ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 292 ກໍລະນີ,ຊຸມຊົນ 280 ກໍລະນີແລະເສຍຊິວິດສະສົມ 16 ກໍລະນີ.
ເວລາອອກຂ່າວ: 2021-09-26 13:15:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 346 | ຄວາມນິຍົມ:



ອີງຕາມຖະແຫຼ່ງຂ່າວຂອງຄະນະສະເພາະກິດປະຈໍາວັນທີ 26 ກັນຍາ ປີ 2021. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຮອດປະຈຸບັນເຫັນວ່າ ສະພາບການການຕິດເຊືື້ອໃນຊຸມຊົນແມ່ນມີຈໍານວນເພີື້ມຂຶ້ນຫຼາຍ ໃນມືື້ວັນທີ 25 ກັນຍາ 2021 ທົ່ວປະເທດ ໄດ້ມີການ ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,816 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 292 ຄົນ ( ຊຸມຊົນ ເທົ່າກັບ 280 ຄົນ ເດີນທາງຈາກຕ່າງປະເທດ 12 ຄົນ ) ເຮັດໃຫ້ຕົວ ເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 21,819 ຄົນ, ເສຍຊີວິດສະສົມ 16 ຍັງສືບຕໍ່ປິ່ນປົວ 4,492 ຄົນ. ນະຄອນຫຼວງວຽງຈັນ ການຕິດເຊືື້ອໃນຊຸມຊົນ ທັງໝົດ 135 ຄົນ , ນໍາເຂົ້າ 3 ຄົນ, ແຂວງຄໍາມ່ວນ ຊຸມຊົນ 85 ຄົນ,ນໍາເຂົ້າ 1 ຄົນ,ແຂວງວຽງຈັນ 16 ຄົນ,ແຂວງສະຫວັນນະເຂດ ຊຸມຊົນ 14 ຄົນ,ນໍາເຂົ້າ 5 ຄົນ, ແຂວງສາລະວັນ ຊຸມຊົນ 7 ຄົນ. ບໍລິຄໍາໄຊ ຊຸມຊົນ 4 ຄົນ,ແຂວງຫຼວງພະບາງຊຸມຊົນ 3 ຄົນ,ແຂວງບໍ່ແກ້ວ ຊຸມຊົນ 2 ຄົນ,ແຂວງຫຼວງນໍ້າທາ ຊຸມຊົນ 1 ຄົນ,ແຂວງ ອັດຕະປື ຊຸມຊົນ 1 ຄົນ,ນໍາເຂົ້າ 1 ຄົນ,ແຂວງຈໍາປາສັກ ຊຸມຊົນ 12 ຄົນ,ນໍາເຂົ້າ 2 ຄົນ. ເຊິ່ງສາຍເຫດທີ່ເຮັດໃຫ້ພະຍາດມີການລະບາດຂອງພະບາດໃນຊຸມຊົນຍ້ອນການ ເດີນທາງໄປມາລະຫວ່າງທ້ອງຖິ່ນຫາທ້ອງຖິ່ນໂດຍສະເພາະແມ່ນເຂດທີ່ມີການລະບາດຂອງພະຍາດໃນຊຸມຊົນ, ແລະ ການດໍາເນີນບາງກິດຈະກໍາໃນສັງຄົມແມ່ນ ຍັງບໍ່ປະຕິບັດມາດຕະການ ສະກັດກັ້ນ ແລະຄວບຄຸມການລະບາດຂອງພະຍາດ ໄດ້ຢ່າງຖືກຕ້ອງ ແລະ ຮັດກຸມເທົ່າທີຄວນ ພ້ອມດຽວກັນ ກໍ່ແມ່ນຍ້ອນເກີດມີການຕິດເຊືື້ອໃນໂຮງງານຢູ່່ນະຄອນຫຼວງວຽງຈັນເຊິ່ງເປັນສະຖານທີ່ ທີ່ມີກໍາມະກອນຈໍານວນຫຼາຍກວ່າ 100 ຄົນ ເຮັດໃຫ້ພະຍາດແຜ່ອອກໄປສູ່ຊຸມຊົນ ແລະ ຂະຫຍາຍເປັນວົງກ້ວາງຢ່າງໄວວາ. ດັ່ງນັ້ນຂໍໃຫ້ບັນດາກຸ່ມເປົ້າໝາຍແຕ່ລະແຂວງ,ນະຄອນຫຼວງວຽງຈັນຈົ່ງໄດ້ພ້ອມໃຈກັນໄປຮັບວັກຊິນເພື່ອໃຫ້ສາມາດ ບັນລຸຕາມຕົວເລກເປົ້າໝາຍການປົກຄຸມດ້ວຍວັກຊິນໃນແຕ່ລະແຂວງ,ນະຄອນຫຼວງ ເມືອປະຊາຊົນໄດ້ຮັບວັກຊີນຕາມຄາດໝາຍ ນັ້ນກໍ່ ໝາຍເຖີງ ສປປລາວ ເຮົາກໍ່ຈະສາມາດບັນລຸຄາດໝາຍທີ່ວາງໄວ້ ແລະ ສາມາດຫຼຸດຜ່ອນການເຈັບເປັນຮຸນແຮງ, ການເຂົ້ານອນໂຮງໝໍ ແລະການເສຍຊີວິດຍ້ອນພະຍາດໂຄວິດ 19 ,ມາຮອດປະຈຸບັນທົ່ວປະເທດແມ່ນສາມາດສັກວັກຊີນ ໄດ້ດັ່ງນີື້:ເຂັມທີ 1 ໄດ້ 2,915,317 ຄິດເປັນເປີເຊັນ 39.73 % ທຸກເຂັມທີ່ແນະນໍາໄດ້ 2,008,738 ຄິດເປັນ ເປີເຊັນ 27.38 % ,ການໄດ້ຮັບວັກຊີນຄົບ ແມ່ນຈະເປັນການສ້າງພຸມຄຸ້ມກັນ ຂອງທ່ານ ແລະ ຫຼຸດຜ່ອນຄວາມສ່ຽງທີຈະຕິດເຊືື້ອພະຍາດ ໂຄວິດ 19 , ແຕ່ວັກຊີນທີ່ໃຊ້ໃນປະຈຸບັນຍັງບໍ່ມີວັກຊີນໃດ ທີ່ສາມາດປ້ອງກັນ ພະຍາດ ໂຄວິດ 19 ໄດ້ 100% ,ດັ່ງນັ້ນເຖິງແມ່ນວ່າຈະໄດຮັບວັກຊີນແລ້ວແຕ່ພວກເຮົາ ຕ້ອງຍັງສືບຕໍ່ປະຕິບັດ ມາດຕະການຮັກສາໄລຍະຫ່າງໃນສັງຄົມ ແລະ ປະຕິບັດມາດຕະການ ປ້ອງກັນຕົນເອງ ຢ່າງ ເຂັ້ມງວດ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະທຸກຄົນໃນສັງຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ