ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ຄະນະຜູ້ແທນກົມການເງິນ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກ ຢູ່ກົມການເງິນກະຊວງປ້ອງກັນປະເທດ ສສ ຫວຽດນາມ.
ເວລາອອກຂ່າວ: 2021-09-09 10:48:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ການເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ກົມການເງິນຊວງກະຊວງປ້ອງກັນປະເທດ ສສ ຫວຽດນາມ ຂອງຄະນະຜູ້ແທນກົມການເງິນກະຊວງປ້ອງກັນປະເທດ ສປປ ລາວ ໃນລະຫວ່າງ ວັນທີ 25-28 ສິງຫາ ນີ້, ໄດ້ຮັບຜົນສໍາເລັດອັນຈົບງາມ, ນໍາພາຄະນະໂດຍ ສະຫາຍ ພັນໂທ ລໍາເງິນ ສຸຂະວົງ ຮອງຫົວໜ້າກົມການເງິນກະຊວງປ້ອງກັນປະເທດ ແລະ ໄດ້ຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ໂດ ດິ່ງໝີ ຮອງຫົວໜ້າກົມການເງິນກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ. ໂດຍປະຕິບັດຕາມອະນຸສັນຍາໄລຍະປີ 2020-2024 ແລະ ແຜນການຮ່ວມມືປະຈໍາປີ 2021 ລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືສອງກົມການເງິນກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ. ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເພື່ອພົບປະແລກປ່ຽນດ້ານໜ້າທີ່ວຽກງານວິຊາສະເພາະການເງິນ ແລະ ຕີລາຄາໝາກຜົນຮັບປະກັນດ້ານການເງິນໃນການປະຕິບັດແຜນການຮ່ວມມືປະຈໍາປີ 2020 ເຊີ່ງສອງຝ່າຍໄດ້ປຶກສາຫາລືການພົວພັນຮ່ວມມືຂົງເຂດວຽກງານການເງິນໃນຊຸມປີຕໍ່ໜ້າແລະ ບັນຫາປິ່ນອ້ອມເຊັ່ນ: ການເພີ່ມທະວີໃນການຮ່ວມມືໃນຂົງເຂດວຽກງານຂ່າວສານ, ໂຄສະນາ ແລະ ຄຸ້ມຄອງບັນດາຕານ່າງສັງຄົມ ໂດຍຜ່ານການແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນ, ຈັດຕັ້ງຝຶກອົບຮົມ, ບໍາລຸງພະນັກງານດ້ານວຽກງານວິຊາສະເພາະຕ່າງໆໃຫ້ແທດແໝາະກັບວຽກງານວິຊາສະເພາະຕົວຈິງ, ການປະສານສົມທົບວຽກງານຊອກຫາຂຸດຄົ້ນ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ໃນປາງສົງຄາມຢູ່ລາວ, ໂຄງການຮ່ວມມືກໍ່ສ້າງກຸ່ມບ້ານພັດທະນາໃນໄລຍະ 2020-2025, ການຮ່ວມມືກໍ່ສ້າງເສັ້ນຊາຍແດນຮ່ວມກັນໃຫ້ມີຄວາມສະຫງົບປອດໄພ, ຮັບປະກັນເງິນເບ້ຍລ້ຽງຂອງພະນັກງານ, ນັກຮຽນ, ນັກສຶກສາ, ກໍ່ສ້າງ ແລະ ບໍາລຸງໃຫ້ເປັນປົກກະຕິ, ສ້າງພື້ນຖານໂຄງລ່າງ ແລະ ຕອບສະໜອງທາງດ້ານພາຫະນະເຕັກນິກ, ເອົາໃຈໃສ່ດ້ານວຽກງານເສນາຮັກປິ່ນປົວທາງດ້ານສຸຂະພາບຂອງນາຍ ແລະ ພົນທະຫານ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລວມທັງວັດຖຸ ແລະ ຈິດໃຈ, ເພີ່ມທະວີເຂົ້າໃນວຽກງານການຕອບໂຕ້ ແລະ ຫຼຸດຜ່ອນການແຜ່ລະບາດຂອງເຊື້ຶອພະຍາດໂຄວິດ - 19 ຢູ່ສອງປະເທດໃຫ້ດີຂື້ນ, ການລົງຢ້ຽມຢາມ ແລະ ເຮັດວຽກງານໃນຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາການຮ່ວມມືກັນໃນຂົງເຂດວຽກງານການເງິນໃນກອງທັບສອງປະເທດ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ