2021-09-09 10:38:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 360 | ຄວາມນິຍົມ: ![]()
ວັນທີ 04 ກັນຍາ 2021 ນີ້, ທີ່ສູນເຝິກແອບທະຫານແຫ່ງຊາດທີ 4 ສສ ຫວຽດນາມ ໄດ້ມີພິທີປິດການແຂ່ງຂັນກີລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຟານ ວັນ ຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີ ສະຫາຍ ພົນໂທ ເຈີນ ກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ, ສະຫາຍ Krivoruchko Alexei Iurievich ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາຝ່າຍປ້ອງກັນຊາດ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທູຕານຸທູດ, ມີບັນດານາຍ ແລະ ພົນທະຫານ, ທີມນັກກີລາທະຫານຈາກ 8 ປະເທດເຂົ້າຮ່ວມ.
ການແຂ່ງຂັນໄດ້ເລີ່ມແຕ່ວັນທີ 31 ສິງຫາ-3 ກັນຍາ 2021, ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້: ກີລາປະເພດຍິງປືນ (Sniper) ຊະນະເລີດໄດ້ແກ່ປະເທດຫວຽດນາມ, ຮອງຊະນະເລີດປະເທດອຸດສະເບກິດ ສະຖານ ແລະ ອັນດັບທີ 3 ແມ່ນປະເທດຣັດເຊຍ ສຳລັບທີມລາວໄດ້ອັນດັບທີ 6 ໃນຈຳນວນ 7 ປະ ເທດ. ສ່ວນການແຂ່ງຂັນກີລາກູ້ໄພສຸກເສີນ ຊະນະເລີດແມ່ນ ປະເທດຣັດເຊຍ ຮອງຊະນະເລີດ ຫວຽດ ນາມ, ອັນດັບທີ 3 ແມ່ນປະເທດເບລາຣຸດ, ສຳລັບທີມລາວໄດ້ອັນດັບທີ 4 ໃນຈຳນວນ 5 ປະເທດ.
ຕະຫຼອດໄລຍະການແຂ່ງຂັນເຖິງວ່າຈະພົບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນສະພາບໂຄວິດ-19 ແລະ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍບາງຄັ້ງຄາວ, ແຕ່ລະທິມກໍມີຄວາມບຸກບືນ ແລະ ສູ້ຊົນ ເພື່ອຍາດໃຫ້ໄດ້ຜົນງານທີ່ດີທີ່ສຸດມາສູ່ທີມຂອງຕົນເອງ, ຄຽງຄູ່ກັບການແຂ່ງຂັນ ແຕ່ລະທິມກໍໄດ້ມີການແລກ ປ່ຽນດ້ານວັດທະນະທຳ, ປະສົບການ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນການແຂ່ງຂັນ.
ການແຂ່ງຂັນແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ, ຍ້ອນປະເທດເຈົ້າພາບມີຄວາມເອົາໃຈໃສ່ໃນການກະກຽມເປັນຢ່າງດີ, ມີຄວາມຮັບປະກັນຮອບດ້ານ, ມີຄວາມປອດໄພ ເຮັດໃຫ້ແຕ່ລະປະເທດທີ່ເຂົ້າຮ່ວມຕີລາຄາສູງຕໍ່ຜົນສຳເລັດໃນຄັ້ງນີ້. ໃນພິທີປິດ ນອກຈາກການມອບລາງວັນໃຫ້ແຕ່ລະປະເພດກີລາແລ້ວ, ຍັງໄດ້ຮັບຊົມການສະແດງສີລະປະການປ້ອງກັນຕົວ, ການສະແດງຮ້ອງເພງ ແລະ ຟ້ອນຈາກບັນດານັກ ຮົບ ແລະ ກອງສີລະປະກອນກອງທັບ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກອງທັບ ແລະ ມູນເຊື້ອວັດທະນະທຳອັນງົດງາມຂອງຊາວຫວຽດນາມ.
ຂ່າວ,ພາບ: ໂອລຳ ຈັນທະວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ














