ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນປິດຮຽນລະບົບກໍ່ສ້າງນາຍສິບ ຊຸດທີ Xlll
ເວລາອອກຂ່າວ: 2021-09-27 16:01:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 615 | ຄວາມນິຍົມ:



ວັນທີ 24 ກັນຍາ 2021 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງສາລະວັນ ໄດ້ຈັດພິທີປິດຮຽນລະບົບກໍ່ສ້າງນາຍສິບ ຊຸດທີ Xlll ປະຈໍາສົກຮຽນ 2020 – 2021 ໂດຍການເປັນປະທານຂອງ ສະຫາຍພັນເອກ ສໍາລີ ແກ້ວວົງສອງ ຮອງເລຂາຄະນະກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ, ມີສະຫາຍ ພັນໂທ ສຸດໃຈ ແສນຄໍາບົວທອນ ຫົວໜ້າຫ້ອງເສນາທິການ, ມີພະແນກການທີ່ກ່ຽວຂ້ອງ,ຄະນະອໍານວຍການໂຮງຮຽນ,ພະນັກງານຄູ-ອາຈານ ແລະ ອ້າຍນ້ອງນັກຮຽນກໍ່ສ້າງນາຍສິບ ເຂົ້າຮ່ວມ. ສະຫາຍ ພັນຕີ ບຸນທັນ ໄຊຍະສານ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖີ່ນແຂວງ ສາລະວັນ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດໂຄງການເຊີ່ງຍົກໃຫ້ເຫັນຜົນຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງທີ່ຄະນະພັກ - ຄະນະອໍານວຍການ,ພະນັກງານ-ຄູອາຈານແຕ່ລະສະຫາຍໄດ້ພ້ອມກັນເອົາໃຈໃສ່ຢ່າງໃກ້ຊິດຕິດແທດເຂົ້າໃນວຽກງານການຮຽນ - ການສອນ,ມີການຕິດຕາມກວດກາ,ມີຄວາມຮັບຜິດຊອບສູງ ແລະ ມີຄວາມເປັນເອກະພາບໃນໝູ່ຄະນະ ໂດຍສະເພາະຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນຫຼັກ, ຈິ່ງສາມາດເຮັດໃຫ້ນັກຮຽນແຕ່ລະສະຫາຍໄດ້ມີແນວຄິດຫຼັກໝັ້ນອຸ່ນອຽນທຸ່ນທ່ຽງ ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າໃນການຄົ້ນຄ້ວາຮໍ່າຮຽນ ໂດຍປະຕິບັດຕາມ 7 ລະບອບ 18 ວຽກຂອງກອງທັບວາງອອກໄດ້ຢ່າງເຂັ້ມງວດ ແລະ ສາມາດເຮັດໃຫ້ການຈັດຕັ້ງປະຕິບັດແຜນການອົບຮົມ - ຫັດແອບໃນຄັ້ງນີ້ໄດ້ 100%, ເຊີ່ງກຳນົດເວລາທັງໝົດ 337 ວັນ ເທົ່າກັບ 2,359 ຊົ່ວໂມງ,ວັນຮຽນ 188 ວັນ ເທົ່າກັບ 1,316 ຊົ່ວໂມງ,ພາກທິດສະດີ 98 ວັນ,686 ຊົ່ວໂມງ,ພາກປະຕິບັດຕົວຈິງ 90 ວັນ,630 ຊົ່ວໂມງ,ບັນດາວິຊາທີ່ນໍາມາເຝິກອົບຮົມ ປະກອບມີ 6 ວິຊາຄື: ວິຊາ ການເມືອງ, ວິຊາ ຍຸດທະວິທີ, ວິຊາ ສິລະປະຍຸດ-ສິລະປະຍຸດແບກຫາບ, ວິຊາ ລະບຽບ-ກີລາ, ວິຊາ ເສນາ ແລະ ວິຊາ ແຜນທີ່ ເຊີ່ງມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 200 ສະຫາຍ. ຜ່ານການເຝິກອົບຮົມສາມາດຕີລາຄາຜົນໄດ້ຮັບຄື:ຂັ້ນດີເລີດມີ 12 ສະຫາຍ ເທົ່າກັບ 6.15%,ເກັ່ງມີ 106 ສະຫາຍ ເທົ່າກັບ 54.35%, ກາງມີ 72 ສະຫາຍ ເທົ່າກັບ 36.92%, ໄດ້ຄາດໝາຍມີ 5 ສະຫາຍ ເທົ່າກັບ 2.56% ແລະ ຕີລາຄາຄູ-ອາຈານ ສອນດີ-ສອນເກັ່ງ ມີ 10 ສະຫາຍ. ໃນໂອກາດດັ່ງກ່າວ ສະຫາຍ ພັນເອກ ສໍາລີ ແກ້ວວົງສອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງບັນດາສະຫາຍ ຄະນະພັກ - ຄະນະອໍານວຍການ,ພະນັກງານ-ຄູອາຈານ ແລະ ນັກຮຽນກໍ່ສ້າງນາຍສິບຊຸດທີ Xlll ທຸກສະຫາຍ ທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດການຮຽນ-ການສອນໃນຄັ້ງນີ້ໄດ້ມີຜົນສໍາເລັດ ແລະ ມີຄວາມປອດໄພ 100% ພ້ອມທັງຮຽກຮ້ອງໃຫ້ນັກຮຽນທຸກສະຫາຍ ພາຍຫຼັງທີ່ຈົບໂຄງການຫຼັກສູດການສຶກສາຮໍ່າຮຽນໃນຄັ້ງນີ້ແລ້ວຈົ່ງພ້ອມກັນນໍາເອົາບັນດາບົດຮຽນທີ່ຕົນເອງໄດ້ຮຽນມາ ນໍາໄປຈັດຕັ້ງປະຕິບັດໝູນໃຊ້ຢູ່ໃນກົມກອງຂອງຕົນໃຫ້ຖືກຕ້ອງຕາມສະພາບເງື່ອນໄຂຕົວຈິງເພື່ອເຮັດສໍາໃຫ້ສໍາເລັດໜ້າທີ່ການເມືອງຂອງພັກ - ລັດ ກໍຄືຂອງກອງທັບວາງອອກ ແລະ ກຽມພ້ອມເຮັດໜ້າທີ່ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບຢ່າງປອດໄພ. ຂ່າວ+ພາບ: ບຸນກອງ ຄຳປະສົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ