ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 941ຈັດຕັ້ງມອບ-ຮັບໂຄງການກໍ່ສ້າງປໍ້າເບີກຈ່າຍນໍ້າມັນເຊື້ອໄຟ
ເວລາອອກຂ່າວ: 2021-09-14 13:54:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 704 | ຄວາມນິຍົມ:



ວັນທິີ 10 ກັນຍາ 2021 ນີ້, ກອງພັນໃຫຍ່ 941 ໄດ້ຈັດຕັ້ງມອບ-ຮັບໂຄງການກໍ່ສ້າງປໍ້າເບີກຈ່າຍນໍ້າມັນເຊື້ອໄຟໂດຍການເຂົ້າຮ່ວມກ່າວມອບຂອງສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ ແລະກ່າວຮັບໂດຍສະຫາຍ ພັນເອກ ພູໂຂງ ມະໂນລາ ຫົວໜ້າການເມືອງກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໂດຍປະຕິບັດຕາມທິດທາງໃນການກໍ່ສ້າງຂະແໜງນ້ຳມັນເຊື້ອໄຟກອງທັບໃຫ້ມີຄວາມກ້າວໜ້າເຂັ້ມແຂງ ແລະ ທັນສະໄໝ. ດັ່ງນັ້ນ, ກົມນ້ຳມັນເຊື້ອໄຟຈື່ງໄດ້ຄົ້ນຄ້ວາ ແລະ ນຳສະເໜີກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງກັນປະເທດຂໍອະນຸມັດໃຊ້ຫງົບປະມານຮ່ວງບົວລະບັດສ້ອມແປງສາງນໍ້າມັນປະຈຳປີ 2021 ເພື່ອນຳໃຊ້ເຂົ້າໃນການເບິກຈ່າຍນໍ້າມັນໃຫ້ກອງພັນໃຫຍ່ 941, ​ນອກນັ້ນ ກໍໄດ້ອະນຸມັດວັດຖຸທີ່ມີຢູ່ໃນສາງຂອງກົມເປັນຕົ້ນແມ່ນ ຫົວປ້ຳເບີກຈ່າຍ, ຖັງບັນຈຸພ້ອມດ້ວຍອຸປະກອນອື່ນໆເຂົ້າໃນການກໍ່ສ້າງ, ພ້ອມທັງນ້ຳມັນສຳຮອງແອັດຊັງ 5000 ລິດ, ກາຊວນ 5000 ລິດ, ລວມມູນຄ່າໃນການກໍ່ສ້າງທັງໜົດ 170.155.385 ກີບ. ໃນນັ້ນບໍ່ນັບມູນຄ່າວັດຖຸທີ່ກົມນ້ຳເຊື້ອໄຟປະກອບໃຫ້ຄືຫົວປ້ຳ TATSUNO ທີ່ທັນສະໄໝ, ຖັງບັນຈຸບໍລິມາດ 16 ຕາແມັດ. ພາຍຫຼັງທີ່ໄດ້ຮັບງົບປະມານຈາກຂັ້ນເທິງ,ກົມນໍ້າມັນເຊື້ອໄຟໄດ້ສົມທົບກັບກອງພັນໃຫຍ່ 941, ໄດ້ດຳເນີນການກໍ່ສ້າງຕົວຈິງເຊິ່ງກົມນໍ້າມັນເຊື້ອໄຟເປັນຜູ້ຄຸ້ມຄອງໂດຍກົງ, ໂດຍບໍ່ຜ່ານບໍລິສັດຮັບເໜົາ. ວຽກທີ່ໄດ້ເຮັດແມ່ນເອົາວິຊາການ ແລະ ວິຊາສະເພາະຂອງກົມກອງເຮັດເອງ,ວຽກໃດທີ່ເຮັດບໍ່ໄດ້ແມ່ນຈ້າງນາຍຊ່າງຍ່ອຍມາເຮັດເຊິ່ງໂຄງການນີ້ໄດ້ລົງມືຈັດຕັ້ງປະຕິບັດຕົວຈິງແຕ່ວັນທີ 21 ສິງຫາ ຫາ ວັນທີ 9 ກັນຍາ 2021 ການກໍ່ສ້າງແມ່ນສໍາເລັດ ແລະ ສາມາດນໍາໃຊ້ໄດ້ 100%. ໂດຍ: ນ.ທອງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ