ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ຂອງບັນດາກົມກອງເຂດ VII
ເວລາອອກຂ່າວ: 2021-09-22 11:38:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 392 | ຄວາມນິຍົມ:



ໃນວັນທີ 17 ກັນຍາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ ວາງທິດທາງແຜນການປະຈຳໄຕມາດ IV ຂອງບັນດາກົມກອງເຂດ VII ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ,ກົມ 213, ກອງບັນຊາການທະຫານອາກາດ, ກອງບັນຊາການທະຫານນະຄອນຫຼວງ, ກອງພັນໃຫຍ່ 11, ລັດວິສະຫະກິດ ພກອ, ໄອຍະການທະຫານພາກກາງ, ສານທະຫານພາກກາງ, ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ຫ້ອງການເມືອງ ຫ້ອງວ່າການກະຊວງ ແລະ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານໂດຍຫຍໍ້ ກ່ຽວກັບສະພາບການປະຕິບັດໜ້າທີ່ວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ໂດຍສະເພາະຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ,ໄດ້ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພປອດໄພໂດຍພື້ນຖານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ,ດ້ວຍຫຼາຍຮູບການ ຫລາຍເນື້ອໃນຢ່າງຕໍ່ເນື່ອງເຮັດໃຫ້ພະນັກງານ-ນັກຮົບ ມີຄວາມສະດຸງໄວ ໂດຍການນຳເອົາແນວທາງນະໂຍບາຍຂອງພັກ,ລັດ ມະຕິຄຳສັ່ງຂອງກອງທັບ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງກວ້າງຂວາງ, ພ້ອມກັນນັ້ນຍັງໄດ້ສຸມໃສ່ພັດທະນາກໍ່ສ້າງພື້ນຖານໂຄງລ່າງຂອງກົມກອງຂອງຕົນ ໃຫ້ມີຄວາມແໜ້ນໜາຖາວອນ, ເຖິງແມ່ນວ່າ ສະພາບການລະບາດຂອງພະຍາດໂຄ ວິດ-19, ໄພພິບັດທາງທໍາມະຊາດບາງບ່ອນນ້ຳຖ້ວມ, ແຫ້ງແລ້ງ, ພາຍຸຖະຫຼົ່ມທີ່ເປັນໄພທາງທໍາມະຊາດສົ່ງຜົນກະທົບຕໍ່ເສດຖະກິດຂອງກົມກອງທະຫານເຮົາກໍ່ຕາມ ແຕ່ຍ້ອນຄວາມເອົາໃຈໃສ່ຂອງ ຄະນະພັກກະຊວງປ້ອງກັນປະເທດກໍ່ຄືຄິນະພັກ-ຄະນະບັນຊາແຕ່ລະກົມກອງ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານແຕ່ລະດ້ານມີຜົນສໍາເລັດດີ ສາມາດຮັບປະກັນເຮັດສໍາເລັດໜ້າທີ່ການເມືອງທີ່ ພັກ-ລັດ ມອບໝາຍໃຫ້ ແລະ ສະພາບພາຍໃນກົມກອງກໍ່ມີຄວາມສະຫງົບໜັກແໜ້ນດີ, ແນວຄິດຂອງພະນັກງານ-ນັກຮົບມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ມີຄວາມຫ້າວຫັນເຮັດສໍາເລັດໜ້າທີ່ວິຊາສະເພາະຕາມການມອບໝາຍ. ແຕ່ລະກົມກອງຍັງໄດ້ລາຍງານທິດທາງແຜນການໄຕມາດ IV ຕໍ່ກອງປະຊຸມ ເພື່ອສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງດ້ວຍຄວາມຮັບຜິດຊອບສູງ. ໃນໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການລາຍງານສະພາບການໂດຍຫຍໍ້ ຈາກບັນດາຫົວໜ່ວຍກົມກອງຕ່າງໆ ທີ່ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນໄດ້ເປັນຢ່າງດີ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຫົວໜ່ວຍກົມກອງຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ໂດຍສະເພາະ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ,ວຽກງານການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ຫັນລົງກໍ່ສ້າງຮາກຖານການເມືອງ,ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄອງກັບໜ້າທີ່ການເມືອງຂອງແຕ່ລະຮາກຖານກົມກອງ ບົນພື້ນຖານຕ້ອງຍຶດໝັ້ນ 5 ຫຼັກການ 3 ທິດນໍາຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງ,ຍູ້ແຮງການສ້າງກອງປອດໃສ ເຂັ້ມແຂງ ໜັກແໜ້ນ ,ກອງ 3 ປອດແລະນັກຮົບວັດທະນາທໍາ-ກົມກອງ ວັດທະນາທໍາໃຫ້ເພີ່ມຂຶ້ນທາງດ້ານຈໍານວນແລະຄຸນນະພາບ,ໜູນໜິບການປະຕິບັດນໍ້າໃຈເພີ່ງຕົນເອງ,ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ໃນຮູບແແບສ້າງກອງທັບປະຕິວັດມີແບບແຜນແລະທັນສະໄໝ. ພາບ - ຂ່າວ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ