ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ທັງໝົດ434 ກໍລະນີ
ເວລາອອກຂ່າວ: 2021-09-24 11:36:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ:



ອີງຕາມ ການຖະແຫຼງ ຂອງ ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານ ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19ປະຈຳວັນ ທີ 24 ກັນຍາ 2021  ວ່າ : ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5,965 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 434 ຄົນ:ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ. ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: ນະຄອນຫຼວງ 229 ຄົນ: ພະນັກງານບໍລິສັດ Trio 141 ຄົນ, ພະນັກງານບໍລິສັດ Venture 51 ຄົນ, ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ), ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ ທະຫານ-ຕຳຫຼວດ 2 ຄົນ, ບໍລິສັດໄອນິວ 1 ຄົນ, ບໍລິສັດໂນວາອາໄຫຼ 1 ຄົນ, ຕະຫຼາດທ່າງອນ 6 ຄົນ ,ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່),ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ) ,ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ, ຄຳມ່ວນ 69 ຄົນ: ຊຶ່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື: ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ  ແຂວງວຽງຈັນ 49 ຄົນ:ເມືອງ ໂພນໂຮງ  (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ) ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ,ຈໍາປາສັກ 28 ຄົນ: ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ)  ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)  ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນ້ຳມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ), ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ,ບໍ່ແກ້ວ 6 ຄົນ: ຈາກ ເຂດເສດຖະກິດ ພິເສດ 04 ຄົນ,ບ້ານຄ້ວານ,​ ເມືອງ ຕົ້ນເຜີ້ງ 02 ຄົນ   ,ສະຫວັນນະເຂດ 3 ຄົນ: ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ ເມືອງອຸທຸມພອນ  ຜູ້ທີ 3​ ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ,ແຂວງ ອັດຕະປື 4 ຄົນ ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ) ບ້ານ ໄຊສີ ເມືອງ ໄຊເສດຖາ 01 ຄົນ, ສາລະວັນ 3 ຄົນ: ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ) ອີກ 01ຄົນ ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ) ,ແຂວງ ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ), ອຸດົມໄຊ 1 ຄົນປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.     ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.     ສຳລັບ ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ໂຮງງານ ອານປີ,  ບ້ານ ໜອງທາເໜືອ, ເມືອງຈັນທະບູລີ ,ໂຮງງານ ທຣີໂອ, ບ້ານ ​ສີເກີດ, ເມືອງ ນາຊາຍທອງ ໂຮງງານເວັນເຈີ, ບ້ານ ​ສີວິໄລ, ເມືອງ ໄຊທານີ ຕະຫຼາດ ທ່າງ່ອນ, ໂຮງງານນໍ້າດື່ມ ຄຣິດສະຕອນ ບໍລິສັດ ເມືອງວັງ,ບໍລິສັດ DKSH,ຕະຫຼາດໂອຊີ     ປັດຈຸບັນ ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 69​ ບ້ານ  ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 11 ບ້ານ ໃນ 5​ເມືອງ:  ເມືອງໄຊທານີ: ບ້ານ ນາທົ່ມ ແລະ ສົມສະຫວັນ ,ເມືອງ ໄຊເຊດຖາ: ບ້ານ ທາດຫຼວງໃຕ້ , ເມືອງ ຫາດຊາຍຟອງ: ບ້ານ ສິມມະໂນ,ເມືອງ ສີໂຄດຕະບອງ: ບ້ານ ໜອງບົວທອງເໜືອ ແລະ ນາເລົ່າ , ເມືອງ ນາຊາຍທອງ: ນາຊາຍທອງເໜືອ, ປັກແຮດ, ອີໄລເໜືອ, ດົງຫຼວງ, ແລະ ນາຄູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ