ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ເປີດບັ້ນດໍາເນີນຊີວິດການເມຶອງປັບປຸງປົວແປງພັກ ປະຈຳປີ 2021
ເວລາອອກຂ່າວ: 2021-09-21 12:25:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 835 | ຄວາມນິຍົມ:



ໃນວັນທີ 20 ກັນຍາ 2021ນິ້,ໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື ໄດ້ເປີດບັ້ນດໍາເນີນຊີວິດການເມຶອງປັບປຸງປົວແປງພັກທົ່ວຄະນະພັກໂຮງຮຽນຂອງຕົນ ຂຶ້ນທີ່ສະໂມສອນໂຮງຮຽນດັ່ງກ່າວ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຄຳເພົ້າ ເທດສານະວົງ ຄະນະພັກຮາກຖານຫ້ອງການເມືອງ ຮອງຫ້ອງການເມຶອງກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ພະນັກງານ, ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳເພົ້າ ເທດສະນາວົງ ໄດ້ໃຫ້ຮູ້ວ່າ ການເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກທົ່ວຄະນະພັກໂຮງຮຽນຄັ້ງນິ້ ແມ່ນຂີດໝາຍການເມຶອງທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ຄວາມຈຳເປັນພາວະວິໃສທີ່ຮີບ ດ່ວນເພຶ່ອປັບປຸງ ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ໜ່ວຍພັກ, ສະມາຊິກພັກ, ພະນັກງານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ການເຄົາລົບຫຼັກການລວມສູນປະຊາທິປະໄຕ ດວ້ຍການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼຶອເຊິ່ງກັນ ແລະ ກັນ ໂດຍຖຶກຕ້ອງສອດຄ່ອງກັບເງຶ່ອນໄຂອັນໃໝ່ ເພື່ອຊອກໃຫ້ເຫັນເຖິງແນວຄິດການເຄື່ອນໄຫວໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ຂອງສະມາຊິກພັກ, ພະນັກງານແຕ່ລະສະຫາຍ ໃນແຕ່ລະໄລຍະ ພ້ອມນີ້ຍັງເປັນການກວດກາ, ຕີລາຄາຄືນຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ພະນັກງານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເປັນຕົ້ນແມ່ນແບບແຜນວິທີເຮັດວຽກ, ແບບແຜນດຳລົງຊີວິດຂອງຄະນະພັກ, ໜ່ວຍພັກ, ສະມາຊິກພັກ, ພະນັກງານ. ນອກນິ້ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານມະຕິຂອງກົມການເມຶອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມຶອງ-ນຳພາແນວຄິດ ໃນໄລຍະໃໝ່, ເອກະສານມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນາທຳໃນໄລຍະໃໝ່ ແລະ ເອກະສານວ່າດ້ວຍການຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານນັກຮົບໃນໄລຍະໃໝ່. ຈາກນັ້ນໃນກອງປະຊຸມຍັງໄດ້ຜ່ານບົດສຳຫຼວດຕົນເອງເຈາະຈີ້ມເນຶ້ອໃນບົດສຳຫຼວດບຸກຄົນ ເພື່ອເປັນການຕີລາຄາຄຶນຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາຂອງບັນດາສະຫາຍສະມາຊິກພັກ, ພະນັກງານ ດ້ວຍການຕຳນິສົ່ງຂ່າວກໍ່ສ້າງເຊິ່ງກັນແລະກັນ, ຊອກໃຫ້ເຫັນດ້ານດີ-ດ້ານອ່ອນ ມາປັບປຸງແກ້ໄຂທັນເວລາ ເພື່ອສ້າງພະນັກງານ, ສະມາຊິກພັກທົ່ວໂຮງຮຽນການທະຫານທ້ອງຖິ່ນມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຂື້ນເທື່ອລະກ້າວ ເຊິ່ງກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງອັດລົງ. ໂດຍ: ຄຳສິງດວງພະບາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ