ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ 301ເປີດຊຸດຮຽນກໍ່ສ້າງນາຍສິບສຶບຂ່າວຍຸດທະວິທີ ຊຸດທີ XII
ເວລາອອກຂ່າວ: 2021-09-14 14:02:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ:



ວັນທີ 14 ກັນຍາ 2021 ນີ້, ໂຮງຮຽນ 301 ໄດ້ເປີດຊຸດຮຽນກໍ່ສ້າງນາຍສິບສືບຂ່າວຍຸດທະວິທີ ຊຸດທີ XII ສົກຮຽນ 2021-2022 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ທອງວັນ ຈັນທະວົງ ຫົວໜ້າ ກົມ 213, ມີບັນດາຫົວໜ້າຄະນະຫ້ອງ, ຄະນະພັກ-ຄະນະອຳນວຍການ ແລະ ພະນັກງານ-ຄູອາຈານ ພ້ອມດ້ວຍນັກຮຽນນາຍສີບສືບຂ່າວຍຸດທະວິທີ ຊຸດທີ XII ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຜຸຍ ລາວັງສານ ວ່າການ ຮອງພະແນກອົບຮົມ ໂຮງຮຽນ 301 ໄດ້ຂື້ນຜ່ານແຜນການອົບຮົມ ໂດຍອີງຕາມຂໍ້ຕົກລົງຂອງກົມໃຫ່ຍເສນາທິການກອງທັບ ອະນຸມັດໃຫ້ເປີດຊຸດຮຽນກໍ່ສ້າງນາຍສິບສຶບຂ່າວຍຸດທະວິທີ ຊຸດທີ XII ສົກຮຽນ 2021 - 2022 ເພື່ອປັບປຸງກໍ່ສ້າງກໍາລັງປະກອບອາວຸດໃນຖັນແຖວກອງທັບໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເວົ້າສະເພາະ ແມ່ນກໍ່ສ້າງກໍາລັງສຶບຂ່າວໃຫ້ທັນສະໃໝຂຶ້ນເທື່ອລະກ້າວເພື່ອສ້າງໃຫ້ເປັນນາຍທະຫານຮຸ່ນສືບທອດໃນອະນາຄົດ ແລະ ເພື່ອປະກອບໃຫ້ກໍາລັງຫຼວງກໍາລັງທ້ອງຖີ່ນໃຫ້ມີຄວາມສະຫງົບ ແລະ ປອດໄພ. ການອົບຮົມຈະໃຊ້ເວລາທັງໝົດ 10 ເດືອນ ວິຊາທີ່ນໍາມາອົບຮົມຮໍ່າຮຽນໄດ້ແບ່ງອອກເປັນ 4 ພາກຄື: ພາກການເມືອງ, ພາກການທະຫານ, ພາກວິຊາສະເພາະສືບຂ່າວຍຸດທະວິທີ ແລະ ພາກພະລາທິການ. ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າ ກົມ 213 ໄດ້ໂອ້ລົມເນັ້ນໜັກຫຼາຍບັນຫາ, ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ຂອງຄະນະພັກ - ຄະນະບັນຊາ ໂຮງຮຽນ 301, ພະນັກງານ, ຄູ - ອາຈານ ແລະ ນັກຮຽນນາຍສິບໄດ້ເອົາໃຈໃສ່ເຝິກຊ້ອມເຮັດໃຫ້ພິທີເປີດໄດ້ດີ, ພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍຈົ່ງພ້ອມກັນປະຕິບັດມາດຕາການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ - 19 ແລະ ເອົາໃຈໃສ່ປ້ອງກັນເຮັດໃຫ້ກົມກອງມີຄວາມສະຫງົບ ແລະ ປອດໄພ, ສືບຕໍ່ເຮັດວຽກງານເຂົ້າໃນການຮຽນ - ການສອນໃຫ້ກ້າວສູ່ຄຸນນະພາບໃໝ່, ປະຕິບັດໂມງເວລາຂື້ນຫ້ອງໃຫ້ເຂັ້ມງວດ, ພ້ອມກັນຮັກສາຄວາມສາມັກຄີພາຍໃນລະຫວ່າງຄູ - ອາຈານ ແລະ ນັກຮຽນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ປະຕິບັດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບໃຫ້ໜັກແໜ້ນ, ປະກອບສ່ວນເຂົ້າໃນວຽກງານຂອງໂຮງຮຽນວາງອອກ ແລະ ຕັ້ງໜ້າຮ່ຳຮຽນເອົາຄວາມຮູ້, ບົດຮຽນນຳຄູ - ອາຈານທີ່ຖ່າຍຖອດໃຫ້ໄປນຳໃຊ້ຢູ່ໃນກົມກອງໃຫ້ປະກົດຜົນເປັນຈິງ. ໂດຍ: ພວງໄຊ ບຸນພາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ