ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ກວດພົບຜູ້ຕິດເຊື້ອຈຳນວນ 166 ກໍລະນີ
ເວລາອອກຂ່າວ: 2021-09-09 12:43:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ທາ່ນ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 9 ກັນຍາ 2021 ນີ້ວາ່: ໃນວັນທີ່ 8 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4322 ຕົວຢ່າງ, ນະຄອນຫຼວງ 969 ຕົວຢ່າງ, ສະຫວັນນະເຂດ 376, ຈໍາປາສັກ 619 ຕົວຢ່າງ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອທັງໝົດ 166 ຕົວຢ່າງລາຍລະອຽດຄື: ນະຄອນຫຼວງວຽງຈັນ ມີຈຳນວນ 26 ຄົນ, 23 ຄົນ,ນໍາເຂົ້າ 3 ຄົນ,ໃນຊຸມຊົນ ແຂວງ ບໍ່ແກ້ວ 11ຄົນ,1 ຄົນ,ໃນຊຸມຊົນ, ຫຼວງພະບາງ 12 ຄົນ,10 ນໍາເຂົ້າ 2 ຄົນໃນຊຸມຊົນ,ຫຼວງນໍ້າທາ 3 ຄົນໃນຊມຊົນ, ຄໍາມ່ວນ 42 ຄົນ, 6 ຄົນ ນໍາເຂົ້າ 36 ຄົນໃນຊຸມຊົນ,ສາລະວັນ12 ຄົນ, 3 ຄົນ ນໍາເຂົ້າ, 9 ຄົນໃນຊຸມຊົນ, ສະຫວັນນະເຂດ 40 ຄົນ, 35 ຄົນ ນໍາເຂົ້າ 5ຄົນໃນຊຸມຊົນ ແລະ ແຂວງ ຈໍາປາສັກ ຕິດເຊື້ອ 20 ຄົນ, 7 ຄົນ ນໍາເຂົ້າ ແລະ 13 ຄົນໃນ ຊຸມຊົນ ສັງເກດເຫັນວາ່ຜູ້ຕິດເຊື້ອໃນຊຸມຊົນແມ່ນມີລັກສະນະເພີ່ມ ຂື້ນໂດຍສະເພາະແມ່ນບັນດາແຂວງພາກກາງ ແລະ ໃຕ້,ຜູ້ຕິດເຊື້ອສວ່ນຫຼາຍແມ່ນພົວພັນ ແລະ ໄກ້ຊິດກັບຜູ້ຕິດເຊື້ອຜ່ານມາ,ສວ່ນກໍລະນີນຳເຂົ້າແມ່ນຍັງແມ່ນແຮງງານລາວທີ່ເດີນທາງມາຈາກປະເທດເພື່ອນບ້ານທີ່ມີການແຜ່ລະ ບາດຂອງເຊື້ອພະຍາດໂຄວິດ 19 ໃນປັດຈຸບັນຜູ້ຕິດເຊື້ອແມ່ນໄດ້ເຂົ້າປິ່ນປົວຢູ່ຕາມ ໂຮງໝໍທີ່ກຳນົດໄວ້ ແລະ ມາຮອດມື້ນີ້ໃນທົ່ວປະເທດມີຜູ້ຕິດເຊື້ອ ທັງໝົດຈຳນວນ 16,742 ຄົນ,ເສຍຊີວິດ 16 ຄົນ(ໃໝ່ 0 ຄົນ) ກຳລັງປິ່ນປົວ 4,219 ຄົນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ