ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ 6 ໜ່ວຍພັກ ທີ່ຂື້ນກັບ ຄະນະພັກຮາກຖານໂຮງຮຽນທະຫານຊາຍແດນ 712.
ເວລາອອກຂ່າວ: 2021-09-20 15:16:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1304 | ຄວາມນິຍົມ:



ໃນລະຫວ່າງຕົ້ນເດືອນ ກັນຍາ 2021 ,ມີ ໜ່ວຍພັກພະແນກອົບຮົມ, ໜ່ວຍພະແນກບໍລິຫານ-ສັງລວມ, ໜ່ວຍພະແນກ ພະລາ, ໜ່ວຍພະແນກ ເຕັກນິກ, ໜ່ວຍພະແນກ ການເມືອງ ແລະ ໜ່ວຍພັກ ກອງພັນນັກຮຽນ ໄດ້ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນ ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ຄໍາພັນ ເຊໃຫຍ່ທຸມມະແສງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ, ມີຄະນະພັກ-ຄະນະບັນຊາ,ຄະນະໜ່ວຍພັກ,ສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ. ໃນກອງປະຊຸມ ເລຂາໜ່ວຍພັກແຕ່ລະໜ່ວຍ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໃນການຊີ້ນໍາ-ນໍາພາເຊີ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນ ການສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ຖັນແຖວ ພະນັກງານສະມາຊິກພັກ-ນັກຮົບມີຄຸນທາດການເມືອງໜັກແໜ້ນ,ມີທັດສະນະຫຼັກໝັ້ນຊົ້ນຊັ້ນ,ເຂົ້າໃຈຕໍ່ພາລະບົດບາດ, ໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນວຽກງານນໍາພາແນວຄິດ ຮັບປະກັນໃຫ້ແກ່ການເຄື່ອນໄຫວຕ່າງໆພາຍໃນກົມກອງໄດ້ຢ່າງຄ່ອງຕົວ,ໂດຍຖືເອົາວຽກງານປ້ອງກັນ-ກວດກາພັກເປັນໜ້າທີ່ໃຈກາງ,ຕິດແໜ້ນກັບໜ້າທີ່ວຽກງານວິຊາສະເພາະ,ຖືເອົາ 5 ຫຼັກການ 3 ທິດນໍາຂອງພັກເປັນສໍາຄັນໃນການສໍາຫຼວດກວດກາຕົນເອງບົນພື້ນຖານເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ,ແບ່ງວຽກບຸກຄົນຮັບຜິດຊອບ, ມີການສ້າງແຜນການ, ປະຕິບັດແຜນການຢ່າງລະອຽດ ແລະ ສະຫຼຸບຖອດຖອນບົດຮຽນເປັນປົກກະຕິ ເຮັດໃຫ້ພາຍໃນໜ່ວຍພັກ ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ. ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ຂອງແຕ່ລະໜ່ວຍພັກເຫັນວ່າໄດ້ຕາມຄາດໝາຍ. .ໂດຍ: ສົມພອນ ດວງສີລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ