ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມກອງຮ້ອຍ 17 ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2021-09-20 12:39:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1390 | ຄວາມນິຍົມ:



ໃນວັນທີ 17 ກັນຍາ 2021 ນີ້, ໜ່ວຍຊາວໜຸ່ມກອງຮ້ອຍ 17 ທະຫານ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021 ແລະ ທິດທາງແຜນການປີ 2022, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄົວເນັ່ງ ຊົງ ຮອງຫ້ອງການເມືອງກອງບັນຊາການທະຫານແຂວງໄຊຍະບູລີ ມີສະຫາຍ ພັນຕີ ສຸວັນທອນ ນ້ອຍຜາ ຫົວໜ້າພະແນກຊາວໜຸ່ມຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ ເລຂາໜ່ວຍ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ພູລັດ ແພງດວງ ເລຂາໜ່ວຍຊາວໝຸ່ມກອງຮ້ອຍ 17 ທະຫານແຂວງໄຊຍະບູລີໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021ແລະ ທິດທາງແຜນການ 2022 ໂດຍໄດ້ຍົກໃຫ້ເຫັນ ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລຍະ 1 ປີຜ່ານມາ, ຄະນະໜ່ວຍຊາວໝຸ່ມ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນບັນຫາສຳຄັນໂດຍໄດ້ນຳເອົາເອກະສານສຳຄັນຕ່າງໆ ທີ່ຂັ້ນເທິງສົ່ງໃຫ້ລົງເຜີຍແຜ່ໃຫ້ສະມາຊິກຊາວໝຸ່ມໄດ້ຮັບຮູ້ເຂົ້າໃຈ, ເຮັດໃຫ້ສະມາຊິກຊາວໝຸ່ມແຕ່ລະສະຫາຍມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນທີດີ, ມີຄວາມຫ້າວຫັນ ແລະປະຕິບັດຂໍ້ກຳນົດ-ກົດລະບຽບຂອງກອງທັບ, ຂອງກົມກອງວາງອອກໄດ້ເປັນຢ່າງດີ ຜ່ານການຈັດຕັ້ງປະຕິບັດປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ສາມາດສະຫຼຸບໄດ້ວ່າ: ບຸກດ້ານການເມືອງແນວຄິດປະຕິບັດໄດ້ 97%, ບຸກດ້ານການຝຶກຝົນຫຼໍ່ຫຼອມດ້ານການຮໍ່າຮຽນປະຕິບັດໄດ້ 97%, ບຸກດ້ານການຈັດຕັ້ງປະຕິບັດໄດ້ 93%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳປະຕິບັດໄດ້ 87%, ຈາກນັ້ນໜ່ວຍຊາວໜຸ່ມຍັງໄດ້ອອກແຮງສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ດ້ວຍການ ປູກຝັງ-ລ້ຽງສັດ ຕາມເງື່ອນໄຂຂອງກົມກອງເຊິ່ງຜູ້ໜຶ່ງສາມາດປູກພືດຜັກປ້ອນເຂົ້າເຮືອນຄົວລວມ ໄດ້ 80 ກິໂລຕໍ່ຄົນຕໍ່ປີ ແລະ ຂາຍອອກຈຳຈວນໜຶ່ງ, ສ້າງເງິນຄັງຂອງໜ່ວຍໄດ້ 4.100.000 ກີບ, ຈາກຜົນງານດັ່ງກ່າວຈິ່ງສາມາດຄັດເລືອກໄດ້ສະມາຊິກຊາວໝຸ່ມປະເພດແຂງ 42 ສະຫາຍ, ກາງ 3 ສະຫາຍ, ບໍ່ໄດ້ແບ່ງ 12 ສະຫາຍ, ຍ້ອນມາຢູ່ໃໝ່. ໂອກາດນີ້ ສະຫາຍ ພັນໂທ ຄົວເນັ່ງ ຊົງ ຍັງໄດ້ຂຶ້ນມອບໃບຢັ້ນຢືນໜ່ວຍຊາວໝຸ່ມ 4 ບຸກກອງຮ້ອຍ 17 ປະຈໍາປີ 2021 ພ້ອມທັງມີຄໍາເຫັນຊີ້ນໍາເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະໜ່ວຍຊາວໝຸ່ມກອງຮ້ອຍດັ່ງກ່າວ ເພີ່ມທະວີສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ສະມາຊິກຊາວໝຸ່ມທີ່ຕົນຮັບຜິດຊອບ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວຊາວໝຸ່ມ, ປັບປຸງລະບົບການຈັດຕັ້ງ, ລະບຽບແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງ, ເອົາໃຈໃສ່ຊຸກຍູ້ສ້າງຂະບວນການດ້ານຕ່າງໆຢ່າງຟົດຟື້ນ ແລະ ແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້. ຂ່າວ+ພາບ ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ