ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ປະກາດເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທ
ເວລາອອກຂ່າວ: 2021-09-24 11:48:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ພິທີປະກາດເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທ ຢູ່ກົມໃຫຍ່ການເມືອງກອງທັບຈຳນວນ 15 ສະຫາຍ ໄດ້ຈັດຂຶ້ນ ໃນວັນທີ 24 ກັນຍາ 2021 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຈາກຫ້ອງການ, ກົມ, ກອງ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃຫມ່ເຂົ້າຮ່ວມ.   ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວຫນ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍການເລື່ອນຊັ້ນນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທຈຳນວນ 15 ສະຫາຍ.   ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ໂອ້ລົມຫລາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສືບຕໍ່ເຝິກຝົນຫລໍ່ຫລອມຕົນເອງໃຫ້ຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸຸມໃນການປັບປຸງແບບແຜນວິທີເຮັດວຽກເປັນບັນຫາສຳຄັນ ບົນພື້ນຖານຕ້ອງປະຕິບັດຕາມຫລັກການລວມສູນປະຊາທິປະໄຕເຮັດວຽກເປັນຫມູ່ຄະນະ, ແບບແຜນເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ພາຍຫລັງໄດ້ຮັບຊັ້ນໃໝ່ກັບຄືນກົມກອງ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດດີກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດມີແບບແຜນທັນສະໄໝ. ໂດຍ:ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ