ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດເມືອງສີສັດຕະນາກເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດ.
ເວລາອອກຂ່າວ: 2021-09-26 11:43:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ສະຫາຍ ພັນຕີ ພອນສະຫວັນ ແກ້ວວົງສີ ຮອງຫົວໜ້າພະແນກການເມືອງກອງບັນຊາການທະຫານເມືອງສີສັດຕະນາກ ຜູ້ຮັບຜິດຊອບກວດກາຄົນເຂົ້າ-ອອກເມືອງໃຫ້ຮູ້ວ່າ: ຜ່ານການສັງເກດຕີລາຄາຄືນການຈັດຕັ້ງປະຕິບັດຕາມຄໍາສັງເລກທີ016/ຈນວ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດ ຄໍາສັ່ງຂອງເຈົ້າຄອງນະຄອນຫລວງວຽງຈັນ ພ້ອມທັງບັນດາມາດຕະການຕ່າງໆທີ່ທາງຄະນະສະເພາະກິດວາງອອກ ເຫັນວ່າຍັງມີບຸກຄົນທີ່ນໍາໃຊ້ລົດ, ນໍ້າໃຊ້ຖະໜົນຍັງມີຫຼາຍ. ສະນັ້ນ ໂດຍປະຕິບັດຕາມຄໍາສັງເລກທີ016/ຈນວ ໃຫ້ມີຄວາມຫັດກຸມເຂັ້ມງວດ. ທຸກພາກສ່ວນຕ້ອງເພີ່ມມາດຕະການເຂັ້ມງວດທີ່ສຸດ ຕາມຄໍາສັ່ງແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນສະບັບເລກທີ016/ຈນວ ແມ່ນໃຫ້ກວດກາຢ່າງເຄັ່ງຂັດ ຖ້າບໍ່ມີເອກະສານຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງແມ່ນໃຫ້ກັບຄືນ. ສະຫາຍ ພັນຕີ ພອນສະຫວັນ ແກ້ວວົງສີ ຍັງຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫຼວດ ແລະ ການຈັດຕັ້ງທຸກພາກສ່ວນ ທີ່ພວມປະຕິບັດໜ້າທີ່ຢູ່ເມືອງສີສັດຕະນາກກໍ່ຄືເມືອງຕ່າງໆໃນນະຄອນຫຼວງວຽງຈັນຈົ່ງພ້ອມກັນເພີ່ມທະວີ ແລະ ຮ່ວມແຮງຮ່ວມໃຈປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ,ແລະປະຊາຊົນທຸກຄົນກໍໃຫ້ເຂົ້າໃຈ ແລະ ໃຫ້ການຮ່ວມມືເພື່ອພ້ອມກັນສະກັດກັ້ນການແຜ່ເຊື້ອພະຍາດດັ່ງກ່າວບໍ່ໃຫ້ຂະຫຍາຍໄປໃນວົງກ້ວາງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ