ວປກ ປະກາດການຈັດຕັ້ງຂັ້ນຄະນະວິຊາຄູ, ພະແນກ, ແລະ ປະກາດຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-09-09 10:39:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 277 | ຄວາມນິຍົມ: ![]()
ວັນທີ 31 ສິງຫາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຈັດຕັ້ງປະກາດການຈັດຕັ້ງຂັ້ນຫົວໜ້າ, ຮອງຫົວໜ້າຄະນະວິຊາ, ຂັ້ນຫົວໜ້າພະແນກ, ຮອງພະແນກ, ຍົກຂັ້ນເງິນເດືອນ, ປະກາດການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານທົ່ວ ວປກ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ - ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ພ້ອມດ້ວຍຜູ້ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ສະຫາຍ ພັນໂທ ປອ ສອນທະນູ ແກ້ວໝື່ນເຮືອງ, ຮອງຫົວໜ້າກົມການເມືອງ ວປກ ໄດ້ຜ່ານເອກະສານ ໂດຍອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ. ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ III ໝວດທີ 1 ມາຕາທີ 34 ວ່າດ້ວຍການຍົກຂັ້ນເງິນເດືອນນາຍທະຫານ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງໃໝ່) ໃນພາກທີ II ໝວດທີ 3 ມາຕາທີ 22 ແລະ ມາດຕາທີ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ. ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ສີພັນ ດວງມາລາ, ເປັນຫົວໜ້າຄະນະວິຊາຄູການທະຫານທ້ອງຖິ່ນ ວປກ, ພັນຕີ ສາຍຍັນ ອໍລະໄມ, ເປັນຮອງຫົວໜ້າຄະນະວິຊາຄູປ້ອງກັນອາກາດ, ພັນຕີ ວົງທອງ ແກ້ວສຸພັນ ເປັນຫົວໜ້າພະແນກຄູວັດຖຸນິຍົມສັດຈະວິພາກ, ຮອ ຄຳມີ ພຸດພະເທບ ເປັນຫົວໜ້າພະແນກຄູລັດຖະສາດ, ຮອ ຄຳ ດວງມະນີ ເປັນຫົວໜ້າພະແນກຄູຈິດຕະສາດການນຳພາ, ຮອ ອິນທີ ແສງດາລາ ເປັນຫົວໜ້າພະແນກຄູຈິດຕະສາດສັງຄົມ, ພັນໂທ ແສງອຸບົນ ເຫງົ້າສາວົງ ເປັນຮອງຫົວໜ້າພະແນກຄູທິດສະດີກໍ່ສ້າງພັກ, ຮອ ອານຸພາບ ຂັນພິລາວົງ ເປັນຮອງຫົວໜ້າພະແນກຄູສັງຄົມສາດ, ຮອ ແສງພອນ ໄຊສົມພອນ ເປັນຮອງຫົວໜ້າພະແນກຄູສື່ສານບຸກຕີ. ຍົກຂັ້ນເງີນເດືອນຈາກຊັ້ນ ພັນໂທ ຂຶ້ນຮັບເງິນຊັ້ນ ພັນເອກ ຈຳນວນ 9 ສະຫາຍ, ພັນຕີ ຂຶ້ນຮັບເງິນຊັ້ນ ພັນໂທ 1 ສະຫາຍ, ຮອ ຂຶ້ນຮັບເງິນຊັ້ນ ພັນຕີ 1 ສະຫາຍ. ນາຍທະຫານໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ທັງໝົດຈຳນວນ 65 ສະຫາຍ, ພັນຕີ 19 ສະຫາຍ, ຮ້ອຍເອກ 24 ສະຫາຍ ແລະ ຮ້ອຍໂທ 12 ສະຫາຍ.
ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນທີ່ຍາດມາໄດ້,ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ຖືກສັບຊ້ອນໜ້າທີ່ໃໝ່ ແລະ ໄດ້ຮັບຊັ້ນໃໝ່ຈົ່ງພ້ອມກັນປະຕິບັດໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້, ສູ້ຊົນເຮັດສຳເລັດທຸກໜ້າທີ່, ສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດ ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເປັນແບບ ຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດ ເປັນປົກ ກະຕິຕໍ່ເນື່ອງ ແລະ ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນຕາມທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ.
ພາບ - ຂ່າວ ໂດຍ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















