ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄໍາມ່ວນໄດ້ຖືເອົາວຽກງານປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເປັນບັ້ນຮົບໜຶ່ງຂອງແຂວງ
ເວລາອອກຂ່າວ: 2021-09-24 17:06:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ສະຫາຍ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງຄໍາມ່ວນ,ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ( ຜູ້ຊີ້ນໍາກໍາລັງປ້ອງກັນ ) ໄດ້ໃຫ້ສໍາພາດວ່າ : ໂດຍປະຕິບັດຕາມຄໍາສັ່ງເລກທີ 08 ຂອງທ່ານເຈົ້າແຂວງໆຄໍາມ່ວນວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການປ້ອງກັນ ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ແຜ່ລະບາດ ແລະ ຂະຫຍາຍເປັນວົງກວ້າງພາຍໃນແຂວງຄໍາມ່ວນ ແລະ ປະຕິບັດຕາມທິດຊີ້ນໍາຂອງຫົວໜ້າຄະນະສະເພາະກິດຂັ້ນແຂວງ . ສະນັ້ນ ໃນນາມກໍາລັງປະກອບອາວຸດໂດຍສະເພາະແມ່ນກອງບັນຊາການທະຫານແຂວງໄດ້ຕົກລົງເຫັນດີເປັນເອກະພາບຈາກແຂວງໃນການນໍາໃຊ້ກໍາລັງເຂົ້າຮ່ວມສົມທົບກັບອໍານາດການປົກຄອງ,ສະຫງົບສຸກກອງຫຼອນ , ປກສ ແຂວງ , ປກສ ເມືອງ , ປກຊ-ປກສ ບ້ານ ແລະ ກໍາລັງກອງຕີພິເສດຈໍານວນໜຶ່ງ ,ກອງສືບຂ່າວໂດຍເຮັດວຽກກັບກຸ່ມບ້ານຈໍານວນ 45 ບ້ານພາຍໃນເທສະບານເມືອງເພື່ອປ້ອງກັນເວນຍາມຈຸດປິ່ນປົວໃນຈໍານວນ 05 ຈຸດ ແລະ ເຮັດໜ້າທີ່ສົມທົບໃນກຸ່ມບ້ານແດງຈໍານວນ 45 ບ້ານເຊິ່ງເຫັນວ່າເຮັດໜ້າທີ່ໄດ້ດີພໍສົມຄວນເພື່ອປ້ອງກັນ , ປຸລະດົມ , ກ່າວເຕືອນ , ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ແກ່ພໍ່ແມ່ປະຊາຊົນ .  ໃນໄລຍະຜ່ານມາພວກເຮົາໄດ້ໃຊ້ກໍາລັງເຂົ້າໃນການສົມທົບຮ່ວມກັບອໍານາດການປົກຄອງໃນຈໍານວນ 45 ບ້ານໂດຍສະເພາະແມ່ນບ້ານແດງພາຍໃນເທສະບານເມືອງເຊິ່ງຫຼັກໆແມ່ນນໍາໃຊ້ເຂົ້າໃນການເກັບກໍາສະພາບການ,ຕິດຕາມຈໍານວນຄົນເຂົ້າ-ອອກບ້ານ , ຕາມສາຍທາງ .ືື ຜ່ານການຈັດຕັ້ງປະຕິບັດມາໃນໄລຍະໜຶ່ງເຫັນວ່າດ້ານຕັ້ງໜ້າແມ່ນໄດ້ເຮັດໜ້າທີ່ເຊື່ອຊຶມຕາມແນວທາງ,ຕາມມະຕິຄໍາສັ່ງຂອງແຂວງໄດ້ວາງອອກ ແລະ ໄດ້ຮ່ວມສົມທົບກັບອໍານາດການປົກຄອງກໍ່ໄດ້ສັງເກດເຫັນວ່າພະນັກງານ,ທະຫານ,ຕໍາຫຼວດຕະຫຼອດເຖິງພໍ່ແມ່ປະຊາຊົນທົ່ວໄປສ່ວນຫຼາຍແມ່ນມີຄວາມຮັບຮູ້-ເຂົ້າໃຈຫຼາຍກ່ຽວກັບລະບຽບການທີ່ທາງການໄດ້ວາງອອກ , ເຫັນໄດ້ບົດບາດຄວາມສໍາຄັນ ແລະ ຄວາມອັນຕະລາຍຂອງພະຍາດດັ່ງກ່າວ . ສະນັ້ນຈິ່ງເຫັນວ່າສະພາບໂດຍລວມພາຍໃນເທສະບານເມືອງທ່າແຂກແມ່ນມີຄວາມສະຫງົບໂດຍພື້ນຖານ . ຈາກບັນຫາດັ່ງກ່າວນີ້ມັນໄດ້ສະແດງອອກຢູ່ບ່ອນວ່າປະກົດການຫຍໍ້ທໍ້ຄືຄວາມຂາດເຂີນທາງດ້ານງົບປະມານເພື່ອຮັບໃຊ້ເຂົ້າໃນກໍາລັງ ແລະ ຍັງມີກຸ່ມຄົນຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງໄດ້ວາງອອກໂດຍມີການສວຍໂອກາດ ແລະ ແອບອ້າງເພື່ອນໍາໃຊ້ຊ່ອງວ່າງຂອງລະບຽບກົດໝາຍເຮັດໃຫ້ປະກົດການຫຍໍ້ທໍ້ເກີດຂຶ້ນສ້າງຄວາມຫຍຸ້ງຍາກໃຫ້ແກ່ເຈົ້າໜ້າທີ່ເວນາຍາມຄົນເຂົ້າ-ອອກ .  ສໍາລັບທິດທາງໃນຕໍ່ໜ້າແມ່ນຈະໄດ້ມີແຜນການເພື່ອຈັດຕັ້ງປະຕິບັດໂດຍການເຮັດໜັງສືຕົກລົງສໍາລັບຜູ້ທີ່ຈະໄປປະຕິບັດໜ້າທີ່ວຽກງານທາງການ , ການໄປປະຈໍາການໂດຍສະເພາະແມ່ນພາກສ່ວນເຮັດໜ້າທີ່ສັງກັດລັດ . ໃນໄລຍະຜ່ານມາເຊິ່ງຜ່ານການຕິດຕາມໂດຍສະເພາະກໍາລັງຂອງບ້ານພວກເພິ່ນແມ່ນໄດ້ມີການຜັດປ່ຽນກັນເວນຍາມລວມເຖິງອໍານາດການປົກຄອງ,ການຈັດຕັ້ງບ້ານ . ສ່ວນກໍາລັງທະຫານແຂວງລົງເຮັດໜ້າທີ່ຖືກບັນຈຸສັບຊ້ອນໃນແຕ່ລະຈຸດແມ່ນບໍ່ມີການຜັດປ່ຽນເວນຍາມ . ເຊິ່ງໃນການເຮັດໜ້າທີ່ຕະຫຼອດ 24 ຊົ່ວໂມງແມ່ນຕ້ອງໄດ້ມີການລາຍງານໃຫ້ຜູ້ບັງຄັບບັນຊາໄດ້ຮັບຮູ້ໃນແຕ່ລະຈຸດ . ສໍາລັບການເວນຍາມຈຸດປິ່ນປົວລວມມີທັງໝົດ 05 ຈຸດຄື : ສູນປິ່ນປົວມໍປາຍທ່າແຂກມີ 03 ຈຸດ , ສູນປິ່ນປົວຕະຫຼາດພະນົມພອນ ແລະ ສູນປິ່ນປົວໂຮງໝໍທະຫານແຂວງ .  ສະຫາຍ ພັນໂທ  ສົມພານ ເມືອງຈັນຍັງ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ , ອໍານາດການປົກຄອງ , ການຈັດຕັ້ງ ,ກໍາລັງ ປກຊ-ປກສ ແຂວງ , ກໍາລັງ ປກຊ-ປກສ ເມືອງຈົ່ງຮ່ວມແຮງຮ່ວມໃຈເປັນນໍ້າໜຶ່ງໃຈດຽວເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 , ຕັ້ງໜ້າປະຕິບັດໜ້າທີ່ໃຫ້ສໍາເລັດ , ປະສານສົມທົບແໜ້ນກັບແຕ່ລະພາກສ່ວນເພື່ອເຮັດໃຫ້ພະຍາດດັ່ງກ່າວຈາງຫາຍໄປຈົນກ້າວໄປເຖິງການກັບຄືນສູ່ສະພາບປົກກະຕິ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ