ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົົມເຕັກນິກເຫຼົ່າຮົບ ເປີດບັ້ນອົບຮົມລະບົບຈັບເປົ້າໝາຍປືນເທິງລົດຕັງໄລຍະສັ້ນ
ເວລາອອກຂ່າວ: 2021-09-15 12:00:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 719 | ຄວາມນິຍົມ:



ໃນວັນທີ 3 ກັນຍາ 2021 ນີ້, ກົມເຕັກນິກເຫຼົ່າຮົບ ເປີດອົບຮົມລະບົບຈັບເປົ້າໝາຍປືນເທິງລົດຕັງໄລຍະສັ້ນ ຄັ້ງທີ I ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພັນເອກ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ, ມີສະຫາຍ ພັນໂທ ຟາມຮີ້ວພິກ ຫົວໜ້າຄະນະຊ່ຽວຊານເຝິກອົບຮົມພ້ອມດ້ວຍຄະນະ, ມີຄະນະກົມເຕັກນິກເຫຼົ່າຮົບ, ຄະນະຫ້ອງການກົມໃຫຍ່, ກົມລົດຕັງ, ວິຊາການຄູຕະຫຼອດຮອດພະນັກງານ ແລະ ນັກເຝິກອົບຮົມທີ່ມາຈາກ 10 ກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ສີມອນ ຄະວົງສາ ຮອງຫົວໜ້າກົມເຕັກນິກເຫຼົ່າຮົບ ຂຶ້ນຜ່ານແຜນການເຝິກອົບຮົມລະບົບຈັບເປົ້າໝາຍປືນເທິງລົດຕັງ, ສໍາລັບການເຝິກອົບຮົມຄັ້ງກໍ່ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງ ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ກັບ ກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ສະບັບເລກທີ 100/ກຕນ ລົງວັນທີ 02 ກຸມພາ 2021 ວ່າດ້ວຍຊ່ຽວຊານ ສສ ຫວຽດນາມ ລະບົບຈັບເປົ້າໝາຍປືນເທິງລົດຕັງ ໃຫ້ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ, ແນໃສ່ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ປະສົບການວິຊາສະເພາະໃຫ້ກັບພະນັກງານເຕັກນິກເຫຼົ່າຮົບ ຢູ່ບັນດາກົມກອງກຳລັງຫຼວງ ກຳລັງທ້ອງຖິ່ນໃຫ້ສູງຂຶ້ນ, ພ້ອມທັງເຮັດໃຫ້ນັກເຝິກອົບຮົມຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນໄດ້ການປະກອບສ້າງ, ຫຼັກການເຮັດວຽກ, ຄຸນປະໂຫຍດ ແລະ ການນຳໃຊ້ລະບົບຈັບເປົ້າໝາຍປືນເທິງລົດຕັງ, ຮູ້ໄດ້ສາເຫດກໍ່ໃຫ້ເກີດການຕິດຂັດ, ການເປ່ເພ ແລະ ວິທີແກ້ໄຂກໍລະນີຕິດຂັດ, ວິທີສ້ອມແປງຟື້ນຟູຂອງລະບົບຈັບເປົ້າໝາຍປືນເທິງລົດຕັງ, ເພື່ອເກັບກຳເອົາບົດຮຽນ ແລະ ປະສົບການນຳໄປໃຊ້ຢູ່ໃນກົມກອງໃຫ້ມີປະສິດຕິຜົນສູງ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ຟອງສະໝຸດ ພົນທິລາດ ກ່າວວ່າ ການເຝິກອົບຮົມຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍສຳລັບນັກຝຶກອົບຮົມ, ທັງເປັນການຍົກສູງຄວາມຮູ້, ຄວາມສາມາດ ນຳໄປມູນໃຊ້ເຂົ້າໃນວຽກງານວິຊາສະເພາະໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ, ເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນອິກດ້ວຍ, ພ້ອມທັງຮຽກຮ້ອງໃຫ້ນັກເຝິກອົບຮົມທຸກຄົນຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ກຳໄດ້ເຖິງເນື້ອໃນຈິດໃຈຂອງການເຝິກອົບຮົບ, ປະຕິບັດລະບຽບ, ຫຼັກການຮຽນ, ການສອນຂອງການຝຶກອົບຮົມໃຫ້ເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນນຳເອົາຄວາມຮູ້ທີ່ຄູອາຈານ ທ່າຍຖອດໃຫ້ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນກົມກອງຂອງຕົນໃຫ້ເກີດດອກອອກຜົນ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ