ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ແຕ່ງຕັ້ງ ປະທານ ສະພາວິທະຍາສາດ ຄະນະວິຊາຄູລົດການທະຫານ
ເວລາອອກຂ່າວ: 2021-09-13 16:23:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1556 | ຄວາມນິຍົມ:



ໃນວັນທີ 9 ກັນຍາ 2021, ຢູ່ທີ່ວິທະຍາຄານເຕັກນິກການທະຫານ ໄດ້ຈັດພິທີປະກາດແຕ່ງຕັ້ງ,ປ່ຽນແທນ ປະທານສະພາວິທະຍາສາດ ຄະນະວິຊາຄູລົດການທະຫານ ໂດຍການເປັນປະທານຂອງ ສະຫາຍ       ພັນເອກ ສຸດໃຈ ລືໄຊສົມບັດ ຄະນະອໍານວຍການ, ຫົວໜ້າຫ້ອງວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ວຕກ, ມີບັນດາຕາງໜ້າ 6 ຄະນະວິຊາຄູ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ສັງທອງ ເພຍສາຂາ ຫົວໜ້າພະແນກແຜນການ ຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງອໍານວຍການ ວິທະຍາຄານເຕັກນິກການທະຫານ ສະບັບເລກທີ 48 / ວຕກ, ລົງວັນທີ 27 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງ, ປ່ຽນແທນປະທານສະພາວິທະຍາສາດ ຄະນະວິຊາຄູລົດການທະຫານ ໂດຍແຕ່ງຕັ້ງ ພັນໂທ ບຸດດີ ດອນເມືອງ ຫົວໜ້າວິຊາຄູລົດການທະຫານ ຂຶ້ນເປັນປະທານສະພາວິທະຍາສາດ ຄະນະວິຊາຄູລົດການທະຫານ; ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ  ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ; ອີງຕາມທິດທາງກ່ຽວກັບການປັບປຸງບູລະນະ ລະບົບກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້່າລວມ, ເວົ້າສະເພາະແມ່ນເພື່ອເປັນການປັບປຸງກົງຈັກການຈັດຕັ້ງຂອງ ສະພາວິທະຍາສາດ ຄະນະວິຊາຄູລົດການທະຫານ ວຕກ ໃຫ້ເໝາະສົມກັບມາດຖານເງື່ອນໄຂ ການປະກອບຂອງຂັ້ນເທິງ ແລະ ມີປະສິດທິຜົນໃນການເຄືຶ່ອນໄຫວເຮັດວຽກຕາມຂອບເຂດສິດ, ໜ້າທີ່ຄວາມຮັບຜິດຊອບ, ຮັບປະກັນໃຫ້ແກ່ການຄົ້ນຄວ້າເຄື່ອນໄຫວວຽກງານສະພາວິທະຍາສາດ, ການສ້າງຕໍາລາເອກະສານ ແລະ ທາງດ້ານນິຕິກໍາ ເພື່ອຮັບໃຊ້ໃຫ້ແກ່ການອົບຮົມກໍ່ສ້າງ ນັກວິຊາການເຕັກນິກວິຊາສະເພາະ ຕາມຂໍ້ກໍານົດຂອງວິທະຍາຄານເຕັກນິກການທະຫານກໍຄືກົມໃຫຍ່ເຕັກນິກກອງທັບວາງອອກໃຫ້ມີປະສິດທິຜົນສູງ ແລະ ເພື່ອສ້າງໃຫ້ຂະບວນການຮຽນ-ການຂອງຄູອາຈານ ແລະ ນັກສຶກສາຂອງ ວຕກ ມີຄວາມສະດວກ, ຄ່ອງແຄ້ວຍິ່ງຂຶ້ນ. ໃນໂອກາດດຽວກັນນີ້ ສະຫາຍ ພັນເອກ ສຸດໃຈ ລືໄຊ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ປະທານສະພາວິທະຍາສາດ ຄະນະວິຊາຄູລົດການທະຫານຄົນໃໝ່ ຈົ່ງມີຄວາມເອກອ້າງທະນົງໃຈ, ເອົາໃຈໃສ່ຕໍ່ໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ; ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ເນັ້ນໜັກໃຫ້ ພະນັກງານຄູອາຈານທຸກຄະນະວິຊາ ຈົ່ງເປັນແມ່ແບບ ແວ່ນແຍງທີ່ດີໃຫ້ແກ່ນັກຮຽນ-ນັກສຶກສາ, ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນັກສຶກສາໃຫ້ເປັນປົກກະຕິ ເພື່ອຕ້ານກັບນະໂຍບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ; ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄຫມມາໝູນໃຊ້ເຂົ້າໃນການສິດສອນ, ສົ່ງຄວາມຮູ້, ຊຸບຫຼໍ່ກໍ່ສ້າງໃຫ້ນັກຮຽນນັກສຶກສາຢ່າງມີປະສິດທິຜົນ ກໍຄືການທິດທາງໃນການອົບຮົມກໍ່ສ້າງວິຊາສະເພາະເຕັກນິກໃຫ້ນາຍທະຫານໃນຖັນແຖວກອງທັບພຽບພ້ອມໄປດ້ວຍ ມີຄຸນນະພາບ,ກາຍເປັນນາຍທະຫານສືບທອດທີ່ດີໃນວັນຂ້າງໜ້າ, ຫັນເອົາກອງທັບເຂົ້າສູ່ແບບແຜນທັນສະໄຫມເທື່ອລະກ້າວ. ໂດຍ: ເພັດນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ