ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງງານມິດຕະພາບລາວ-ຫວຽດນາມ ເປີດຂະບວນການແຂ່ງຂັນກີລາມວນຊົນ
ເວລາອອກຂ່າວ: 2018-11-13 22:34:30 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ:



ໃນວັນທີ 2 ພະຈິກ 2018 ຜ່ານມານີ້, ໂຮງງານມິດຕະພາບ ລາວ-ຫວຽດນາມ ໄດ້ເປີດຂະ ບວນການແຂ່ງຂັນກີລາຂຶ້ນ ໂດຍ ການເປັນປະທານ ຂອງພັນໂທ ຄໍາໃສ ເລືອງວັນໄຊ ຮອງອໍາ ນວຍການໂຮງງານດັ່ງກ່າວ, ມີ ຄະນະພັກ-ຄະນະບັນຊາ ພ້ອມ ດ້ວຍພະນັກງານ-ນັກຮົບທົ່ວ ໂຮງງານເຂົ້າຮ່ວມ. ຈຸດປະສົງການເປີດຂະບວນ ການແຂ່ງຂັນກີລາຄັ້ງນີ້ກໍເພື່ອ ສ້າງຂະບວນການຂໍ່ານັບຮັບ ຕ້ອນວັນ ຊາດທີ 2 ທັນວາ ຄົບ ຮອບ 43 ປີ ແລະ ວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ທັງ ເປັນການສ້າງຂະບວນການເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມ ໃຫຍ່ເຕັກນິກ ຄົບຮອບ 5 ປີໃຫ້ມີ ຂະບວນການຟົດຟື້ນ. ກີລາທີ່ນຳມາແຂ່ງຂັນໃນ ຄັ້ງນີ້ປະກອບມີ 4 ປະເພດກີລາ ຄື: ບານສົ່ງຊາຍ-ຍິງ, ເປຕັງ ຊາຍ-ຍິງ, ເຕະບານຊາຍ-ຍິງ ແລະ ກະຕໍ້, ໃນນັ້ນມີ 6 ພະແນກ ທາງກົງ ແລະ 1 ອົງການທາງ ອ້ອມເຂົ້າຮ່ວມແຂ່ງຂັນເພື່ອຊີງ ຂັນອໍານວຍການໂຮງງານ ທັງ ເປັນການຄັດເລືອກເອົານັກກີລາ ທີ່ເກັ່ງມີຄວາມສາມາດເຂົ້າມາ ເປັນທີມນັກກີລາຂອງໂຮງງານ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນ ຢູ່ຈຸດໃຈກາງນະຄອນຫຼວງໃນ ມໍ່ໆນີ້ ເຊິ່ງສາງອາໄລລົດວໍ1 ເປັນເຈົ້າພາບ ໂດຍ: ອິນທະຫວາ ບຸດສະດີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ