ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ກອງພົນທີ 1 ປາຖະກະຖາມູນເຊື້ອວັນປະຫວັດສາດ ແລະ ເຜີຍແຜ່ເອກະສານສໍາຄັນ
ເວລາອອກຂ່າວ: 2021-09-09 10:59:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ວັນທີ 2 ກັນຍາ ນີ້, ກອງພົນທີ 1 ໄດ້ປາຖະກະຖາມູນເຊື້ອວັນປະຫວັດສາດ ແລະ ເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ພະແນກການ, ກອງພັນໃຫຍ່, ກອງພັນ ແລະ ພະນັກງານຫລັກແຫລ່ງ ແຕ່ລະກົມກອງທົ່ວກອງພົນເຂົ້າຮ່ວມຢ່າງພ້ອມພຽງ. ການປາຖະກະຖາ ແລະ ເຜີຍແຜ່ເອກະສານສໍາຄັນຄັ້ງນີ້ໂດຍແມ່ນຄະນະພັກກອງພົນຜັດປ່ຽນກັນເຊິ່ງມີມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 76 ປີ, ວັນສ້າງຕັ້ງອາຊຽນ ຄົບຮອບ 54 ປີ ແລະ ເອກະສານຕ່າງໆຄື: ດຳລັດຂອງນາຍຍົກ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍຍຸດທະສາດ, ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ, ຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະຕິບັດຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ. ນອກນີ້ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງສະພາຄຸ້ມຄອງກອງທືນປີ່ນປົວສຸຂະພາບຢູ່ໂຮງໝໍ 108 ກອງພົນທີ 1. ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການປະກັນສຸຂະພາບລະບົບປະກັນສັງຄົມ, ອີງຕາມຄວາມເປັນກະພາບຂອງຄະນະພັກ-ຄະນະບັນຊາກອງພົນທີ 1 ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຮ່ວງເງິນປີ່ນປົວສຸຂະພາບ ໃຫ້ມີຄຸນນະພາບ ແລະ ຮັບປະກັນ. ສະນັ້ນ ຈື່ງແຕ່ງຕັ້ງສະພາຄຸ້ມຄອງກອງທືນຢູ່ໂຮງໝໍ ເຊີ່ງປະກອບມີ ສະຫາຍ ພັນໂທ ມໍລະສິດ ສາຍທອງມາ ຄະນະຫ້ອງການເມືອງ ເປັນຫົວໜ້າ, ສະຫາຍພັນໂທ ຄຳຫວານ ຈັນທະບູນໄຊ ຄະນະຫ້ອງພະລາທິການ ເປັນຮອງ, ສະຫາຍພັນໂທ ນາງ ວົງ ພົມເພັດ ຫົວໜ້າພະແນກການເງີນ ເປັນກຳມະການ, ສະຫາຍພັນໂທ ສຸນີຄອນ ພາບມີໄຊ ຫົວໜ້າພະແນກປະກັນສັງຄົມ ເປັນກຳມະການ, ສະຫາຍ ພັນໂທ ເມີບ ເບທະລາ ຫົວໜ້າພະແນກກວດກາ ເປັນກຳມະການ, ສະຫາຍ ພັນໂທ ໄຜ່ສີທົນ ສາຍມະນີວົງ ຫົວໜ້າພະແນກເສນາຮັກ ເປັນກຳມະການ ແລະ ສະຫາຍ ພັນໂທ ໄມພຸດ ແສງດາວັນ ຫົວໜ້າການເມືອງໂຮງໝໍກອງພົນ ເປັນກຳມະການ. ຜ່ານຂໍ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ຄຳສີ ໄຊສຸວັນ ເປັນຮອງຫ້ອງເຕັກນິກ, ສະຫາຍພັນໂທ ຄຳຜົນ ສີໂພໄຊ ເປັນຮອງຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າພະແນກເຕັກ ກອງພັນໃຫຍ່ 101, ສະຫາຍພັນໂທ ຄຳຜາຍ ພິລາວົງ ເປັນຮອງຮັບຜິດຊອບວຽກງານເຕັກນິກ ທັງເປັນຫົວໜ້າພະແນກເຕັກ ກອງພັນໃຫຍ່ 102, ສະຫາຍພັນໂທ ວຽງວິລະພົງ ກົງແກ້ວ ເປັນຫົວໜ້າພະແນກຄຸ້ມຄອງລົດ, ສະຫາຍພັນໂທ ອຸ່ນຄຳ ສີງມະນີວົງ ເປັນຫົວໜ້າພະແນກແຜນການເຕັກນິກ, ສະຫາຍພັນຕີ ຄຳພູ ດໍສະໂກດິດ ເປັນຫົວໜ້າພະແນກຄຸ້ມຄອງອາວຸດກະສູນ, ສະຫາຍພັນໂທ ສີສະໄໝ ບັນເນົາ ເປັນຮອງພະແນກເຕັກນິກ ກອງພັນໃຫຍ່ 101, ສະຫາຍພັນຕີ ໄພລັດ ຄົງເຊດົນ ເປັນຮອງພະແນກເຕັກນິກເຫລົ່າຮົບ ແລະ ປະກາດການແຕ່ງຕັ້ງຫົວໜ້າ-ຮອງຫົວໜ້າຂະແໜງ, ຊ່ວຍວຽກຂັ້ນກອງພັນ, ໂຮງໝໍ ແລະ ກອງຮ້ອຍຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ